ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍາປາບານໃໝ່ - ຮຸ່ງຟ້າ ດາວໃໝ່


ຮຸ່ງຟ້າ ດາວໃໝ່
ຮຸ່ງຟ້າ ດາວໃໝ່

ລາຍການສຽງເພງຈາກແດນໄກຂອງ VOA ຂໍສະເໜີເພງ
"ຈໍາປາບານໃໝ່"ເພງ singgle ຂອງສິນລະປິນສາວຈາກ
ລັດ California ຮຸ່ງຟ້າ ດາວໃໝ່ ເປັນບົດປະພັນຂອງ
ອາຈານ ສ. ແສງສິຣິວັນ ຈາກລັດ Oregon ຊຶ່ງເພງນີ້
ອາຈານໄດ້ອະທິບາຍໃຫ້ຟັງວ່າ ປະພັນຂຶ້ນມາໃໝ່ໃຫ້
ເຂົ້າກັບຍຸກສະໄໝ ແລະອາຈານຍັງບອກມາວ່າ ດຽວນີ້
ດອກຈໍປາທີ່ເປັນສັນຍາລັກຂອງລາວນັ້ນ ໄດ້ໄປເບັ່ງບານ
ກະຈັດກະຈາກທົ່ວໂລກາ ອວດໂສມຄວາມງາມໃຫ້ຊາວ
ໂລກໄດ້ຊື່ນຊົມແລະດົມກິ່ນອັນຫອມຫວນນັ້ນ ຈັດໃຫ້ຜູ້ຟັງ
ຈາກສປປລາວແລະທຸກໆທ່ານທີ່ຍັງຮັກແລະຈະຮັກ
ດອກຈໍາປາ ດອກໄມ້ປະຈໍາຊາດຂອງລາວນີ້.

ເພງ: "ຈໍາປາບານໃໝ່" ໂດຍ ຮຸ່ງຟ້າ ດາວໃໝ່

ເພງທີ່ສອງນີ້ "ບໍ່ຄືບ້ານເຮົາ" ໂດຍ ໄກຄໍາ ອຸດົມ ສິນລະປິນຈາກລັດ California
ທີ່ໄດ້ປະພັນແລະຮ້ອງເອງ ຈັດມອບໃຫ້ທ່ານ ປອນທິບ ອາຣຸນທອງແລະມັດທະຍົມ
ສຶກສາພັນຊໍາ ແຂວງຫົວພັນ ທຸກໆຄົນແລະຫວັງວ່າຄົງຈະມ່ວນຊື່ນໄປກັບເພງນີ້.

ເພງ: "ບໍ່ຄືບ້ານເຮົາ" ໂດໄກຄໍາ ອຸດົມ

ເພງສຸດຫ້າຍນີ້ ຂໍມອບໃຫ້ທຸກໆທ່ານທີ່ຍັງຮັກແລະບໍ່ລືມວຽງຈັນ ດັ່ງຊື່ຂອງເພງນີ້

ເພງ: "ບໍ່ລືມວຽງຈັນ" ໂດຍ ພອນ ພູມິທອນ

ພົບກັນໃໝ່ໃນສັບປະດາໜ້າ

XS
SM
MD
LG