ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕົ້ນຕຳລັບລຳລາວ ຈາກພາກໃຕ້ ລຳສີ່ພັນດອນ ທີ່ຂັບຮ້ອງ ໂດຍ ຕ້ອມ ເຣນໂບວ໌


ຕ້ອມ ເຣນໂບວ໌
ຕ້ອມ ເຣນໂບວ໌

ສະບາຍດີ​ ພໍ​ຮອດ​ວັນ​ອາທິດ​ ຍາມ​ໃດ ວັນນະ​ສອນ​ດີ​ໃຈ​ເປັນ​ພິ​ເສດ​ ​ເພາະ​ໄດມາ​ຈັດ​ເພງ​ໃຫ​ທານ​ຜູ​ຟັງ​ໄດ​ຮັບ​ຟັງ​ກັນ. ຈົດໝາຍສະບັບຕ​ໄປນມາ​ໄກ​ຈາກຍາ​ລຸງສວ່າງ ທອງ​ບໍ່ ທີ່ຈັງວັດ
ໜອງ​ບົວ​ລຳ​ພູ ​ປະ​ເທດໄທ ທ​ຂຽນ​ເຂາ​ມາ​ຂໍ​ຟັງ ລຳ​ສີ່​ພັນ​ດອນ ຂອງ​ຕ້ອມ ​ເຣນ​ໂບວ໌ ສິນລະ
ປິນ​ນ້ຳ​ສຽງ​ຄຸນ​ນະພາ​ບທີ່​ຮ້ອງ​ເພງ​ໄດ້​ຫຼາ​ກຫຼາຍ​ສະ​ໄຕລ໌ ຫວັງ​ວ່າ​ລຳ​ສີ່​ພັນ​ດອນ ​ນີ້ ຄົງ​ຈະ​ເຮັດ​ໃຫ້ຫຼາຍ​ໆທ່ານທີ່​ກຳລັງ​ຮັບ​ຟັງລາຍການ​ນີ້ຢູ່ ພອຍ​ຄິດ​ເຖິງ​ຄວາມຫຼັງ ພູມລຳ​ເນົາ​ບ້ານ
​ເກີດພຸ້ນ.

​ຫຼັງ​ຈາກ​ທີ່​ໄດ້​ຟັງ​ເພງ​ທີ່​ຍາ​ລຸງ​ຂໍ​ຟັງແລ້ວນັ້ນ ຄົງ​ເຮັດ​ໃຫ້​ຍາ​ລຸງ ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ ສ່ວນ​ປະຕິທິນ​ນັ້ນ ​ໄດ້​ສົ່ງ​ໃຫ້​ແລ້ວ ອີກ​ບໍ່​ດົນ​ຄົງ​ຈະ​ໄດ້​ຮັບ. ສ່ວນ​ທ່ານ ​ແສງສະ​ວັດ ຣາຊາ​ສັກ ຜູ້​ຟັງທີ່​ເປັນ Fan Club ທາງ Facebook ຂຽນ​ບອກ​ມາ​ວ່າ ຕິດຕາມ​ຮັບ​ຟັງຂ່າວ​ຈາກ VOA ມາ​ໂດຍ​ຕະຫຼອດ ​ແລະ​ຫາ​ກໍ​ມາ​ເຫັນ​ເຈົ້າ​ຂອງ​ສຽງ​ຕົວ​ຈິງ​ໃນ Facebook ​ເມື່ອ​ບໍ່​ດົນ​ມາ​ນີ້ ວັນນະ​ສອນ ຈຶ່ງຂໍມອບເພງ “ຈຳປາເມືອງລາວ” ຂອງເອອຍ ທອງລວ ​ແກ້ວຣາຊວົງໄຊ ສິນລະປິນ ລາວ​-ອາ​ເມຣິກັນ ຊງກໍເປັນຜູນງທຊອຍເຫຼືອສັງຄົມລາວ-ອາເມຣິກາໃນເຂດ Elgin, Illinois ຫວັງ​ວ່າ​ເພງ​ນີ້ ຄົງ​ຈະ​ໃຫ້​ທ່ານ​ຜູ້​ຟັງ​ພໍ​ໃຈ ບໍ່​ຫຼາຍ​ກໍ​ໜ້ອຍ.

ຂໍໃຫທຸກໆທານນອນລັບຝັນດີ ແລະພົບກັນ ໃໝໃນສັບປະດາໜາ.

XS
SM
MD
LG