ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງດັງໃນອະດີດ ​ເຫຼືອພຽງແພມົນ ທີ່​ອຸດອນ ວົງ​ສີ ນຳມາຂັບຮ້ອງໃໝ່ນີ້ ຖືກໃຈທ່ານຜູ້ຟັງແນ່ນອນ


ອຸດອນ ວົງສີ
ອຸດອນ ວົງສີ

ສະບາຍດີແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ
​ເພງຈາກ​ແດນ​ໄກ​ຂອງ VOA ແລະກໍຂໍບອກອີກແລະຈະ
ບອກຕະຫຼອດໄປວ່າ

ວັນນະສອນດີໃຈແລະຕັ້ງໃຈໃນທຸກໆຄັ້ງ ທີ່ໄດ້ມາຈັດເພງກ່ອມທ່ານຜູ້ຟັງ ໃນທຸກໆຄໍ່າຄືນ
ຂອງວັນອາທິດ ວັນນະສອນຕ້ອງຂໍສັນລະເສີນແຟນລາຍການທີ່ມີຄວາມຕັ້ງໃຈໃຫ້ກ້າວ
ທັນໂລກ ໂດຍທີ່ໄດ້ຂໍຟັງເພງຈາກລາຍການເຮົາຜ່ານທາງ Facebook ຊຶ່ງເມື່ອກ່ອນ​ໄດ້ສົ່ງເປັນ ຈ.ມ. ແລະຂໍເພງເນື່ອງໃນເທດສະການຕ່າງໆນັ້ນ ແຕ່ກວ່າ ຈ.ມ. ຈະມາຮອດ ເທດສະການກໍຜ່ານໄປແລ້ວ ເພງຕໍ່​ໄປນີ້ ຂໍ​ຈັ​ດ​ໃຫ້ ຜູ້​ຟັງ ​ເອື້ອຍຄຳ ພັນທະ​ວົງ ຊຶ່ງ​ກໍ​ເປັນ
​ຜູ້​ນຶ່ງ​ທີ່​ຄອຍ​ຊ່ອຍ​ເຫຼືອ​ເກື້ອກູນ ​ແລະສະໜັບສະໜຸນ​ສະມາຄົມ​ສະຕີ​ລາວ-​ອາ​ເມຣິກັນ
ຂົງ​ເຂດ​ວໍ​ຊີງ​ຕັນ ດີ​ຊີ ຂໍ​ຟັງ​ເພງ ​ແພມົນ ຂອງ​ອຸດອນ ວົງ​ສີ ຊຶ່ງ​ເອື້​ຍຄຳ ກໍ​ເປັນ​ຜູ້​ນຶ່ງ ທີ່​ເປັນ​ແຟນ​ເພງ​ຂອງ​ອ້າຍ​ອຸດອນ ​ວົງສີ ຂະໜານ​ແທ້​ ບອກ​ມາ​ວ່າ ມັກ​ທຸກໆ​ຖ້ອຍ ທຸກ​ຄຳ ທີ່​ອ້າຍ​ອຸດອນ ​ໄດ້​ບັນຈົງ​ຮ້ອງ​ໄວ້…​ເອົາ ອ້າຍ​ອຸດອນ ກໍ​ຂໍ​ໃຫ້​ສືບ​ສານ​ຕໍ່​ໄປ ​ເພາະ​ແຟນເພງ
ຍັງ​ລໍຖ້າ​ຮັບ​ຟັງ​ຊຸດຕໍ່ໆ​ໄປ​ເຈົ້າ ຂໍເຊີນທຸກໆທ່ານໄປຮັບຟັງພ້ອມໆ​ກັນ​ເລີຍ.

ວັນນະສອນ: ຫຼັງ​ຈາກ​ທີ່​ໄດ້ສ້າງ fanclub page ຂອງ VOA ​ແລ້ວ ກໍ​ເລີ້ມ​ມີແຟນລາຍ
ການ​ຂຽນ​ເຂົ້າ​ມາ ​ວັນນະ​ສອນ​ຈຶ່ງ​ຂໍ​ຖື​ໂອກາດ​ນີ້ ຈັດ​ເພງ​ຕ້ອນຮັບ​ເຂົ້າ​ສູ່ fan page ຊຶ່ງ​ຮວມທັງ:​ Vilasorn Phonpadit, Airlaos Simphavong, Nang Luanglard, ນິທິ ພວງໃບດີ, Nilan Phanthavong, Susan Souvanna ​ແລະ​ຍາ​ເອື້ອຍ​ເກີດ ​ແກ້ວມະນີ fanclub ຂອງ Facebook ສ່ວນຕົວຂອງວັນນະສອນ ທີ່ໜ້າຮັກ ​ຄອຍຂຽນເຂົ້າມາຊົມ
ກັນຢູ່ເລື້ອຍ ແລະຂໍຟັງເພງ ວຽງໃນຝັນ ແລະວ່າ ບໍ່ວ່າຈະເປັນຂອງສິນລະປິນໃດຂັບຮ້ອງ ກໍມ່ວນທັງນັ້ນລະ ເພາະເພງນີ້ພາໃຫ້ຄິດເຖິງບ້ານ. ວັນນະສອນຂໍຖືໂອກາດນີ້ ຂອບໃຈໃນ
ນ້ຳໃຈອັນດີງາມທີ່ຄອຍຂຽນຂໍ້ຄວາມຕິຊົມເຂົ້າມາ ແລະຫວັງວ່າ ໂອກາດໜ້າ​ຄົງຈະໄດ້
ເຫັນຂໍ້ຄວາມຂຽນເຂົ້າມາອີກ.

ວັນນະສອນຂໍຕາງໜ້າ VOA ຂອບ​ໃຈ​ນໍາ​ທ່ານ​ຜູ້​ຟັງທ່ານ Souriyanh Phouboun-
pouk ຈາກ​ສປປ ລາວ ທີ່​ສົ່ງ​ທັງ​ຂໍ້ຄວາມ​ຜ່ານທາງ Facebook ​ບອກຂໍ​ຟັງ​ເພງ Some-
where Over The Rainbow
ທີ່​ຂັບ​ຮ້ອງ​ໂດຍ Eric Clapton ​ເອົາ​ຫວັງ​ວ່າ ພໍໄດ້ຟັງ
ເພງທີ່ຈັດໃຫ້ແລ້ວ ກໍຄົງເຫັນທ່ານ Souriyanh ຂຽນເຂົ້າມາຫາທາງເຮົາອີກ ຂໍທ່ານ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.


XS
SM
MD
LG