ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປູ່ຈັນ - ນ້ອຍ ​ແສງ​ສຸຣິຍາ


ນ້ອຍ ​ແສງ​ສຸຣິຍາ
ນ້ອຍ ​ແສງ​ສຸຣິຍາ

ສະບາຍດີ ​ແລະ​ຍິນ​ດີຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກແດນ​ໄກຂອງ VOA
ມາ​ຟັງ​ເພງ​ມ່ວນ​ໆ​ນຳ​ກັນ ​ເພງ​ທຳ​ອິດ​ນີ້ ຂໍ​ຈັດ​ໃຫ້​ນ້ອງ ກອນ ສຸລິ​ສັກ ຜູ້​ຟັງ​ຈາກ​ແຂວງ​ອຸດົມ​ໄຊ ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ ປູຈັນ ​ເພື່ອມ​ອບ​ໃຫ້​ແດ່​ພີ່ນ້ອງ​ ຊາວບ້ານ​ນາ​ວາງ ​ເມືອງ​ຮຸນ ​ແຂວງ​ອຸດົມ​ ​ຊຶ່ງ​ເພງ ປູ່ຈັນ ນີ້ ​ເປັນ​ເພງ​ເຊີງ​ປະຫວັດສາດ ທີ່​ໄດ້​ບັນ​ລະ​ຍາຍ​ເຖິງ​ດິນ​ແດນ
ອັນ​ກວ້າງ​ໃຫຍ່​ໄພສານ​ຂອງ​ອານາຈັກ​ລ້ານ​ຊ້າງ ວິຖີ​ຊີວິດ ວັດທະ​ນະ​ທຳ ຮີດ​ຄອງ ປະ​ເພນີ​ຂອງ​ຜູ້ຄົນ ຢູ່​ໃນ​ຍຸກ​ນັ້ນ ທີ່​ໄປມາຫາສູ່ ຊຶ່ງ​ກັນ​ແລະ​ກັນ. ​ເພງ​ນີ້​ເປັນ​ຜົນງານ​ເພງ​ຂອງ​ນ້ອຍ ​ແສງ​ສຸຣິຍາ ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ສ່ວນ​ທ່ານ​ຜູ້​ຟັງ ທີ່​ມີນາ​ມ​ແຝງ​ວ່າ Acda Acda ທີ່​ຂຽນ​ເຂົ້າ​ມາ​ທາງ Facebook ຂອງ​ຟັງ​ເພງ ຂອງ​ວໍຣະ​ເດດ ດິດທະ​ວົງ ຊຶ່ງ​ສັບປະດາ​ແລ້ວ​ນີ້​ທາງ​ເຮົາ ກໍ​ໄດ້​ນຳ​ສະ​ເໜີ​ໄປ​ແລ້ວ​ເພງ​ນຶ່ງ​ໄປ​ແລ້ວ ​ເພງ​ມະຍຸຣີ ກໍ​ເປັນ​ອີກ​ເພງ​ນຶ່ງ​ທີ່​ເປັນ​ທີ່​ນິຍົມ ​ແລະກໍຫວັງວ່າ ທ່ານ Acda Acda ຄົງ​ຈະ​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ​ຈາກ​ທາງ​ເຮົາ​ອີກ.

ເດືອນ​ກຸມພາ​ໜ້າ​ນີ້ ຈະ​ເປັນ​ວາລະ​ຄົບຮອບ 75 ປີ ຂອງ​ວິທະຍຸ VOA ​ແລະ ພາກ​ພາສາ
​ລາວ ກໍ​ຈະ​ມີ​ອາຍຸ​ອານາ​ມ 55 ປີ ພໍດີ ຂໍ​ໃຄ່​ຂໍໃຫ້ທ່ານ​ຜູ້​ຟັງ​ໄດ້​ມີ​ສ່ວນ​ຮ່ວມ​ເຮັດ​ວີ​ດີໂອສັ້ນໆ ພຽງແຕ່ ນຶ່ງນາທີເທົ່ານັ້ນ ເຂົ້າ​ມາປະກອບສ່ວນ ຊຶ່ງ​ລະ​ລະອຽດ​ຕ່າງໆ​ເຮົາ​ໄດ້ມີ​ລາຍ​ລະອຽດ​ໃນ Facebook ຂອງ​ພວກ​ເຮົາ ​ເພາະສະ​ນັ້ນ ວັນນະ​ສອນ ຈຶ່ງ​ຂໍ​ຈັດ​ເພງ ຂອບ​ໃຈ ທີ່ປະພັນໂດຍ ອາຈານຄຳຫຼ້າ ໜໍ່ແກ້ວ ແລະຂັບຮ້ອງໂດຍ ປະລິນຍາໃຈ ມອບໃຫ້ຟັງ ແທນຄວາມຂອບໃຈ ແລະຄວາມຮູ້ສຶກດີໆ ທີ່ມອບຄືນແກ່ແຟນລາຍການວິທະຍຸ ທຸກໆທ່ານ.

ຂໍ​ໃຫ້ທຸກໆທ່ານ​ນອນ​ຫຼັບ​ຝັນ​ດີ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG