ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ ສະບາຍດີ ​ຫຼວງ​ພະ​ບາງ ນີ້ ຄົງເຮັດໃຫ້ທ່ານ ຄິດຮອດ ເມືອງມໍລະດົກໂລກ ຂອງລາວ


ໂຊກ​ໄຊ ​ໂຊກ​ອຳນວຍ
ໂຊກ​ໄຊ ​ໂຊກ​ອຳນວຍ

ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ວັນນະສອນດີໃຈທີ່ໄດ້ກັບມາຈັດເພງມ່ວນໆ ໃຫ້ຜູ້ຟັງໄດ້ຮັບ
ຟັງກັນ ​ເພງ​ທໍາ​ອິດ​ນີ້ ຂໍ​ຈັດ​ໃຫ້​ທ່ານ ຄຳ​ປ້ອມ ພົງ​ສະຫວັນ ຜູ້ຟັງອີກທ່ານນຶ່ງທີ່ຄອຍເປັນກໍາລັງໃຈແລະຕິດຕາມຮັບຟັງ
VOA ມາຕະຫຼອດ ບັງ​ເອີນ​ໄດ້​ພົບ​ພໍ້​ທ່ານ ຄຳ​ປ້ອມ ​ໃນ​ພິທີ
​ແຫ່​ວໍຫຼວງ​ພະ​ບາງ ໃນ​ກຸດ​ສົງການ​ປີ​ໃໝ່ ດີ​ໃຈ​ທີ່​ໄດ້​ພົບ​ພໍ​ແຟນ
ລາຍການ ທ່ານ​ຄຳ​ປ້ອມ ຂຽນ​ເຂົ້າ​ມາ​ທາງ FB ຂໍຟັງເພງ
ສະບາຍດີ​ຫຼວງ​ພະ​ບາງ​ ວ່າ​ຊັ້ນ ພ້ອມ​ນີ້ ທ່ານ ຄຳ​ປ້ອມ ​ຍັງ​ຂໍ​ຂ່າວ​ມະຫາ​ທານ ມະຫາ​ກຸສົນ ​ໃນ​ການ​ສ້າງວັດ​ບ້ານ​ປາກ​ແຈກ ​ເມືອງ​ອູ​ເໜືອ ​ແຂວງ​ຫຼວງ​ພະ​ບາງ ວັນນະ​ສອນ ຂໍ​ເປັນ​ສ່ວນ​ຮ່ວມ​ໃນ​ການ​ປະກາດ​ໃຫ້​ຊາວ​ພຸດ ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງສາ ​ແລ້ວ​ແຕ່ໃຈ​ໃສ​ສັດທາ ...ຈຶ່ງ​ຂໍ​ແຈ້ງ​ມາ​ໃຫ້​ຊ່ອຍ​ກັນ​ຄົນ​ລະ​ໄມ້​ລະ​ມື... ຕິດ​ຕໍ່​ສອບ​ຖາມ​ໄປ​ຍັງ​ທ່ານ​ຄຳ​ປ້ອມ ທີ່​ໝາຍ​ແລກ 020-565-77-283 ຂໍ​ອຸ​ໂມທະນາ​ທານ​ນຳ​ແລະ​ຫວັງ​ວ່າ ຄົງ​ຈະ​ໄດ້​ຮ່ວມ​ເຮັດບຸນ​ນຳ​ກັນ. ຂໍ​ມອບ​ເພງ ສະບາຍດີ ​ຫຼວງ​ພະ​ບາງ ທີ່​ຂັບຮ້ອງໂດ​ຍ...​ໂຊກ​ໄຊ ​ໂຊກ​ອຳນວຍ.

ສ່ວນ​ເພງ​ຕໍ່​ໄປ​ນີ້​ຈັດ​ໃຫ້ຜູ້​ຟັງ ທ່ານສາ​ໂຣຊ ສຸ​ເວດ ຊຶ່ງເຄີຍ​ທຳ​ງານ​ກ່ຽວ​ກັບ​ວິທະຍຸແບບ​ດຽວ​ກັນ VOA ຈຶ່ງຄຸ້ນເຄີຍກັບລາຍການຂອງ VOA ແລະປະຈຸ​ບັນ​ນີ້​ເປັນປະຊາສຳພັນ ຈັງຫວັດ​ໜອງ​ຄາຍ ຕ້ອງຂໍຂອບໃຈທີ່ທ່ານ ສາ​ໂຣຊ ​ທີ່​ອາສາ​ຈະ​ເປັນ Tourguide ນຳ​ທ່ຽວໜອງ​ຄາຍ ຫວັງວ່າໂອກາດໜ້າຄົງຈະໄດ້ພົບພໍ້ກັນ ແລະວັນນະສອນ ກໍຈະຂໍຖືໂອກາດນຳທ່ຽວ ຫຼວງ
ພະບາງ ເມືອງມໍລະດົກໂລກ ​ຈຶ່ງຂໍຖືໂອກາດນີ້ ຈັດເພງທີ່ມີຄວາມໝາຍດີ ທີ່ຜູກພັນຜູ້ຄົນ
ທັງສອງຝາກຝັ່ງແມ່ນ້ຳຂອງ ທີ່ມີເຊື້ອສາຍດຽວກັນ ວັນນະສອນ ວ່າຈັງໃດ ກໍຕ້ອງແມ່ນ
ເພງນີ້ ຂໍເຊີນໄປຟັງພ້ອມໆກັນເລີຍ...

ເຫັນບໍ່ວ່າ ຕ້ອງແມ່ນເພງນີ້ ເພງ ສອງຟັງຂອງ ທີ່ຂັບຮ້ອງໂດຍ ກຸຫຼາບ ເມືອງເພຍ ເພາະ
ເພງນີ້ເປັນເພງອຳມະຕະຂອງລາວ ທີ່ຟັງຍາມໃດ ກໍປະທັບໃຈຍາມນັ້ນ. ເພງສຸດທ້າຍນີ້ ຂໍຈັດ​ໃຫ້ທ່ານ ແສງສະຫວັດ ຣາຊາສັກ ທີ່ຂຽນເຂົ້າມາຢາກຟັງເພງເກົ່າໃນອະດີດ ເສັຍດາຍຈຳຊື່
ເພງທີ່ຂໍມານັ້ນບໍ່ໄດ້ ເພາະວ່າຊ່ວງນັ້ນ ວັນນະສອນ ຍັງລາພັກຮ້ອນຢູ່ ຕ້ອງຂໍອະໄພດ້ວຍ ພ້ອມນີ້ ຂໍມອບເພງ ເຮືອຮັກທ່າຫົວໃຈ ທີ່ຂັບຮ້ອງໂດຍມື້ລາງແສນສັກດາ ໃຫ້ຟັງໄປກ່ອນ ແລ້ວ ຂໍໃຫ້ທ່ານແສງສະຫວັດ ຂຽນເຂົ້າມາ ​ ຫາທາງເຮົາອີກ ແລ້ວ ຈະຈັດໃຫ້ສົມໃຈໄປເລີຍ ຢ່າລືມກັບມາຟັງເພງມ່ວນໆກັບວັນນສອນໄດ້ອີກໃໝ່ໃນລາຍການສຽງເພງຈາກແດນໄກ ຂອງ VOA ໃນທຸກໆຄໍ່າຄືນຂອງວັນອາທິດ ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ

XS
SM
MD
LG