ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເພັດ ນໍຣະວົງ - ບັກດ່ອນແກ້ວ ​(Karaoke)


ເພັດ ນໍຣະວົງ
ເພັດ ນໍຣະວົງ

ສະບາຍດີ​ທຸກໆທ່ານ ​ແລະ​ກັບວັນນະສອນ ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ຕອບ
ຈົດໝາຍ​ແລະຈັດ​ເພງ​ໃຫ້​ຕາມ​ຄຳ​ຂໍ ຊຶ່ງ​ຕິດ​ຄ້າງ​ມາ​ໄວ້​ໄດ້​ຫຼາຍ
​ອາທິດ​ແລ້ວ​ ເພາະກໍ​ໄດ້​ທະຍອຍ​ຈັດ​ໃຫ້​ຕາມ​ລຳດັບ​ທີ່​ຂຽນ​ເຂົ້າ​ມາ
​ ​ເພງ​ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ປະ​ທັບ​ທ່ານ​ຜູ້​ຟັງ​ຢ່າງ​ແນ່ນອນ ​
ເພາະວ່າຟັງ​ທຸກ​ຄັ້ງພາ​ໃຫ້​ຫວນ​ຄິດ​ເຖິງ​ພາບ​ຄວາມ​ຫວັງ​ທີ່​ຝັ່ງ​ໃຈ​
ແລະ​ພາ​ໃຫ້​ມີ​ຄວາມສຸກ ຄອຍ​ຕາມ​ເນື້ອ​ເພງ​ແລະ​ທຳນອງ…ຊຶ່ງ​ວັນ
ນະ​ສອນ​ຂໍຈັດມອບພິ​ເສດ​ ໃຫ້ທ່ານ ​ສະມານ ວົງກະ​ເສມ ອະດີດ
ອາຈານສອນທີ່ສາ​ຖາ​ບັນ​ກົດໝາຍ​ຂອງພະ​ລາດຊະອານາ​ຈັກ​ລາວ ​

ໃນ​ສະ​ໄໝ​ກ່ອນຊຶ່ງ​ປະຈຸ​ບັນ​ນີ້ ສິດສອນ​ຫຼາກ​ຫຼາຍ​ພາສາ​ທັງ​ລາວ​ ຈີນ ຂະເໝນ ຝຣັ່ງ
ຊຶ່ງ​ທ່ານ​ໄດ້​ຂຽນ​ເຂົ້າ​ມາຂໍ​ຟັງ ​ຜ່ານ​ທາງ Facebook ​ເພື່ອ​ມອບ​ພິ​ເສດ​ໃນງານແຕ່ງງານ​
ຂອງ​ຫຼານ​ສາວ​ຄົນ​ງາມ​ທີ່ Bourges​ ຂໍ​ໃຫ້​ສຸກ​ຂີໆ ​ແລະ​ສົມ​ຫວັງ​ທັງ ຍາ​ໜ້າ​ແລະ​ຫຼານສາວ
ທ່ານ​ຜູ້​ຟັງ​ກໍ​ເຊັ່ນ​ກັນ…ຂໍ​ໃຫ້​ມ່ວນໆ​ກັບ​ເພງ​ນີ້…


ເພງ​ທີ່​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເພງ ດອກ​ບົວທອງ ​ທີ່ຂັບ​ຮ້ອງ​ໂດຍ ທອງ​ສຸກ ວົງພັກດີ
ສິນລະປິນ​ລາວ​ຈາກ​ການ​າດາ​ ​ແລະ​ຂໍ​ຈັດ​ເພງ​ຕໍ່​ໄປ​ໃຫ້ຜູ້​ຟັງ ທ່ານ John Manivong
ຈາກ Fresno, California ຜູ້​ຟັງທີ່​ຕິດຕາມ​ຮັບ​ຟັງ VOA ຢ່າງສະໝ່ຳສະເໝີ ແລະກໍ
ໄດ້ຄອຍຕຳນິຕິຊົ​ມແລະເປັນກຳລັງໃຈໃຫ້ຕະຫຼອດມາ…ທີ່ວ່າໃຫ້ພະຍາຍາມຂຽນພາ
ສາລາວ ເວລາທີ່ຂຽນໃສ່ໃນ Facebook ຍິ່ງຈະເຮັດໃຫ້ມີຄວາມໝາຍແລະຝຶກຫັດ​
ການຂຽນພາສາລາວໃຫ້ດີຍິ່ງໆຂຶ້ນໄປ…ກະຕ້ອງຈັດມອບເພງນີ້ໃຫ້ຟັງ ແທນຄຳຂໍ
ຂອບໃຈ ແລະຂໍໃຫ້ເປັນກຳລັງໃຈ ຕະຫຼອດໄປ…ຂໍເຊີນໄປຟັງຮ່ວມກັນເລີຍ ໃນບົດ
ເພງ…ຈຳປາເມືອງລາວ ທີ່ຮ້ອງໝູ່ ໂດຍສິນລະປິນລາວ ທີ່ຈັດພິເສດຂຶ້ນໃນການທີ່
ສປປ ລາວເປັນເຈົ້າພາບ…ຟັງແລ້ວ ປະທັບໃຈແລະມ່ວນໄປອີກແບບ ທີ່ຮວມພະລັງ
ທີ່​ໄດ້​ຮວບຮວມ​ເອົາ​ຫຼາຍໆ​ສິນລະປິນ​ລາວ ມາ​ຮ້ອງ​ຮ່ວມ​ກັນ.


​ເພງສຸດ​ທ້າຍນີ້ ຂໍຈັດມອບໃຫ້ທ່ານຜູ້ຟັງ ນ້ອຍ ມາໄລທອງ ຜູ້ຟັງຈາກຫຼວງພະບາງ ທີ່ຂຽນເຂົ້າມາທາງ Facebook ວ່າພົບພໍ້ກັນເວລາທີ່ເອື້ອຍວັນນະສອນ ໄປຢ້ຽມຢາມ
ຫຼວງພະບາງໃນຄັ້ງຕໍ່ໄປ ຂໍມອບເພງ ບັກດ່ອນແກ້ວ ທຳນອງເພງຣ໊ອກ ທີ່ຂັບຮ້ອງ
ໂດຍ​ສິນລະປິນຜູ້ທີ່ມາກຄວາມສາມາດ ເພັດ ນໍຣະວົງ​.

ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.

XS
SM
MD
LG