ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ເພງ ສົງສານ​ສາວ​ຜູ້​​ໄທ ຂອງ ເອກ​ຄຳ ລູກ​ນ້ຳ​ເທີນ ຄົງ​ເຮັດ​ໃຫ້​ທ່ານຜູ້ຟັງ ມັກ​ສາວ​ຜູ້​​ໄທຫຼາຍ​ຂຶ້ນ


​ເອກ​ຄຳ ລູກ​ນ້ຳ​ເທີນ
​ເອກ​ຄຳ ລູກ​ນ້ຳ​ເທີນ


ສະບາຍດີ ​ແຟນລາຍການ​ທຸກໆທານ ວັນນະ​ສອນ​ຂໍ​ຈັດ​ເພງ ສົງສານ​ສາວຜູ້ໄທຂອງ
ເອກ​ຄຳ ລູກ​ນ້ຳ​ເທີນ ສິນລະປິນໝໍ​ລຳ​ຈາກ​ ສປປ ລາວ ຈັດ​ໃຫ້​ທ່ານ​ຜູ້​ຟັງ ພິດາ ກົງ​ປະຈິດ ຈາກ​ສະວີ​ເດນ ທີ່​ຂຽນ​ເຂົ້າ​ມາ​ຜ່ານ​ທາງ ເຟສບຸກ ບອກ​ມາ​ວ່າ ຂໍ​ຟັງ​ເພງ​ ຮັກສາ​ວ​ໂຄ​ສົກ ນຳ​ແດ່​ວ່າ​ຊັ້ນ ຄົງຂຽນ​ຢອກກັນ​ຫຼິ້ນ ​ເພາະວັນນະ​ສອນ​ວ່າ ​ເພງ​ນີ້ຍັງ​ບໍ່​ທັນ​ໄດ້​ແຕ່ງ​ຂຶ້ນ​ມາ ຈຶ່ງ​ຂໍ​ມອບ​ລຳ​ຜູ້ໄທ ລຳ​ລາວ​ຂະໜານ​ແທ້​ ໃຫ້​ຟັງ​ໄປ​ກ່ອນ ​ແລະ​ວ່າ​ໃຫ້​ໝັ່ນ​ເຂົ້າ​ໄປ​ຮັບ​ຟັງ​ລາຍ
ການຂອງ VOA ​ໄດ້​ຕະຫຼອດ​ເວລາ​ທາງ​ອິນ​ເຕິ​ເນັຕ ທີ່ lao.voanews.com ແລະ​ວັນນະ​ສອນ​ໝັ້ນ​ໃຈ​ວ່າ ​ລຳ​ຜູ້​ໄທ​ນີ້​ຄົງ​ເຮັດ​ໃຫ້​ທ່ານ​ພິດາ ​ຄິດ​ຮອດ​ປິ​ຕຸ​ພູມ​ບ້ານ​ເກີດ​ຢ່າງ​ແນ່ນອນ ​ແລະ​ຫຼາຍໆທານ​ຜູ​ຟັງ​ຄົງ​ຈະ​ຄິດ​ແບບ​ດຽວ​ກັນກັບວັນນະ​ສອນ ​ເອົາ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

​ໄດ​ມີ​ແຟນ​ VOA ຈຳນວນ​ຫຼວງ​ຫຼາຍ​ທີ່​ຂຽນ​ເຂົ້າ​ຝາກຂຄວາມ​ໄວ ທັງ​ໃນ Facebook ​ແລະ ​Website ຂອງ VOA ວາ ມັກ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ມັກຂັບ​ລຳ​ລາວ ລຳເພີນປະຍຸກ ທີ່​ມີ​ຊື່ວ່າ ຢາກ​ພົບ​ຮັກ​ແທ້ ຂອງ ​ພິ້ງ ລັດ​ສະ​ໝີ ສິນລະປິນ​ສາວ​ຈາກ ສປປ ລາວ​. ເອົາ ຈັດ​ມອບ​ໃຫ​ທ່ານ​ຜູ້​ຟັງ​ທຸກໆ​ທ່ານ​ເລີຍ ແລະ​ຫວັງ​ວາຄົງ​ຈະ​ໄດ​ເຫັນ email ຂອງ​ທ່ານ​ຜູ້​ຟັງ ຫຼື​ບ​ກໍ​ຝາກ message ທາງ Facebook ດວຍ. ຂອບໃຈທຕິດຕາມ​ຮັບ​ຟັງ.

ກອນ​ອຳ​ລາ​ທານ​ຜູ​ຟັງ​ໄປ​ໃນ​ຄ​າຄືນ​ນ​ ວັນນະ​ສອນ​ຂໍ​ມອບ​ຂັບລຳ​ລາວ​ໃຫ​ຟັງ​ອີກຕມ
ກອນນງ ເປັນ​ລຳ​ແນວ​ປະຍຸກ ໝໍ​ລຳ​ຮິບ​ຮ໊ອບ ​ຂັບ​ຮ້ອງໂດຍ ຍົດ ​ແສງ​ອາທິດ ທີ່​ໄດ້​
ນຳ​ເອົາ​ຂັບ​ທຸ້ມຫຼວງ​ພະ​ບາງ​ຂະໜານ​ແທ້ ມາ​ປະ​ຍຸກ ປະສົມ​ປະສານ​ດົນຕີຮິບ​ຮ໊ອບຂອງ
​ພວກ​ໄວລຸ້ນ ວັນນະ​ສອນ​ວ່າ ​ໄດ້​ທັງ​ສາລະ​ແລະ​ຄວາມ​ບັນ​ເທີ​ງ ເຊີ​ງຮຽນ​ຮູ້​ວັດທະນະທຳ​
ລາວ​ໄປ​ນຳ... ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ.

XS
SM
MD
LG