ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງ ອ້າຍອາດມາ​ຊ້າ ຂອງ ວໍຣະເດດ ດິດທະວົງ ນີ້ ຄົງເຮັດໃຫ້ທ່ານຜູ້ຟັງ ຄິດເຖິງ ຄວາມຫຼັງ


ວໍຣະເດດ ດິດທະວົງ
ວໍຣະເດດ ດິດທະວົງ

ສະບາ​ຍດີ ພົບ​ກັນ​ອີກ​ເຊັ່ນ​ເຄີຍ​ໃນ​ວັນພັກ​ທ້າຍ​ສັບປະດາ ​ແລະ​ມາ
​ຟັງ​ເພງ​ມ່ວນໆ​ກັບ ວັນນະສອນ ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ
ຂອງ VOA ວັນນະ​ສອນ​ ຂໍ​ສັນລະ​ເສີນ​ແຟນລາຍ​ການທີ່​ຄອຍ​ໝັ່ນ​
ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ ຜ່ານ​ທາງ FB ຢ່າງ​ວ່ອງ​ໄວ ຂໍ້ຄວາມ
ທີ່​ທ່ານ ວິ​ໄຊ ຈາກ​ແຂວງ​ຂຽງ​ຂວາງຂຽນ​ຝາກຂໍ້ຄວາມ​ໄວ້​ໃນ
website ຂອງ VOA ວ່າ ມັກ​ເພງ​ລາວ ​ໃນ​ອະດີດ​ຫຼາຍ​ວ່າ​ຊັ້ນ
​ເອື້ອຍ​ວັນນະ​ສອນ ກໍ​ເຫັນ​ເປັນ​ເຊັ່ນ​ນັ້ນ​ຄື​ກັນ ​ເພາ​ວ່າ ກວ່າ​ຈະ​ມາ
​ເປັນ​ເພງ ທັງ​ນັກ​ສິນລະປິນນັກ​ດົນຕີ ນັກ​ຮ້ອງ​ໄດ້​ໄຕ່ຕອງ​ແລ້ວ
​ເອົາ​ມາ​ຮ່ວມ​ກັນ​ເປັນ​ເພງ ຊຶ່ງ​ມັນໄດ້​ສ້າງ​ຄວາມ​ຮູ້ສຶກ​ທີ່​ດີ ​ແລະ​ມ່ວນ
​ຄ້ອຍ​ຕາມ​ເພງ​ໄປ ເພາະສະ​ນັ້ນວັນນສອນ ຈຶ່ງ​ຂໍ​ມອບ​ເພງ​ຂອງ​ອາຈານ ວໍຣະ​ເດດ ດິດທະ​ວົງ ​ໃຫ້​ທ່ານ​ໄດ້​ຟັງ ​ເພາະ​ຂອງ​ອາຈານ ວໍຣະ​ເດດ ດິດທະ​ວົງ ນັ້ນ​ມ່ວນ​ກັນ​ທັງ​ນັ້ນ ​ເອົາ​ຂໍ​ເຊີນ​ໄປ​ຟັງ​ເພງ​ທີ່​ຫຼາຍໆ​ທ່ານ​ຫຼົງ​ໄຫຼ… ອ້າຍອາດມາ​ຊ້າ


ປະ​ຈຸ​ບັນ​ນີ້ ທາງ VOA ເຮົາ​ໄດ້​ເຮັດ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຟັງ​ສະດວກ​ສະບາ​ຍຂຶ້ນ ​ຖ້າ​ຮັບ​ຄືນ​ກາງ AM ຄື 1575 Khz ຂອງ VOA ບໍ່​ໄດ້ ກໍ​ຂໍ​ໃຫ້ຟັງ​ຕາມ​ສະຖານ​ນີ Music Plus ທີ່​ມຸກດາ​ຫານ ກັບສະຖານ​ນີ ຄື້ນມະຫາຊົນ​ຄົນ​ລູກ​ທຸ່ງ FM 101.75 ທີ່​ມຸກດາ​ຫານ​ເຊັ່ນ​ກັນ ຫວັງ​ວ່າທ່ານ​ຜູ້ຟັງຄົງຈະຮັບຟັງລາຍການຂອງ VOA ​ໄດ້​ຢ່າງ​ຊັດ​ເຈ​ນ ​ແລະ​ຫວັງ​ຢ່າງ​ຍິ່ງ​ວ່າ ​ທ່ານ​ຜູ້​ຟັງ​ຍັງ​ຈະ​ຕິດຕາມ​ຮັບ​ຟັງ​ລາຍການຂອງ​ເຮົາ​ຕໍ່ໆ​ໄປ ຈຶ່ງ​ຂໍ​ຈັດ​ມອບ​ເພງ​ນີ້​ໃຫ້​ຟັງ​ແທນ​ຄຳ​ຂອບ​ໃຈ ຂໍ​ເຊີນ​ຮັບຟັງ​ໄດ້…

​ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເພງ ຂອບ​ໃຈ ທີ່​ຂັບ​ຮ້ອງ​ໂດຍສິນ​ລະ​ປິນ ທີ່​ໃຊ້​ນາມແຝງ​ວ່າ ຕຸ້ມ ​ເພງ​ລາວ ທີ່​ໄດ້​ນຳ​ເພງ​ດັງ​ໃນ​ອະດີດ​ນີ້​ຂຶ້ນມາ​ຮຽບຮຽງ​ໃໝ່ ເພື່ອ​ເຮັດ​ໃຫ້​ເພງ​ທີ່​ມ່ວນ​
ສະ​ເດາະ​ຮູ້​ນັ້ນ ຍິ່ງ​ໜ້າຟັງ​ຍິ່ງ​ຂຶ້ນ. ຂໍມອບ​ເພງ ສອນ​ນິຍົມ ວັດທະນະ​ວົງ ຜູ້​ຟັງ​ຈາກຈັງ
ຫວັດ ອຸດຕະຣະດິດ ປະ​ເທດ​ໄທ ທີ່​ໄປ​ເຮັດ​ວຽກ​ທີ່​ສປປ ລາວ ຊຶ່ງ​ບອກ​ມາ​ວ່າ ​ຮັບ​ຟັງ​ລາຍ
ການຂອງ VOA ​ເປັນ​ປະຈຳ ​ແລະ​ຂຽນຂໍ​ຟັງ​ເພງ​ລາວ​ຜ່ານ​ທາງ FB ​ວ່າ ​ເພງຫຍັງ​ກໍ​ໄດ້ ​ເພາະສະ​ນັ້ນ ​ເອື້ອຍ​ວັນນສອນ ຂໍ​ມອບ​ເພງທີ່​ກ່ຽວຂ້ອງ​ກັບ​ເມືອງມໍລະດົກ​ໂລກ ​ແລະ​ຫວັງ​ວ່າ ນ້ອງສອນ​ນິຍົມ ຫຼັງຈາກ​ທີ່​ໄດ້​ໄປ​ເຮັດ​ວຽກ​ໃນ​ລາວ​ແລ້ວ ຄົງ​ຈະ​ໄດ້​ມີ​ໂອກາດ​ໄປ​ຢ້ຽມ
ຢາມ ເມືອງມໍລະດົກ​ໂລກ ​ແລະ​ວ່າ​ເພງ​ນີ້ ​ເໝາະສົມ​ທີ່​ສຸດ ​ເປັນ​ເພງຂອງສິນລະປິນ​ລຸ້ນອາ
ວຸ​ໂສ ມາລີ​ຈັນ​ສຸກ ທີ່​ອາ​ໄສ​ຢູ່​ໃນ​ຝຣັ່ງ ​ໃນ​ບົດ​ເພງ ຫຼວງ​ພຣະບາງ​ເມື່ອ​ຍາມ​ແລງ ​ເປັນ​ບົດ​ປະພັນ​ຂອງ ​ເຈົ້າ​ຄົງ​ຜາຍ ກຸນ​ລະ​ວຸດ ​ແລະVOA ​ຂໍ​ເປັນກຳລັງ​ໃຈ ​ໃຫ້ທຸກໆສິນລະປິນ
ລາວ ບໍ່​ວ່າ​ໃນ​ຕ່າງແດນ ​ແລະ​ແມ້ກະ​ທັງ​ໃນ​ສປປ ລາວ ​ໄດ້​ສືບ​ສານ​ຕຳນານ​ເພງ​ລາວ​
ໃຫ້​ຍືນ​ຍົງ​ຕໍ່ໆ​ໄປໃຫ້​ລູກ​ຫຼານ​ລາວ​ໃນ​ທົ່ວ​ໂລກ​ໄດ້​ຮັບ​ຟັງ​ກັນຕາບ​ນານ​ເທົ່າ​ນານ ພົບກັນ
ໃໝ່ ໃນສັບປະດາໜ້າ ແລະຂໍໃຫ້ທຸກໆທ່ານນອນ​ຫຼັບ​ຝັນ​ດີ.

ລິງໂດຍກົງ

XS
SM
MD
LG