ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເພງດັງໃນອະດີດ “ຄິດຮອດຄວາມຮັກ" ຊຶ່ງຄັ້ງນີ້ ເປັນນ້ຳສຽງຂອງ ສຳລອງ ກ. ວິເສດ.


ສຳລອງ ກ. ວິເສດ
ສຳລອງ ກ. ວິເສດ

ສບາຍດີແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງ
ຈາກແດນໄກ ຂອງ VOA ​ເພງຕໍ່ໄປນີ້ຈັດມອບໃຫ້ຍາລຸງບົວຫອມ
ດຳຣົງ ຜູ້ຟັງທີ່ໜ້າຮັກຕະຫຼອດມາ ຂຽນເຂົ້າມາທັກທາຍ VOA
ທັງໝົດຄະນະ ຊຶ່ງຂຽນບອກມາວ່າ ມື້ໃດບໍ່ໄດ້ຟັງລາຍການ VOA ແລ້ວກິນເຂົ້າບໍ່ແຊບວ່າຊັ້ນ ເວົ້າຍ້ອງແບບນີ້ ກໍຕ້ອງມີລາງວັນ
ມອບໃຫ້ ສ່ວນວ່າປະຕິທິນນັ້ນ ບໍ່ຕ້ອງຂໍມາ ກໍຈັດໃຫ້ ເພາະວ່າ
ຍາລຸງເປັນຜູ້ຟັງ ທ່ານດຽວເທົ່າທີ່ຊາບວ່າ ຕິດຕາມຮັບຟັງມາ ຕັ້ງແຕ່ ເລີ້ມຕົ້ນ ມີວິທະຍຸ
ກະຈາຍສຽງ VOA ພາສາລາວ ກ່ອນວັນນະສອນ ເກີດດ້ວຍຊ້ຳ ເອົາກໍຂໍໃຫ້ຮັກສາ
ສຸຂະພາບແລະຄອຍຂຽນຈົດໝາຍເຂົ້າມາເປັນກຳລັງໃຈໃຫ້ທີມງານ VOA ດ້ວຍ. ຂໍຟັງເພງຄິດຮອດຄວາມຮັກ ວັນນະສອນ ກໍຕ້ອງຈັດເພງ ຄິດຮອດຄວາມຮັກ ຂອງສິນລະປິນໜຸ່ມສຽງດີສຳລອງ ກ. ວິເສດ.

ຂໍ້ຄວາມຕໍ່ໄປນີ້ ມາຈາກທ່ານບຸນທອນ ຂຽນຖາມທັກທາຍສະບາຍດີ ທີມງານ VOA ທຸກຖ້ວນໜ້າ ແລະຂໍຟັງເພງ ສີພັນດອນແດ່ ເພື່ອມອບໃຫ້ແກ່ເພື່ອນມິດແລະລູກ ທີ່ກຳລັງ ຮ່ຳຮຽນແລະເຮັດວຽກໃນປະເທດຍີ່ປຸ່ນ ຂໍຂອບໃຈ. ວັນນະສອນ ກໍຕ້ອງຂໍຂອບໃຈກັບຄືນ ພ້ອມທັງ ຄຳອວຍພອນ ມາກັບສຽງທີ່ຈະຫຼິ້ນໃຫ້ຟັງຕໍ່ໄປນີ້ ຂໍເຊີນທ່ານອອກໄປຟ້ອນ
ລຳວົງພ້ອມໆກັນເລີຍ ໃນຈັ່ງຫວະ ລຳສີພັນດອນ ທີ່ຂັບຮ້ອງໂດຍ ຫຼ້າ ລູກໝາກນາວ.

ຂໍ້ຄວາມຈາກທ່ານຫຸມພັນ ຂຽນມາວ່າດັ່ງນີ້ “ສະບາຍດີ ຍານາງພິມມະສອນ ທີ່ແມ່ນສຽງ
ອຳມະຕະຫຼວງພະບາງແທ້ໆ ຈັດເພງມ່ວນຫຼາຍວ່າຊັ້ນ ຂໍຟັງເພງ ມັກສາວເຊໂນ ຂອງບຸນເກີດ ໜູຫ່ວງ ເພື່ອມອບໃຫ້ແກ່ອ້າຍທີ່ຢູ່ ລັດ North Calorina ຟັງນຳ ຂອບໃຈ. ໂອກາດໜ້າຈະຂຽນມາໃໝ່. ກ່ອນອື່ນວັນນະສອນຕ້ອງຂໍຂອບໃຈທີ່ໄດ້ໃຫ້ຊື່ໃໝ່ ສ່ວນໃຫຍ່ແລ້ວ ຜູ້ຄົນຈະເອີ້ນວ່າ “ມະນີສອນ” ແຕ່ຄັ້ງນີ້ເປັນຄັ້ງທຳອິດ ທີ່ຖືກເອີ້ນວ່າ “ພິມມະສອນ” ຈິງໆແລ້ວຊຶ່ງທັງສອງຊື່ນີ້ ກໍມ່ວນດີແລະມີຄວາມໝາຍດີທັງຄູ່ ແຕ່ເກີດມາ ຊື່ “ວັນນະສອນ” ທີ່ພໍ່ແມ່ເພິ່ນໃຫ້ມາ​ຍັງບໍ່ທັນຄິດຈະປ່ຽນເທື່ອ ເວົ້າຢອກຫຼິ້ນສະນຸກ
ສະໜານ ນຳກັນຊື່ໆເດີ ບໍ່ເປັນຫຍັງຕິ. ເອົາຂໍໃຫ້ທ່ານມ່ວນຊື່ນກັບເພງນີ້ ຊຶ່ງວັນນະສອນ ຫາໄດ້ ກ່ອນແມ່ນເພງ "ຮັກສາວເຊໂນ" ຂັບຮ້ອງໂດຍ ກີ້ ດາວເພັດ ໜູຫ່ວງ. ພົບກັນໃໝ່ ໃນສັບປະດາໜ້າ ແລະຈະມາຕອບຈົດໝາຍ ທ່ານຜຸ້ຟັງອື່ນໆທີ່ໄດ້ຂຽນເຂົ້າມາ. ນອນລັບຝັນຫວານ.

XS
SM
MD
LG