ສບາຍດີບັນດາແຟນເພງທຸກໆທ່ານແລະກັບມາພົບກັນເຊັ່ນເຄີຍໃນລາຍການສຽງເພງ
ຈາກແດນໄກຂອງເຮົາ ໃນຄ່ຳຄືນມື້ນີ້ ວັນນະສອນ ຕັ້ງໃຈໄວ້ວ່າທີ່ຈະມາຈັດເພງໃຫ້ຕາມ
ຄຳຂໍທີ່ແຟນລາຍການຂຽນເຂົ້າມາ ຈຶ່ງຂໍເລີ່ມຄຳດ້ວຍຕອບສຳຫຼັບຂໍ້ຄວາມຂອງທ່ານ
ຄຳປ່ວນ ສຸມຸນທາ ທີ່ເປັນທ່ານນຶ່ງທີ່ຄອຍຕິດຕາມຮັບຟັງລາຍການສຽງເພງຈາກແດນໄກ
ຂອງ VOA ໂດຍຕະຫຼອດເພິ່ນຂຽນຂໍ້ຄວາມຝາກມາວ່າ ຢາກຟັງເພງເອື້ອຍວັນນະສອນ
ວ່າຊັ້ນ... ເອື້ອຍວັນນະສອນ ວ່າ ຈະເປັນການເຂົ້າໃຈຜິດ ຫຼືບໍ່ກໍບໍ່ຊາບ ເພາະວ່າເອື້ອຍ
ວັນນະສອນ ບໍ່ແມ່ນນັກຮ້ອງ ສະນັ້ນຈຶງຈະບໍ່ມີເພງຂອງເອື້ອຍແນ່ນອນ ເອື້ອຍຈຶ່ງຂໍຈັດ
ເພງ ຈຳປາເມືອງລາວ ໃຫ້ຟັງພ້ອມໆກັບຈັດໃຫ້ ນ້ອງປຶ້ງ ຜູ້ຟັງຈາກປາກຊັນ ເຊັ່ນກັນ
ເພາະຂຽນເຂົ້າມາຂໍຟັງເພງນີ້ ສ່ວນກັບພໍດີ. ສ່ວນເພງດອກຈຳປານີ້ ຖືວ່າເປັນເພງປະຈຳ
ຊາດເລີຍກໍວ່າໄດ້ ຊຶ່ງກໍໄດ້ມີຫຼາຍໆສິນລະປິນນຳຂຶ້ນມາຂັບຮ້ອງແລະສບັບນີ້ ແມ່ນເປັນ
ຂອງສິນລະປິນສາວນ້ອຍໜ້າໃໝ່ຂອງວົງການ ທິດາ ວຽງຈັນ.
ສ່ວນເພງ ຮັກຍັງລໍຄອຍ ທີ່ຂັບຮ້ອງໂດຍ ບຸນເຫຼືອ ວາລິເດດ ນີ້ ຈັດໃຫ້ຕາມຄຳຂໍທີ່ນ້ອງ
ວິໄຊ ພອນສະຫວັນ ຂຽນເຂົ້າມາຈາກເມືອງຊຽງເງິນ ແຂວງຫຼວງພະບາງ ຂຽນບອກມາ
ວ່າ ຕິດຕາມຮັບຟັງ VOA ຜ່ານທາງ website ມາດົນແລ້ວວ່າຊັ້ນ ພ້ອມນີ້ຍັງບອກມາ
ວ່າຂໍຝາກໃຫ້ແຟນອັນເປັນທີ່ຮັກ ນ້ອງຈັນສະໝອນ ບໍ່ບອກກໍຄົງຈະຮູ້ແລ້ວລະ ວ່ານ້ອງ
ວິໄຊ ຮັກແລະຍັງຕັ້ງໜ້າຕັ້ງຕາລໍຄອຍການກັບມາຂອງນ້ອງຈັນສະໝອນ ແບບວ່ານັ່ງ
ນັບວັນ ນັບເດືອນເລີຍລະ...ເອົາເອື້ອຍວັນນະສອນ ກໍຫວັງວ່າ ທັງສອງຄົນຄົງຈະໄດ້
ພົບພໍ້ກັນ ໃນໄວໆນີ້ ແລະຂໍໃຫ້ໝັ່ນເຕີມຄວາມຮັກແລະຄວາມສຸກ ໃຫ້ກັນແລະກັນ
ແລະຂໍໃຫ້ນ້ອງ ທັງສອງສືບຕໍ່ຮັກກັນຊົ່ວນິລັນ ແລະຂໍໃຫ້ເພງຮັກຍັງລໍຄອຍ ນີ້ ເຊື່ອມປະສານຄວາມຮັກຂອງນ້ອງທັງສອງໃຫ້ໝັ້ນແກ່ນສະເໜີໄປ.
ສ່ວນນ້ອງແສງທຽນ ພົບມະເທບ ກໍເປັນຜູ້ຟັງອີກທ່ານນຶ່ງ ທີ່ຂຽນເຂົ້າມາຜ່ານທາງ
Facebook ວ່າ ມັກຟັງລາຍການວິທະຍຸຂອງ VOA ກັບພໍ່ແລະແມ່ເຖົ້າ ຕັ້ງແຕ່ຍັງ
ນ້ອຍແລະເພິ່ນກໍຈົ່ມວ່າ ຢາກເຫັນເອື້ອຍວັນນະສອນ ແລະໃນທີ່ສຸດ ກໍໄດ້ເຫັນ
ໃນຕອນທີ່ ທາງເຮົາຖ່າຍທອດອອກອາກາດສົດຜ່ານທາງ Facebook ຕັ້ງແຕ່ປີ
1987 ເປັນຕົ້ນມາ ຈົນເທົ່າເຖິງປະຈຸບັນນີ້…ເພາະສະນັ້ນເອື້ອຍວັນນະສອນ ຈຶ່ງຂໍ
ຈັດເພງເພື່ອມອບແທນຄຳຂອບໃຈ ແລະຝາກຄວາມຄິດຮອດຄິດເຖິງແລະຖາມ
ສະບາຍດີໃຫ້ພໍ່ແລະແມ່ເຖົ້າຂອງນ້ອງດ້ວຍ...ຂໍເຊີນໄປຟັງເພງນີ້ ພ້ອມໆກັນເລີຍ...
ຊຶ່ງຂໍຖືໂອກາດນີ້ ມອບເປັນພິເສດແດ່ພວກເພິ່ນ ໃນບົດເພງ...ຫອມກິ່ນຈຳປາ
ທີ່ຂັບຮ້ອງໂດຍ ລີກ ອຸດົມໄຊ ຂໍໃຫ້ທຸກໆທ່ານຈົ່ງນອນລັບຝັນຫວານ ແລະໂຊກດີ
ປີໃໝ່.