ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເພງ ຮັກ​ເຈົ້າ​ສຸດ​ຫົວໃຈ ຂອງ ແສງນະພາ ນະຄອນທັບ ນີ້ ຄົງເຮັດທ່ານຜູ້ຟັງ ຄິດຮອດອະດີດ


ແສງນະພາ ນະຄອນທັບ
ແສງນະພາ ນະຄອນທັບ

ສະບາຍດີ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
ສຳ​ຫຼັບ​ຄ່ຳຄືນ​ນີ້​ວັນນະ​ສອນ ຂໍ​ຈັດ​ເພງ​ ຮັກ​ເຈົ້າ​ສຸດ​ຫົວ​ໃຈ ໃຫ້​ຕາມ​ຄຳ​ຂໍ​ຂອງ​ຜູ້​ຟັງ ​ທ່ານບຸນ​ເລີດ ​ແກ້ວ​ຫຼວງ​ຫານ ຈາກ​ແຂວງ​ຫຼວງ​ນຳ​ທາ ສປປ ລາວ​ພຸ້ນ ຊຶ່ງ​ເພງນີ້​ເປັນເພງ​ດັງ​ໃນ​ອະດີດ
ທີ່​ໄດ້​ນັກສຽງ​ຫວານ ​ແສ​ງນະພາ ນະ​ຄອນ​ທັບ​ ມາ​ຂັບ​ຮ້ອງ ທ່ານ​ບຸນ​ເລີດ​ ບອກ​ມາ​ວ່າ
ຂໍ​ຟັງນີ້ ຮ່ວມ​ກັບ​ພິທີ​ກອນ ​ແລະ​ທຸກໆທ່ານຜູ້​ຟັງ VOA ​ໃນ​ທົ່ວ​ໂລກ...​ເຊີນ​ຮັບ​ຟັງ​ໄດ້

​ເພງຕໍ່​ໄປ​ນີ້ ​ເປັນ​ລຳ​ພວນ​ຂອງ​ກິນ​ນາ​ລອນ ສິນລະປິນ​ສາວ ຈາກ California ຊຶ່ງ​ເປັນ​ເພງ​ຊຸດ​ໃໝ່ ທີ່​ທາງ VOA ຫາ​ກໍ​ໄດ້​ຮັບ​ເພງ​ຊຸດ​ໃໝ່​ນີ້ ວັນນະ​ສອນ ​ກໍ​ເລີຍ​ຂໍ​ຈັດ​ໃຫ້ທຸກໆ​ທ່ານ​ທີ່​ກຳລັງ​ຮັບ​ຟັງ VOA ຢູ່​ໃນ​ຂະນະ​ນີ້ ທີ່​ມີ​ຊື່ວ່າ​ລຳ​ພວນ​ຫ່ວງພີ່ນ້ອງ ​ເຊີນ​ຮັບ​ຟັງ​ໄດ້...

ລິງໂດຍກົງ

ແລະ​ຂໍ​ມອບ​ເພງ​ສຳ​ຫຼັບ​ນ້ອງໆ​ທີ່​ມີ​ອາຍຸ​ຫຼາຍ​ກວ່າ ຟັງ​ແລ້ວ​ໜ້າ​ຮັກ​ດີ ທີ່​ຂັບ​ຮ້ອງ​ໂດຍ​ຄຳ​ຫຼ້າ ​ເພັດ​ສຸພາ ​ໃນ​ບົດ​ເພງ​ຮັກ​ເອື້ອຍ​ແລ້ວ​ໄດ໋. ຂໍໃຫ້ທຸກໆທ່ານນອນຫລັບຝັນຫວານ.

XS
SM
MD
LG