ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

“ຄືນ​ທີ່​ລໍຄອ​ຍ​” ຜົນງານຂອງ ສິນລະປິນ​ສາວ ດາຣັດ ຈັນທະ​ເສນ


ມື້ເປີດຕົວຂອງເພງຊຸດ ຄືນທີ່ລໍຄອຍ
ມື້ເປີດຕົວຂອງເພງຊຸດ ຄືນທີ່ລໍຄອຍ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ອາກາດໃນ Washington DC
ດີ​ຫຼາຍ​ແລ້ວ ​ແຕ່​ເຊົ້າໆກໍ​ຍັງ​ໜາວ​ຢູ່ ​ເພາະວ່າ​ຍ່າງ​ເຂົ້າ​ລະດູ​ບານ
​ໃໝ່​ແລ່​ວ ​ອີກ​ປະມານ 2 ອາທິດຂ້າງ​ໜ້າ​ນີ້ ຜູ້​ຄົນຈາກ​ທົ່ວ​ທຸກ​ມຸມ
​ໂລກ ກໍ​ຈະ​ໄດ້​ພາກັນ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ຊົມ​ດອກ​ຊາ​ກຸຣະ ​ໃນນະຄອນ
ຫຼວງ​ວໍ​ຊີງ​ຕັນ ດີ​ຊີ ຊຶ່ງ​ເປັນ​ສັນຍາ​ລັກ​ຂອງ​ສາຍ​ພົວພັນ​ຂອງ​ຍີ່ປຸ່ນ
​ກັບ ສະຫະລັດ ທີ່​ມີນາ​ນກວ່າ 50 ປີ ​ແລ້ວ ຖ້າ​ທ່ານ​ຜູ້​ຟັງ​ຢາກ​ມາ​
ຊົມ​ມາ​ເບິ່ງ ກໍໃຫ້ມາ​ປະມານສັບປະ​ດາ​ທີ 2 ຂອງ​ເດືອນ​ເມສາ ​ເພາະ
ດອກ​ຊາ​ກຸຣະ ກໍ​ຈະ​ບານ​ສະພັ້ງ ຂາວ​ປົນ​ຊົມ​ພູ​ອ່ອນ​ໆ ຈົນ​ບໍ່​ເຫັນ
​ຮອດ​ໃບ​ພຸ້ນ​ລະ ງາມ​ຫຼາຍ​ແທ້​ໂອ໊...ຕ້ອງ​ມາ​ເຫັນ​ໃຫ້​ໄດ້​ເດີ...​ເອົາ
​ເຂົ້າ​ມາ​ຟັງ​ເພງ​ນຳ​ກັນ​ກ່ອນ ​ເປັນ​ເພງ​ໃນ​ຊຸດ​ໃໝ່​ຂອງ​ສອງ​ສິນລະ
ປິນ​ຈາກ​ປະ​ເທດ​ຝຣັ່ງ ​ທັງ​ຄູນ​ ສັກດາແລະ ດາຣັດ ຈັນທະ​ເສນ ທີ່
​ຫາ​ກໍ​ຈັດ​ພິທີເປີດ​ຕົວ​ເພງ​ຊຸດ​ໃໝ່​ຫວ່າງ​ໄວ​ໆມາ​ນີ້ ທີ່​ປະ​ເທດຝຣັ່ງ​.

ວັນນະສອນຂໍ​ເລີ້ມ​ດ້ວຍ​ເພງ “ຄືນ​ທີ່​ລໍຄອ​ຍ​” ທີ່​ຂັບ​ຮ້ອງ​ໂດຍ ສິນລະປິນ​ສາວ ດາຣັດ ຈັນທະ​ເສນ ຈັດ​ໃຫ້​ທ່ານ​ຜູ້​ຟັງ ນ້ອງ ​ເພັງສີ​ສຸກ ນວນ ຜູ້​ຟັງ​ຈາກ ສປປ ລາວ ທີ່ເປັນແຟນຄລັບ​ ທາງ Facebook ​ແລະ​ບອກ​ມາ​ວ່າ​ຮັບ​ຟັງ​ VOA ທຸກໆຄືນວ່າ​ຊັ້ນ ​ເອົາຫວັງ​ວ່າ​ນ້ອງເພັງສີ​ສຸກ ຄົງ​ຈະ​ສືບ​ຕໍ່​ຮັບຟັງ VOA ສະ​ເໝີ​ໄປ. ຂໍ​ເຊີນ​ໄປ​ຮັບ​ຟັງພ້ອມໆ​ກັນ​ເລີຍ.

ລິງໂດຍກົງ

ຈັ່ງ​ໃດ​ກໍ​ໄດ້​ແນະນຳ​ຜົນງານ​ເພງ​ຂອງ​ສິນລະປິນ​ສາວ​ໄປ​ແລ້ວ ວັນນະ​ສອນ​ ຂໍ​ນຳ​ສະ​ເໜີ
ເພງຂອງ​ສິນລະປິນ​ຊາຍ ​ແລະ​ວ່າ​ຫຼາຍໆ​ທ່ານ​ຄົງ​ຈະ​ຄຸ້ນ​ເຄີຍ ກັບ​ສິນລະປິນ​ທ່ານ​ນີ້​ແດ່​ແລ້ວ ​ເພາະ​ໄດ້​ຄ້ຳ​ວອນ​ຢູ່​ໃນ​ວົງ​ການ​ເພງ​ ​ໃນ​ປະຊາ​ຄົມ​ລາວ​ທີ່​ປະ​ເທດ​ຝຣັ່ງ​ ມາ​ເນີນ​ນານ ກໍ​ບໍ່​ຕ້ອງ​ອະທິບາຍ​ໃຫ້​ຍຶດຍາ​ວ ​ໄປ​ຟັງເພງ ສາຣະພາບ​ຮັກ ຂອງ ຄູນ​ ສັກດາ ພ້ອມໆ​ກັນ​ເລີຍ

ລິງໂດຍກົງ

ວັນນະ​ສອນຕ້ອງ​ຂໍ​ຂອບ​ໃຈທີ່ທ່ານຜູ້ຟັງໄດ້ຝາກທັງ email ແລະຂໍ້ຄວາມໄວ້ທັງ VOA website ແລະ Facebook ທີ່ວ່າ ມັກຕິດຕາມຮັບຟັງລາຍການຂອງ VOA ວ່າ​ຊັ້ນ ແລະຫັວງວ່າ ຄົງຈະໄດ້ເຫັນທ່ານຜູ້ຟັງຂຽນເຂົ້າມາຫາອີກ ​ເພງ​ ຟັງ​ນະ​ທີ່​ຮັກ ທີ່​ຂັບ​ຮ້ອງ​ໂດຍ ສຸດ​ທະ​ລິດ ກັນຍາ​ວົງ ນີ້ ຂໍ​ຈັດ​ມອບ​ໃຫ້​ທ່ານ​ແສງ​ສະ​ຫວັດ ຣາຊາ​ສັກ ທີ່​ຂຽນ​ເຂົ້າມາ​ຂໍ​ຟັງ​ຕັ້ງ​ນານ​ແລ້ວ ​ແຕ່​ກໍ​ຕ້ອງ​ລໍ​ຕາມ​ຄິວ ຫວັງ​ວ່າ​ທ່ານ​ແສງ​ສະ​ຫວັດ ​ຄົງ​ຈະ​ບໍ່​ນ້ອຍ​ໃຈ ​ເບື່ອ​ຟັງ VOA ​ເສຍ​ລະ. ​ເພງ ຟັງ​ນະ​ທີ່​ຮັກ ​ນີ້ ຕົ້ນ​ສະບັບເປັນ​ຂອງສິນລະ​ປິນຮຸ້ນ​ອາວຸ​ໂສ ບຸນ​ທົງ ວົງສາ​ສີ ວັນນະ​ສອນ​ວ່າ​ເພງ​ນີ້ ຄົງ​ພາ​ໃຫ້​ຫຼາຍໆ​ທ່ານ​ຄິດ​ເຖິງ​ຄວາມ​ເກົ່າ​ຄວາມ​ຫຼັງ.

ຂໍຈົ່ງນອນຫຼັບຝັນດີ​ ແລະ​ພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

XS
SM
MD
LG