ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ດາຣາ​ເພັດ - "ມໍຣະດົກ​​ໂລກ"


ດາຣາ​ເພັດ - "ມໍຣະດົກ​​ໂລກ"
ດາຣາ​ເພັດ - "ມໍຣະດົກ​​ໂລກ"

ໃນຄຄືນນ ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ ດ້ວຍເພງ ທີ່ຖືກໃຈທ່ານເປັນທີ່ສຸດ ເພາະເປັນເພງທີ່ວັນນະສອນຜູ້ຈັດລາຍການຕິດຄ້າງ ທ່ານຢູ່ ແລະຈະຈັດໃຫ້ຕາມຄໍາຂໍເລີຍ ຂໍເຊີນຮັບຟັງໄດ້.

ສບາຍດີທ່ານຜູ້ຟັງທີ່ເຄົາຣົບ​ ບຶດດຽວກໍໝົດເດືອນກຸມພາ
ແລ້ວ ເວລາຊ່າງໝູນວຽນໄປຢ່າງບໍ່ລໍຖ້າໃຜເນາະ ເອົາທ່ານ
ຜູ້ຟັງຢາກເຮັດຫຍັງ ຢາກໄປທ່ຽວໃສໃຫ້ສະບາຍໃຈ ກໍຂໍ
ເຊີນເລີຍ ຕາມຫາຄວາມຝັນຂອງຕົວທ່ານເອງໃຫ້ພົບເພື່ອ ທ່ານຈະໄດ້ມີຄວາມສຸກ.

ດາຣາ​ເພັດ - "ມໍຣະດົກໂລກ"
ດາຣາ​ເພັດ - "ມໍຣະດົກໂລກ"

Email ສະ​ບັບທຳອິດນີ້ ມາ​
ໄກ​ເຖິງ Belgium ຈາກ
ທ່ານ ພອນ​ປຣະດິດ ພົມ
ມະ​ພາ​ວັນ ເຈົ້າ​ຂອງຜູ້​ປະ
ພັນ​ເພງ ທີ່​ເອື້ອຍ​ດາຣາ​ເພັດນໍາ​ໄປ​ຂັບ​ຮ້ອງ "ມໍຣະດົກໂລກ"
ພ້ອມ​ນີ້ ຍັງ​ເປັນສິນ​ລະປິ​ນ ວົງ​ນົກ​ເຄົ້າ​ນໍາ ທ່ານ​ຂໍ​ຟັງ​ເພງ​ທີ່​
ກ່າວ​ມາ​ນັ້ນ ​ແລະ​ກໍຊ່າງປະຈວບ​ເໝາະ​ເລີຍ ​ເພາະຫຼວງ​ພະ​
ບາງຫາ​ກໍ່​ໄດ້​ຮັບ​ລາງວັນ​ເປັນ​ເມືອງ​ຍອດ​ນິຍົມ​ອັນ​ດັບ​ນຶ່ງ
6 ປີ ລຽນຕິດ ພ້ອມ​ທັງເປັນ​ເມືອງມໍຣະດົກໂລກ ທີ່​ນຶ່ງ​ໃນ​ການ​ຄົງ​ຄວາມ​ເປັນມໍຣະດົກໂລກ
ໄວ້. ຍິນ​ດີ​ກັບ​ຫຼວງ​ພະ​ບາງ​ແລະ​ຊາວ​ເມືອງທຸກ​ຖ້ວນ​ໜ້າ ທີ່​ພາກັນ​ຮັກສາຕໍາ​ແໜ່​ງແລະ​ຍຶດ
ໜຽວ​ໃຫ້​ເປັນ​ນຶ່ງ​ດຽວ​ຕະລອດການ​. ເອົາ​ໄປ​ຟັງ​ເພງ​ນີ້​ພ້ອມໆ​ກັນ​ເລີຍ ​ເພື່ອ​ຈະ​ໄດ້​ຊື່ນ​ຊົມ
ຫຼວງ​ພະ​ບາງ​ນໍາ​ກັນ...

ເພງ: ມໍຣະດົກໂລກ ​ໂດຍ ດາຣາ​ເພັດ

ສ່ວນ email ສະບັບ​ນັ້ນ​ມາ​ຈາກ​ເມືອງ Greenbay, Wisconsin ສະຫະລັດ​ເອງ​ຈາກ
Vilasak Thao ຂຽນ​ບອກ​ມາ​ວ່າ ບໍ່​ໄດ້ email ມາ​ດົນ​ແລ້ວ​ຫວັງ​ວ່າ ທຸກໆທ່ານ​
ສະບາຍດີ ວັນນະ​ສອນຕ້ອງ​ຂໍ​ຂອບ​ໃຈ​ທີ່​ທັກ​ທາຍ​ມາ​ແລະ​ຂໍ​ຈັດ​ເພງ​ໃຫ້​ຕາມ​ຂໍ "ຄິດ​ເຖິງ​
ເມືອງ​ລາວ" ​ ແຕ່ບໍ່​ໄດ້​ບອກ​ວ່າ ​ເປັນ​ສິນລະປິນ​ທ່ານ​ໃດ ວັນນະ​ສອນວ່າ ​ເພງ​ທີ່​ມີ​ຄວາມ
ໝາຍ​ແບບ​ນີ້​ມີ​ ຕັ້ງ​ຫຼາຍ​ເພງ ບໍ່​ແນ່ວ່າ​ ກໍ​ເລີຍ​ຂໍ​ຈັດ​ເພງ "ບ້ານ​ເກີດ​ເຮົາ" ຂອງ​ວົງຣ໊ອກ
Exile ໜຸ່ມ​ລາວ​ຈາກ ກາ​ນາ​ດາ ເພື່ອ​ມອບ​ໃຫ້​ເພື່ອນ​ທີ່​ຮັກ ສົມ​ໃຈ ມົວ ວາຍາ ທີ່​ຫາ​ກໍ​
ອໍາ​ລາ​ຈາກ​ໂລກ​ນີ້​ໄປ ໃນ​ຫວ່າງວັນ​ເຫ່ງຄວາມ​ຮັກ​ນີ້ ທີ່​ໂພນ​ສະຫວັນ ​ແຂວງ​ຊຽງ​ແຂວງ,
ລາວ. Vilasak ບອກ​ມາວ່າ ຂໍ​ໃຫ້​ດວງ​ວິນ​ຍານ​ຂອງ​ສົມ​ໃຈ ຈົ່ງ​ໄປ​ສູ່​ສຸກຂະ​ຕິ ​ແລະ​
ວັນນະ​ສອນກໍ​ຫວັງ​ວ່າ ວິນ​ຍານ​ຂອງ​ສົມ​ໃຈ ​ເຖິງ​ຄວາມ​ຮູ້​ສຶກທີ່​ດີ​ຂອງ​ເພື່ອນ​ທີ່​ມອບ​ໃຫ້.

ເພງ: ບ້ານ​ເກີດ​ເຮົາ​ໂດຍ Exile

ການ​ສື່ສານ​ທາງ Internet ນີ້ ຊ່າງ​ວ່ອງ​ໄວ​ທັນໃຈ ​ເຮັດ​ໃຫ້​ໂລກ​ແຄບ​ລົງ ​ໄດ້​ຕິດ​ຕໍ່​ຫາ​
ແຟນລາຍການ​ໄດ້​ຢ່າງ​ສະບາຍ​ ຢ່າງ​ປະຈຸ​ບັນ​ທັນ​ດ່ວນ. ນ້ອງ​ສົມ​ເໝາະ ຈາກ​ສະ​ຖາ​ບັນ
ຄົ້ນ​ຄ້ວາວິທະຍາສາດ​ການ​ສຶກສາ​ໄດ້​ສົ່ງ​ທັງ email ​ແລະ chat ທາງ Facebook ​
ເຂົ້າ​ມາ​ຫາທາງ​ລາຍການ ຂໍ​ຟັງ​ເພງ​ຕັ້ງ​ຫຼາຍ​ເພງ​ແນ່ ວັນນະສອນ ຂໍ​ຈັດ​ເພງ​ນີ້​ໃຫ້​ຟັງ
ໄປ​ກ່ອນ ​ເພື່ອ​ມອບ​ໃຫ້​ພໍ່​ຂອງ​ນ້ອງ ທີ່​ເມືອງ​ກາສີ ​ເພາະ​ນ້ອງ​ສົມ​ເໝາະ ບອກ​ມາ​ວ່າ
ພໍ່​ເພິ່ນ​ມັກ​ເພງ ກໍ. ວິ​ເສດ ວ່າ​ຊັ້ນ ກໍ​ເລີຍ​ຈັດ​ເພງ "ວັງ​ວຽງ" ​ໃຫ້ ​ເພາະຢູ່​ໃກ້ໆ​ກັບ​ກາສີ
ບໍ່ແມ່ຫສະ? ແລະ​ເພງ​ທີ່​ຂໍ​ໃຫ້​ນ້ອງ​ຊາຍ ທີ່​ກໍາລັງ​ສຶກ​ສາຢູ່ ອ໊ອສ​ເຕ​ເລຍ ຊື່ ກິນັ້ນ ​ໄດ້​ຟັງ
ແນ່ນອນໃນ​ຄັ້ງ​ຕໍ່​ໄປ ວັນນະ​ສອນ​ຂໍ​ຂອບ​ໃຈ​ໃນ​ທຸກໆຄໍາ​ຕິ​ຊົມ​ແລະ​ຄວາມ​ເຫັນ​ທີ່​ສົ່ງ​ຂຽນ
ເຂົ້າ​ມາ. ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ.

ເພງ: ວັງ​ວຽງ​ໂດຍ ກໍ. ວິ​ເສດ

XS
SM
MD
LG