ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າຄຳຜາຍ ກຸນລະວຸດ ນັກປະພັນເພງແລະນັກຮ້ອງ ມາກ່ອມອາລົມທ່ານ ໃນບົດເພງ ຫິມະຕົກ


ເຈົ້າຄຳຜາຍ ກຸນລະວຸດ
ເຈົ້າຄຳຜາຍ ກຸນລະວຸດ
ລິງໂດຍກົງ

ສບາຍດີທ່ານຜູ້ຟັງທີ່ເຄົາລົບ ເວລາຊ່າງ ໝູນວຽນໄປຢ່າງບໍ່
ລໍຖ້າໃຜເນາະ ​ເບິ່ງ​ແມ ບຶດດຽວ​ກາະຈະ​ຍ່າງ​ເຂົ້າ​ເດືອນສາມ​ແລ້ວ
ປີ​ນີ້ ຫິມະ​ຕົກ​ແຮງ ​ແລະ​ຕົກ​ເຍືອ ໃນວໍ​ຊີງ​ຕັນດີຊີ. ຊ່ວງ​ນີ້ ບໍ່​ຄອຍ
​ເຫັນ​ທ່ານ​ຜູ້​ຟັງ​ຂຽນ​ຂໍ້ຄວາມ​ໄວ້ ​ໃນ website ຂອງ VOA ​ເລີຍ​ ​
ຫວັງວ່າ​ຄົງ​ຈະ​ເບື່ອ​ກັນ​ເທື່ອ​ເນາະ ຄ່ຳ​ຄືນ​ນີ້ ​ເອື້ອຍ​ວັນນະ​ສອນ
ຂໍ​ຈັດ​ມອບເພງ ກຸຫຼາບປາກເຊ ນີ້ ໃຫ້ຜູ້ຟັງ ທ່ານ ຫຸມພັນ ອິນທະ
ວົງ
ຈາກ ສປປ ລາວ ທີ່ຂຽນເຂົ້າມາຂໍຟັງ ແລະວ່າ ມັກແພງນີ້
ເພງຊຶ່ງມີເນື້ອໃນຄວາມໝາຍດີ ແລະເພງນີ້ເປັນເພງເກົ່າຂອງ
ວົງແມ່ຂອງຂຽວ ທີ່ປະພັນໂດຍ ເຈົ້າຄຳຜາຍ ກຸນລະວຸດ ແລະເພງນີ້ຕົ້ນສະບັບແມ່ນເຈົ້າ
ຄຳຜາຍ ເປັນຜູ້ຂັບຮ້ອງໃນປີ 1989 ພຸ້ນ ຈະຍ້ອນວ່າເນື້ອຫາແລະທຳນອງຂອງເພງນີ້
ມ່ວນປະທັບໃຈຜູ້ຄົນຕິ໋ ຈຶ່ງເຮັດໃຫ້ມີຫຼາຍໆສິນລະປິນນຳມາຂັບຮ້ອງ ແຕ່ສະບັບນີ້ ເປັນສຽງຫວານຂອງ ແສງນະພາ ຂໍເຊີນໄປຟັງພ້ອມໆກັນເລີຍ...

ຈັງໃດກະຫຼິ້ນເພງທີ່ປະພັນໂດຍເຈົ້າຄຳຜາຍ ກຸນລະວຸດ ໄປແລ້ວ ວັນນະສອນ ກໍເລີຍ ຢາກຈະນຳສະເໜີເພງທີ່ຊ່າງເຂົ້າກັບບັນຍາກາດໃນນະຄອນວໍຊີງຕັນ ໃນເວລານີ້ ຊ່າງໜາວເໜບ...ຂໍໃຫ້ທ່ານຜູ້ຟັງ ຟັງໄປ...ຈິນຕະນາການໄປ...​ແບບ​ວ່າເຫັນຫິມະຕົກ ປີວລອຍລົງມາ...ຂໍເຊີນມ່ວນ ໆໄປ ກັບເພງນີ້ ທີ່ເຈົ້າຄຳຜາຍ ເປັນຜູ້ປະພັນ ຮຽບຮຽງທຳ
ນອງດົນຕີ ແລະຂັບຮ້ອງເອງ...ຂໍມອບໃຫ້ທ່ານຜູ້ຟັງທີ່ກຳລັງລໍຄອຍໃຜຜູ້ນຶ່ງນັ້ນ​ແລະກໍຂໍ
ໃຫ້ສົມຫວັງແລະຫວານຊື່ນ ກັບບັນຍາກາດໃນລະດູໜາວແບບນີ້ດ້ວຍ...

ສ່ວນ​ເພງ ປິດ​ທ້າຍ​ລາຍການ​ນີ້ ຕ້ອງຂໍ​ຍົກ​ໂປ້ ​ແຖມກ້ອຍ ​ໃຫ້​ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸດ ​ທີ່ປະພັນເພງດີໆ​ໃຫ້​ຫຼາຍໆ​ສິນລະປິນ ​ໄດ້​ຂັບ​ຮ້ອງ ​ແລະ​ຄັ້ງ​ນີ້​ກໍອີກເຊັ່ນກັນ ໄດ້ນັກຮ້ອງ
ສຽງດີຈາກຝຣັ່ງ ຄູນ ມາກ່ອມທ່ານຜູ້​ຟັງເຂົ້ານອນ ໃນ ບົດເພງ ຄອຍນາງ.

ຂໍ​ໃຫ້​ທຸກໆທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG