ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສິດທິພອນ ສຸວັນນະ​ສຸກ ມາກ່ອມທ່ານ ດ້ວຍ single ໃໝ່ ໃນເພງ ຢາກ​ໃຫ້​ນ້ອງ​ຮູ້


Women in their costumes of the region sit in a horse-drawn carriage during the traditional Leonhardi pilgrimage in Warngau near Munich, Germany. The annual pilgrimage honors St. Leonhard, patron saint of the highland farmers for horses and livestock.
Women in their costumes of the region sit in a horse-drawn carriage during the traditional Leonhardi pilgrimage in Warngau near Munich, Germany. The annual pilgrimage honors St. Leonhard, patron saint of the highland farmers for horses and livestock.

ສະບາຍ​ດີ ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
ຄ່ຳ​ຄືນ​ນີ້​ ພິ​ເສດ​ສຸດ ເພາະ​ວັນນະ​ສອນ​ ​ໄດ້​ເພງ​ໃໝ່​ຂອງ​ສິນລະປິນ​
ຄຸນ​ນະພາ​ບຈາກ​ສປປ ລາວ ​ເຈົ້າ​ຂອງ​ຕຳນານ​ເພງ​ຫວານ​ຍຸກ​ໃໝ່
ສິດທິພອນສຸວັນນະ​ສຸກ ​ ​ໄດ້​ສົ່ງ​ເພງ single ​ໃໝ່​ມາ​ໃຫ້ ຊຶ່ງ​ເພງ​ນີ້
ກໍ​ຈະ​ຮວມຢູ່​ໃນ​ຊຸດໃໝ່ ຊຶ່ງ​ກໍ​ຈະ​ໄດ້​ອອກ​ວາງ​ຕະຫຼາດ​ໃນ​ໄວໆ​ນີ້ ​
ແລະ​ແນ່ນອນ​ແຟນລາຍກາ​ນສຽງເພງ​ຈາກ​ແດນ​ໄກນອງ VOA
ກໍ​ຈະ​ໄດ້​ຟັງ​ກ່ອນ​ຜູ້​ໃດໆ​ໃນ​ໂລກ ​ເອົາ​ເນື້ອ​ໄນ​ຂອງ​ເພງ​ນີ້​ກໍ​ແມ່ນ​ວ່າ
“ຢາກ​ໃຫ້​ນ້ອງ​ຮູ້” ​ເອົາ​ຖ້າ​ໄດ້​ຟັງ​ແລ້ວ ກໍ​ຢ່າ​ລືມ​ຂຽນ​ມາບ​ອກ​ແດ່​ວ່າ
​ເປັນ​ຈັ່ງ​ໃດ ມ່ວນ​ບໍ່?


​ສ່ວນ​ເພງ ​ເຊ​ໂປ​ນລຳ​ລຶກ ນີ້ ຊຶ່ງ​ເປັນ​ເພງ​ດັງ​ໃນ​ອະດີດ ທີ່​ໄດ້​ບັນ​ລະ​ຍາຍ​ເຖິງຄວາມ​ສວຍ ງາມ​ແລະ​ສະພາບ​ການ​ໃນ​ຊຸ່ມ​ປີ 1970 ທີ່​ຍັງ​ມີ​ສົງຄາມຢູ່​ນັ້ນ ​ແລະ​ເພງ​ນີ້​ໄດ້​ມີ​ຫຼາຍໆ​ສິນລະປິນ​ນຳ​ມາ​ຂັບ​ຮ້ອງ ທັງ​ຍິງ​ແລະ​ຊາຍ ແຕ່ວັນນະ​ສອນ ຂໍ​ຈັດ​ໃຫ້​ເປັນ​ຜົນຂອງານ​ສິນລະປິນ​ຊາຍຈາກ​ສປປ ລາວ ສິດ ສາຍ​ຮຸ້ງ ກໍ​ແລ້ວ​ກັນ ຈັດ​ໃຫ້​ທ່ານ​ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາ ນາໆ ຄຳໃບ ​ເພິ່ນ​ບອກ​ມາ​ວ່າ ຕິດຕາມຮັບຟັງລາຍການ VOA ຢ່າງ​ສະ​ເໝີ​ຕົ້ນ ສະ​ເໝີ​ປາຍ ພ້ອມ​ນີ້​ຍັງ​ຂໍ​ປະຕິທິນ​ມາ ​ແຕ່​ໜ້າ​ເສຍດາຍ ທາງ VOA ໄດ້ແຈກໄປໝົດແລ້ວ ຈະສົ່ງຂອງປີໜ້າໄປໃຫ້​ຖ້າອອກມາເມື່ອໃດນັ້ນ ເພງນີ້ຂໍຟັງເພງນີ້ຮ່ວມກັບທ່ານ ນວນຕາ ແກ້ວມະນີ ແລະພີ່ນ້ອງລາວໃນທົ່ວໂລກ.

ສ່ວນເພງສຸດທ້າຍນີ້ ວັນນະສອນ ຂໍຈັດໃຫ້ແຟນລາຍການສຽງເພງຈາກແດນໄກທຸກໆ
ທ່ານ​ດ້ວຍເພງຫວານຂອງນັກຮ້ອງສຽງຫວານ ພອນພູມິທອນ ເພື່ອສັ່ງທ່ານຜູ້ຟັງເຂົ້ານອນ ໃນບົດເພງ ນ້ຳຂອງຍາມແລງ ຊຶ່ງເປັນບົດປະພັນໂດຍ ອ.ຈ. ວໍລະເດດ ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ.

XS
SM
MD
LG