ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຊມ ແລະ ຢູໂກະ - “ປີໃໝ່ແລ້ວແກ້ວຕາ”


ແຊມ - ຢູໂກະ
ແຊມ - ຢູໂກະ
ສະບາຍດີ ກັບ​ມາ​ພົບ​ກັນອີກ​ເຊັ່ນ​ເຄີຍ​ໃນ​ລາຍການສຽງ​ເພງ​
ຈາກ​ແດນ​ໄກ​ຂອງ VOA ​ໃນ​ທຸກໆຄໍ່າ​ຄືນ​ຂອງ​ວັນ​ອາທິດ
ຫຼັງຈາກທີ່ພະແນກພາສາລາວຂອງ VOA ​ໄດ້ຈັດ​ທໍາ​
ວີ​ດີ​ໂອ ສົ່ງ​ພອ​ນປີ​ໃໝ່​ໃຫ້​ແກ່​ບັນດາ​ທ່ານ​ຜູ້​ຟັງ​ແລ້ວ ກໍ​ໄດ້​ມີ
ທ່ານຜູ້​ຟັງ​ຂຽນ​ຂໍ້ຄວາມ​ຝາກ​ໄວ້​ກັບ website ຂອງ​ເຮົາ
ຂໍ້ຄວາມ​ສະບັບ​ນີ້ມາ​ຈາກ​ນ້ອງ​ກຽດ​ສຸວັນ​ ບຸນ​ວິ​ໄລ ທີ່​ບ້ານ​
ສົບ​ຮາວ ​ເມືອງ​ສົບ​ເບົາ ​ແຂວງ​ຫົວພັນ ຊຶ່ງ​ປະຈຸ​ບັນ​ນີ້​ອາ​ໄສ ​ຢູ່ນະຄອນຫຼວງວຽງ​ຈັນ ​
ແລະບອກ​ມາ​ວ່າ ​ເມື່ອກ່ອນ​ນີ້​ໄດ້​ຍິນ​ແຕ່​ສຽງ​ແລະ​ບັດ​ນີ້ ກໍ​ໄດ້​ເຫັນ​ໜ້າ​ຄ່າ​ຕາ​ຄະນະ VOA
ທັງໝົດທຸກໆ​ທ່ານ ​ແລ້ວ​ຍັງ​ເປີ​ຍໆ​ມາ​ວ່າ ສຽງ​ຫຼໍ່​ກວ່າ​ໜ້າ​ຕາ​ຕົວ​ຈິງ​ ​ເອື້​ອຍວັນ​ນະ​ສອນ
​ກໍ​ເລີຍຢາກ​ຈະບອກ​ວ່າ ​ພວກ​ເຮົາ​ເຮັດ​ລາຍການ​ວິທະຍຸ​ ຂໍ​ໃຫ້​ສຽງ​ຫຼໍ່​ນັ້ນ​ແມ່ນ​ໃຊ້​ໄດ້​ແລ້ວ
ບໍ່​ຈໍາ​ເປັນ​ຕ້ອງ​ໜ້າ​ຕາ​ດີ ຫຼໍ່​ເຫຼົ່າ​ເອົາ​ການຂະ​ໜາດ​ນັ້ນ​ດອກ ຢອກ​ກັນ​ຫຼິ້ນໆ​ຊື່ໆ​ເດີ ຈະ​ໄດ້​ມີ
​ຄວາມສຸກ ຕະຫຼອດ​ລາຍການ​ເລີຍ.

ພ້ອມ​ນີ້ ນ້ອງກຽດ​ສຸວັນ ຂໍ​ຟັງ​ເພງ “ສະບາຍດີ​ປີ​ໃໝ່” ​ເພື່ອ​ອວຍໄຊ​ໃຫ້​ພອນ​ແກ່ ທີ​ມງານ
VOA ທຸກໆທ່ານ ພິເສດສຸດແມ່ນພີ່ນ້ອງຊາວສົບຮາວ​ແລະພີ່ນ້ອງເຜົ່າໄຕແດງ ທີ່ກໍາລັງ
ຕຽມສະຫຼອງບຸນກິນຈຽງ ແລະຂໍໃຫ້ມ່ວນຊື່ນ​ໄປພ້ອມໆກັນ ກັບເພງ “ປີໃໝ່ແລ້ວແກ້ວ
ຕາ”
ຜົນງານເພງຄູ່ ຈາກສິນລະປິນລາວຈາກປະເທດຝຣັ່ງ ແຊມ ແລະ ຢູ​ໂກະ
ແລະກໍຫວັງຢ່າງຍິ່ງວ່າຄວາມເພງນີ້ໄດ້ນໍາຄວາມສຸກ ຄວາມມ່ວນຊື່ນ ໄປໃຫ້ພີ່ນ້ອງລາວ
ທຸກຖ້ວນໜ້າໃນທົ່ວສາກົນລະໂລກ ຕະຫຼອດ​ປີ​ 2014 ​ແລະ​ຕະຫຼອດ​ໄປ.



ໃນ​ຊ່ວງນີ້​ໄດ້​ມີ emails ​ເຂົ້າ​ມາ​ຫາ​ທາງ​ເຮົາ​ເປັນ​ຈໍານວນ​ຫຼວງ​ຫຼາຍ ​ເພື່ອ​ຂໍ​ປະຕິທິນ ​
ແລະ​ທາງ​ເຮົາ​ກໍ​ໄດ້​ທະຍອຍຈັດ​ສົ່ງ​ໄປ​ໃຫ້​ແລ້ວ ວັນນະ​ສອນ​ຫວັງ​ວ່າ ອີກບໍ່ດົນຄົງຈະ
ໄດ້ຮັບ ​ເພາະ​ສົ່ງ​ຕົງ​ຈາກ​ສະຫະລັດ ກວ່າ​ຈະ​ເຖິງ​ມື​ທ່ານ ກໍຄົງ​ຕ້ອງ​ໃຊ້​ເວ​ລາ ​ແລະ​ຢາກ
​ບອກ​ທ່ານຜູ້ຟັງ​ວ່າ ສໍາ​ຫຼັບ​ປະຕິທິນ​ປີ 2014 ​ນີ້​ ແຈກ​ໝົດ​ແລ້ວ. ຖ້າທ່ານໃດ​ບໍ່​ໄດ້ຮັບ
ກໍບໍ່ຕ້ອງເສຍໃຈ ໃຫ້​ສົ່ງ​ເຂົ້າ​ມາ​ແຕ່​ເນີ້​ນໆ​ໄວ້ ​ໃນ​ປີ​ຕໍ່​ໄປ ເພື່ອຈະໄດ້ຮັບ​ກ່ອນໝູ່.
ເອົາຂໍ​ຈັດ​ເພງ​ນີ້ມອບ​ໃຫ້​ທ່ານ ​ປອນ​ທິບ ອາ​ລຸນ​ທອງຈາກ​ໂຮງຮຽນ​ມສ ພັນ​ຊໍາ ​
ແຂວງ​ຫົວພັນ, ສປປລາວ ​ສ່ວນ​ປະຕິທິນ​ທີ່​ຂໍ​ມາ​ນັ້ນ ຈັດ​ສົ່ງ​ໄປ​ໃຫ້ແລ້ວ ອີກ​ບໍ່​ດົນ​ຄົງ​
ຈະ​ໄດ້​ຮັບ​ແລະ​ຖ້າ​ໄດ້​ຮັບ​ແລ້ວ​ກໍ​ສົ່ງ​ຄວາມ​ມາໃຫ້​ທາງ​ເຮົາ​ແດ່ ເອົາ…ຫັວງວ່າ​ຂັບລໍາ
ລາວ ລໍາມະຫາໄຊ “ກ້ຽວ​ບ່າວ​ຟັງ​ລໍາ” ທີ່ຂັບຮ້ອງໂດຍ ພິ້ງ ລັດສະໝີ ທີ່​ໄດ້ນໍາລໍາ
ມະຫາໄຊ ມາປະຍຸກໃໝ່ ເປັນແບບປະສົມປະສານ ທີ່ວັນນະສອນຄິດວ່າ ເຂົ້າກັບ
ຍຸກກັບສະໄໝເປັນຢ່າງດີ​ ຂໍເຊີນອອກມາລ່າຍລໍາ ໃຫ້ມ່ວນໆນໍາກັນໄປເລີຍ.



ສ່ວນຂໍ້ຄວາມ​ຕໍ່​ໄປ​ນີ້ມາ​ຈາກ ທິນ​ແກ້ວ ບຸນ​ມາສະຫວ່າງ ຜູ້​ຟັງທີ່​ຝາກ​ຂໍ້ຄວາມ​ໄວ້​ໃນ
FB ວັນນະ​ສອນ​ຄິດ ວ່າ​ຄົງ​ເປັນ​ຜູ້​ນຶ່ງ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ VOA ຢ່າງສະ
ໝໍ່າສະເໝີ ເພາະສະນັ້ນຄົງບໍ່ທັກທ້ວງມາວ່າ ວັນນະສອນເປັນ DJ ເເຕ່ຢ່າງໃດກໍເທາະ
ວັນນະສອນ ກໍຂໍໃຫ້ຕິດຕາມຮັບຟັງລາຍການຂອງເຮົາຕໍ່ໆໄປ ຕາບນານເທົ່ານານ…
ຂໍມອບເພງ ຮັກສາ​ວ​ເຜົ້າ​ມົ້ງ ທີ່​ຂັບ​ຮ້ອງ​ໂດຍ ​ເຕີ້ຍ ກັນຍາ​ວົງ ​ຂໍ​ມອບໃຫ້​ແທນຄໍາ
​ຂອບ​ໃຈ.

XS
SM
MD
LG