ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈັນ​ດາຣາ ​ແລະ​ຕິ່ງ - ໄຟ​ຮັກ


ຊຸດ ຮຸ້ນສ່ວນຫົວ​ໃຈ
ຊຸດ ຮຸ້ນສ່ວນຫົວ​ໃຈ


​ສະ​ບາຍ​ດີ​ມິດ​ຮັກ​ແຟນ​ເພງໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກໆທ່ານ ວົງ​ການ​ເພງ​ລາວ ກໍ​ຄຶກຄັກ​ຂຶ້ນ​ມາ​ຕາມ​ລໍາດັບຮວມທັງໃນສປປລາວ​ແລະ​ໃນ​ຕ່າງປະ​ເທດ​ນໍາ ນັກ​ຮ້ອງ, ນັກ​ຮ້ອງສິນລະປິນລາວ​ຢູ່ໃນຕ່າງ​ແດນ ກໍ​ໄດ້​ມີ​ຜົນງານ​ອອກມາ​ເລື້ອຍໆ​ ​ໃຫ້​ຊາວ
ລາວ​ໃນ​ຕ່າງແດນ​ໄດ້​ຮັບ​ຟັງ​ກັນ ຊຶ່ງ​ໃນ​ວັນ​ນີ້ ວັນນະ​ສອນ​ຂໍແນະ​ນໍາ​ເພງ "​ໄຟ​ຮັກ" ທີ່ຂັບ​
ຮ້ອງໂດ​ຍສອງ​ສິນລະປິນ​ລາວ ສາວ​ງາມ​ຈາ​ກເມືອງຝຣັ່ງ ຈັນ​ດາຣາ ​ແລະ​ຕິ່ງ ຊຶ່ງ​ເປັນ​
ຜົນງານຫຼ້າສຸດ ​ໃນ​ຊຸດ​ຮຸ້ນ​ສ່ວນ​ຫົວ​ໃຈ ທີ່​ປະພັນ​ແລະ​ຮຽບຮຽງ​ດົນຕີ​ ໂດຍອ້າຍ ​ກ໊ອກ ສຸຣິຍະເດດ ຈາກ​ກາ​ນາ​ດາ ​ເອົາຂໍ​ມອບໃຫ້​ແກ່​ຊາວ​ລາວ​ໃນ ຕ່າງ​ແດນທຸກໆ​ທ່ານ ​ໂດຍ​ສະ​ເພາະຜູ້​ທີ່​ມັກ​ຮັກ​ແລະ​ສົ່ງ​ເສີມ​ຟັງ​ເພງລາວ ວັນນະ​ສອນ​ຫວັງ​ວ່າ ​ເພງ​ນີ້​ຄົງ​ຈະ​ນໍາ​ຄວາມສະນຸກສະໜາ​ນ ມາ​ໃຫ້​ທ່ານ​ບໍ່​ຫຼາຍ​ກໍ​ໜ້ອຍ ເຊີນ​ຮັບ​ຟັງ​ໄດ້.

ເພງຕໍ່ໄປນີ້ ຂໍຈັດມອບໃຫ້ທ່ານຜູ້ຟັງທີ່ຂຽນເຂົ້າມາ ຈ.ມ. ເຂົ້າມາ ຈາກ​ຍາ​ລຸງ ບົວ​ຫອມ
ດໍາຣົງ​ ຜູ້​ຟັງ​ທີ່​ຕິດຕາມ​ວິທະ​ຍຸ VOA ມານານກວ່າ 50 ປີ ແລ້ວ​ ຍາ​ລຸງ ບົວ​ຫອມບອກ​
ມາ​ວ່າຮັບຟັງທຸກຄືນ ບໍ່ໄດ້ຂາດ ຈົນກາຍເປັນສ່ວນນຶ່ງຂອງຊີວິດປະຈໍາວັນໄປແລ້ວ ​
ຍາລຸງຂໍຟັງເພງ “ນົກເຂົາລືມຄອນ” ວັນນະສອນຂໍຈັດໃຫ້ເລີຍ ເປັນຜົນງານເພງເດັ່ນ
ອີກເພງນຶ່ງຂອງສິນລະປິນ ສຸດຍອດອະມະຕະຄ້າງຟ້າ ​ກໍ​ ວິເສດ ​ເພາະສະ​ນັ້ນ ວັນນະ
ສອນກໍຂໍສົ່ງຄວາມຄິດຮອດຄິດເຖິງມາກັບເພງນີ້ແລະອວຍພອນໃຫ້ຍາລຸງຈົ່ງມີສຸກຂະ
ພາບແຂງແຮງແລະຄອຍເປັນກໍາລັງໃຈ​ໃຫ້ພວກເຮົານັກຂ່າວ VOA ທຸກຖ້ວນໜ້າ
ດ້ວຍເຖີ້ນ.

ຂໍອໍາລາທ່ານດ້ວຍເພງ ຮຸ້ນສ່ວນຫົວໃຈ​ ຈາກສິນລະປິນໜ້າໃໝ່ ຈາກຝຣັ່ງ ຕິ່ງ​ ແລະ
ວັນນະສອນກໍຂໍຝາກຜົນງານເພງຊຸດ ຮຸ້ນສ່ວນຫົວໃຈ​ ທີ່ປະກອບດ້ວຍ 3 ສິນລະປິນ:
ກ໊ອກ ສຸຣິຍະເດດ, ຈັນດາຣາ ຊະນະນິກອນ ແລະຕິ່ງ​ ໄວ້ກັບທຸກໆທ່ານດ້ວຍ
ໃຫ້ພາກັນຊ່ອຍອູ້ມຊູ ສະໜັບສະໜູນແພງລາວ ໃຫ້ຢູ່ຄູ່ກັບລູກຫຼານລາວຕໍ່ໆໄປ ໃນພາຍ
ພາກໜ້າພຸ້ນ. ອາທິດໜ້າ ວັນນະສອນຈະນໍາຜົນງານເພງມ່ວນໆຂອງສິນລະປິນທ່ານອື່ນ
ມາຝາກທ່ານຜູ້ຟັງອີກ ໃນທຸກໆຄໍ່າຄືນຂອງວັນອາທິດ ໃນລາຍການສຽງເພງຈາກແດນໄກ
ແລະທ່ານໃດ ຢາກຈະຂໍເພງມອບໃຫ້ຄົນພິເສດໆ ກໍເຊີນຂຽນເຂົ້າມາຫາທາງເຮົາໄດ້
ແລະ​ຂໍໃຫ້ທຸກໆທ່ານ​ນອນ​ຫຼັບ​ຝັນ​ດີ.
XS
SM
MD
LG