ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ ສະບາຍດີຫຼວງພະບາງ ທີ່ອະນຸສອນ ຂັບຮ້ອງ ຄົງຈະພາໃຫ້ ທ່ານຜູ້ຟັງຄິດຮອດ ຫຼວງພະບາງ ຂຶ້ນມາ


ອະນຸສອນ ໄພຍະສິດ
ອະນຸສອນ ໄພຍະສິດ


ສບາຍດີແຟນເພງທັງຫຼາຍ ຄ່ຳຄືນວັນນະສອນ​ ຈະ​ພາ​ທ່ານໄປ​ຮັບ​ຟັງ​ເພງ​ສາກົນ​ທີ່ຫາກໍໄດ້
ຮັບລາງວັນ Grammy ຄັ້ງທີ່ 58 ປີ 2016 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ນະຄອນ Los Angeles ຫວ່າງ​
ມໍ່​ໆ​ມາ​ນີ້​ ຊຶ່ງ​ວັນນະສອນ​ຕັ້ງໃຈຈະ​ມາ​ຫຼິ້ນ​ເພງ​ທີ່ຫາ​ກໍ​ໄດ້​ຮັບ​ລາງວັນເພງຍອດຢ້ຽມແຫ່ງປີ
ຫຼື Song of the Year ທີ່ຮ້ອງປະສານສຽງໂດຍ Ed Sheeran Amy Wadge ໃນບົດເພງ Thinking Out Loud ຊຶ່ງເພງນີ້ມີຄວາມໝາຍວ່າ ​ແມ່ນ​ກະທັ້ງ​ແຕ່​ຄິດ ກໍ​ຍັງ​ສຽງດັງອອກ​ມາ ໃຫ້ກ້າປາກກ້າເວົ້າ ຢ່າເກັບໄວ້ຂ້າງ​ໃນ ​ເອົາ​ໄປ​ຟັງ​ພ້ອມ​ກັນ​ເລີຍຫວັງວ່າຫຼາຍໆທ່ານຄົງຈະ
ຖືກໃຈ ແລະໂອກາດໜ້າຈະນໍາເພງທີ່ໄດ້ຮັບລາງວັນອື່ນໆມາຈັດໃຫ້ຟັງອີກ ເພາະຍັງມີເພງ
ມ່ວນໆອີກຫຼາຍໆເພງ.​

ສ່ວນ​ເພງ​ຕໍ່​ໄປນີ້ ຂໍ​ຈັດ​ໃຫ້​ຕາມ​ຄຳ​ຂໍ​ຂອງຜູ້ຟັງ ​ທ່ານ​ຄຳປ້ອມ ພົງ​ສະຫວັນ​ ຈາກ​ສປປລາວ ຂຽນຜ່ານ​ທາງ Facebook ຂໍຟັງ​ເພງ ສະບາຍດີຫຼວງພະບາງທ່ານ​ຄຳປ້ອມ ພ້ອມດ້ວຍ
ຄອບຄົວ ກໍແມ່ນຜູ້ນຶ່ງທີ່ໄດ້ເປັນຜູ້ນຳພາໃນການສືບຕໍ່ ຮັກສາພຸດທະສາສະໜາ ໂດຍການ
ສ້າງວັດປາກແຈກ ທີ່ປາກອູ ເພາະສະນັ້ນວັນນະສອນ ຈຶ່ງຂໍອະທຸໂມທະນາທານນຳ ແລະຂໍ
ຮຽນເຊີນທຸກໆທ່ານຜູ້ທີ່ມີໃຈສັດທາຮ່ວມທຳບຸນແລະສືບທອດຮີດຄອງແລະພຸດທະສາສະໜາ
ໄປພ້ອມກັນ ຖ້າທ່ານໃດມີໃຈໄສສັດທາ ກໍຂໍໃຫ້ຕິດຕໍ່ ທ່ານ Khampom Phongsavanh ທາງ Facebookເອົາຂໍເຊີນໄປຟັງເພງສະບາຍດີຫຼວງພະບາງ ທີ່ຂັບຮ້ອງໂດຍ ອະນຸສອນ ໄພຊະສິດ ພ້ອມໆກັນເລີຍ.

ຂໍປິດທ້າຍລາຍການດ້ວຍເພງລາວມ່ວນໆ ມອບໃຫ້ ທ່ານ Zane Sivilay ແຟນລາຍການ
ວິທະຍຸ ວີໂອເອ ຊຶ່ງຮັບຟັງສະເໜີມາ ວັນນະສອນ ຈຶ່ງຂໍມອບເພງນີ້ “ສາວງາມ​ເມືອງ​ລາວ” ຂອງ ສິນລະປິນ ລາວ-ອາເມຣິກັນ ຈາກລັດ Florida ເລະ ແກ້ວທະວີ ໃຫ້ຟັງ ຂໍໃຫ້ທຸກໆ
ທ່ານນອນລັບຝັນດີ.

ລິງໂດຍກົງ

XS
SM
MD
LG