ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ ລົມໜາວ ຂອງ ຄູນ ສັກດາ ນີ້ ຊ່າງເໝາະກັບ ບັນຍາກາດໃນຊ່ວງນີ້


ຄູນ ສັກດາ
ຄູນ ສັກດາ

ສະບາຍດີທຸກໆທ່ານ ວັນນະສອນ ຫວັງຢ່າງຍິ່ງວ່າທຸກໆທ່ານສຸກສະບາຍດີ ຂໍເລີ້ມດ້ວຍ
ຂໍ້ຄວາມທາງອີແມລຂອງທ່ານ ເກົ້າປູ ພວງປະເສີດ ອະດີດຄູລາວ ສູນບ້ານແກ ທີ່ຂຽນເຂົ້າ
ມາວ່າ ຢາກຊາບເຖິງການອອກອາກາດ ຂອງ VOA ຊຶ່ງທາງເຮົາອອກອາກາດ ທຸກໆວັນ ໃນເວລາ 7:30 ຕອນແລງ ຕາມເວລາໃນທ້ອງຖິ່ນ ຖ້າທ່ານບໍ່ມີໂອກາດໄດ້ຮັບຟັງສົດໆ ກໍສາມາດຕິດຕາມລາຍການຂອງເຮົາໄດ້ທາງອິນເຕິແນ໊ຕທີ່ lao.voanews.com ໄດ້ຕະຫຼອດເວລາໄດ້ເລີຍ ທ່ານເກົ້າປູ ຂໍຟັງເພງໜາວລົມ ແຕ່ກໍບໍ່ໄດ້ລະບຸວ່າເປັນຜົນງານ
ຂອງສິນລະປິນທ່ານໃດ ຊຶ່ງວັນນະສອນ ຊອກຫາແລ້ວ ເຫັນແຕ່ເພງລົມໜາວ ແຕ່ກໍມີຫຼາກ
ຫຼາຍ ຈຶ່ງຂໍມອບເພງ "ລົມໜາວ" ຂອງຄຸນ ສັກດາ ທີ່ປະພັນໂດຍເຈົ້າຄຳຜາຍ ກຸນລະວຸດ ຊຶ່ງເພງນີ້ ວັນນະສອນ ວ່າ ຊ່າງເໝາະກັບສະພາບອາກາດໃນຊ່ວງລະດູນີ້...ນະຄອນຫຼວງ ວໍຊິງຕັນ ກໍຫາຜ່ານພົ້ນພາຍຸຫິມະໃນສັບປະດາແລ້ວນີ້ແລະກໍໄດ້ຍິນມາເຊັ່ນ ກັນວ່າ ທີ່ພາກ
ເໜືອຂອງລາວໜາວຫຼາຍ...ມີຫິມະຕົກດ້ວຍ... ເຖິງຢ່າງໃດກໍດີ ຢ່າລືມຮັກສາສຸກຂະພາບ
ດ້ວຍ ຢ່າໄດ້ເຈັບໄຂ້ ເພາະຈະໄດ້ມາຟັງເພງມ່ວນໆ ໃນລາຍການສຽງເພງຈາກແດນໄກ
ຂອງ VOA ຮ່ວມກັນອີກ ຂໍເຊີນມ່ວນຊື່ນກັບເພງ ລົມໜາວ ນີ້. ​ພ້ອມ​ດຽວ​ກັນ​ນີ້ ທ່ານ​ເກົ້າ​ປູ
ຂໍ​ມອບເພງນີ້ ​ໃຫ້​ແກ່​ຫຼານ​ເຂີຍ ຈັນ​ຍາກ​ອນ ​ແລະ​ອາຈານ ຢາງ ປໍ​ລີ ນ້ອຍ​ຊາຍ ຂອງ​ນັກ​ບິນ ລີ ລື້ ​ໃນ​ລັດ Wisconsin ພ້ອມ​ດ້ວຍອະດີດຄູ​ລາວ ທີ່​ສູນ​ອົບ​ພະຍົບ​ໃນ​ປະ​ເທດ​ໄທ ພ້ອມ​ນີ້ ຍັງ​ຝາກ​ບອກ​ມາ​ວ່າ ຖ້າ​ໄດ້ດີ ມີ​ຄວາມສຸກ​ແລ້ວ ກໍ​ຢ່າ​ລືມ​ທີ່​ມາ​ແລະ​ຮາກ​ເຫງົ້າ​ຂອງ​ເຮົາ​ວ່າ​ເຮົາ​ແມ່ນ​ໃຜ​ແລະ​ມາ​ຈາກ​ໃສ ກໍ​ຄື ຄວາມ​ເປັນ​ລາວ. ຂໍ​ເຊີນ​ໄປ​ຟັງ​ເພງ ລົ​ມໜາວ ພ້ອມໆ​ກັນ​ເລີຍ…


ສ່ວນ​ຂໍ້ຄວາມ​ຕໍ່​ໄປ​ນີ້​ ມາ​ຈາກນ້ອງ​ ພອນວິໄລ ນາມມະວົງສາ ນັກຂ່າວໃນແຂວງສະຫວັນ
ນະເຂດ ສປປ ລາວ ຊຶ່ງເປັນຜູ້ຟັງທີ່ຄອຍຕິດຕາມຮັບຟັງລາຍການຂອງ VOA ມາໂດຍ
ຕະຫຼອດ ຂຽນເຂົ້າມາທາງ Facebook ວ່າໄດ້ຮັບປະຕິທິນແລ້ວ ຊຶ່ງເຮັດໃຫ້ເພື່ີອນຮ່ວມ
ງານອິດສາ​ແຕ່ເອື້ອຍວ່າບໍ່ຕ້ອງດອກ ຖ້າຂຽນສົ່ງເຂົ້າມາ ທາງເຮົາ ກໍຈະຈັດໃຫ້ ເພື່ອນຮ່ວມ
ງານຂອງນ້ອງພອນວິໄລ ຊື່ວ່າ ນ້ອງ ພັດສະລີ ຂໍຟັງເພງ "ຮັກສາວນາແກ" ທີ່ຂັບຮ້ອງໂດຍ
ກໍ ວິເສດ ຊຶ່ງເພງນີ້ ຂໍຈັດໃຫ້ ເອື້ອຍນິກ ທີ່ພອນວິໄລ ບອກມາວ່າ ນິກ ກໍແມ່ນແຟນຄລັບ
ທາງ Facebook ຂອງເອື້ອຍວັນນະສອນ ເຊັ່ນກັນ ເອົາໄປຟັງເພງ "ຮັກສາວນາແກ" ພ້ອມໆກັນເລີຍ ຊຶ່ງກໍໜ້າເສຍດາຍທີ່ທາງເຮົາບໍ່ມີ​ເພງຕົ້ນສະບັບຂອງກໍ ວິເສດ ຈຶ່ງຂໍຈັດຜົນ
ງານເພງຂອງເຕັ້ຍ ຄຳວົງໄຊ ໃຫ້ແທນ ຫວັງວ່າ ຄົງຈະບໍ່ວ່າກັນ.

ຂໍມອບເພງມ່ວນໆ ໃຫ້ທ່ານ Joseph SYHARAJ ຜູ້ຟັງທີ່ຂຽນຂໍ້ຄວາມຝາກໄວ້ໃນໜ້າ
website ຂອງເຮົາວ່າ VOA ພະແນກພາສາລາວຈັດລາຍການໄດ້ດີຫຼາຍ ຂ້າພະເຈົ້າຢູ່
ລາວ ແລະຕິດຕາມຮັບຟັງ VOA ໃນທຸກໆຄ່ຳຄືນ ຂໍໃຫ້ສືບຕໍ່ດຳເນີນລາຍການຕໍ່ໆໄປ ເພາະສະ​ນັ້ນ ວັນນະສອນ ຈຶ່ງຂໍສົ່ງ​ທ່ານ Joseph ​ແລະ​ຜູ້​ຟັງ​ທັງຫຼາຍ ​ເຂົ້າ​ນອນ ດ້ວຍ​ເພງ​ຫວານໆ​ນີ້ “​ເຈົ້າ​ຄື​ລົມ​ຫາຍ​ໃຈ”​ ເປັນ​ຜົນງານ​ເພງ ຂອງນ້ອງ​ເຈ​ເດນ ທີ່​ປະພັນ​ໂດຍ ຈັນທະ​ໄລ ຂັນ​ຕິ​ວົງ ຂໍ​ໃຫ້ທຸກໆທ່ານ ​ນອນ​ຫຼັບ​ຝັນ​ດີ.


XS
SM
MD
LG