ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ບາຍ​ດີ​ຫຼວງ​ພະ​ບາງ ຂັບຮ້ອງໂດຍ ແສງນະພາ ດາລານ້ອຍ


ແສງ​ນະພາ ດາລາ​ນ້ອຍ
ແສງ​ນະພາ ດາລາ​ນ້ອຍ

ສະບາຍ​ດີ​ແລະວັນ​ອາທິດ​ມື້ນີ້ ກັບມາ​ຟັງ​ເພງ​ມ່ວນໆ​ກັບ​ວັນນະ​ສອນ ​ຕື່ມ​ອີກ ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ຊຶ່ງ​ເພງ​ທໍາ​ອິດ​ນີ້ ​ແມ່ນ​ເພງ ​ສະ​ບາຍ​ດີ​ຫຼວງ​ພະ​ບາງ ທີ່ ​ເອື້​ອຍວັນນະ​ສອນ​ ຂໍ​ຈັດ​ໃຫ້​ນ້ອງ​ຄຳ​ຫຼ້າ​ ໃຈດີ ​ເປັນຜູ້ຟັງ ສາວ​ງາມ​ຈາກ​ບ້ານຫ້ວຍໂຄດ ເມືອງ ຊຽງເງິນ ແຂວງຫລວງພະບາງ ທີ່​ຂຽນ​ຜ່ານ​ທາງ Facebook ຂໍ​ຟັງ​ເພງ​ນີ້ ​ພ້ອມ​ທັງ​ບອກ​ມາ​ວ່າ ຂໍຈັດໃຫ້ນ້ອງຮັກ 3 ຄົນ ສາວມາໄລ ສຸກຂີ ສາວຄ່ຽມ ນໍລະເສນ ສາວນິດຄຳ ຈັນທະວົງ ເນື່ອງໃນໂອກາດ ມາຮ່ວມງານວັນເກີດລູກສາວນ້ອງເອວ. ​ແນ່​ນອນ ​ເພງ​ນີ້ນອກຈາກ​ຈະ​ເປັນ​ທີ່​ພໍ​ໃຈ​ຂອງ​ນ້ອງ​ຄຳ​ຫຼ້າ​ ​ແລະ​ເພື່ອນ​ຟ້ອງ​ແລ້ວ ວັນນະ​ສອນ ກໍ​ຍັງ​ຄິດ​ວ່າ ຫຼາຍໆ​ທ່ານ​ມັກ​ຮັກ​ໃນ​ບົດ​ເພງ​ນີ້​ເຊັ່ນ​ກັນ ຊຶ່ງ​ເພງ​ນີ້​ກໍໄດ້​ມີ​ຫຼາຍໆ​ທ່ານ​ນຳ​ມາ​ຂັບ​ຮ້ອງ ແຕ່ເພງ​ນີ້​ເປັນ​ຂອງ​ນ້ອງແສງ​ນະພາ ດາລາ​ນ້ອຍ. ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

​ສ່ວນ​ເພງ​ຕໍ່​ໄປ​ນີ້ ​ເປັນ​ເພງ​ມົ້ງ ທີ່​ວັນນະ​ສອນ​ຂໍ​ຈັດ​ໃຫ້​ແຟນລາຍກາ​ນຊາວລາວ​ເຜົ່າ​ມົ້ງ ທີ່ຄອຍ​ ຕິດຕາມ​ຮັບ​ຟັງ​ວິທະຍຸ VOA ສະ​ເໝີ​ມາ ຊຶ່ງ​ເພງ​ນີ້ ​ໄດ້​ຮັບ​ຄຳ​ແນະນຳ​ຈາກ ​ເຈ້ຍ ວາງ ຈາກປະຊາ​ຄົມ​ລາວ​ ລັດ Minnessota ທີ່​ເອົາ​ໃຈ​ໃສ່​ຈັດ​ຫາ​ເພງ​ມົ້ງມ່ວນໆ ສົ່ງ​ມາ​ໃຫ້ພ້ອມ​ທັງ​ຂຽນ​ເນື້ອ​ໄນ​ຂອງ​ເພງ​ດັ່ງກ່າວ​ສົ່ງມາ​ໃຫ້ ​ເພງ​ນີ້ ​ເຈ້ຍ​ ບອກ​ມາ​ວ່າ​ປະ​ທັບ​ໃຈ ເພາະ​ວ່າ ​ເພງ​ນີ້ ຄົງ​ຈະ​ພາ​ໃຫ້​ຫຼາຍໆ​ທ່ານ​ຍ້ອນ​ກັບ​ໄປ​ຫາ​ອະດີດ ຕອນ​ຍັງ​ເປັນ​ໜຸ່ມ​ເປັນ​ສາວ​ກັນ...​ ເມື່ອ​ຄັ້ງ 18 ປີ. ຂໍ​ເຊີນ​ຟັງ​ເພງ​ຂອງ Touly Vang ​ແລະ​ທ່ານໃດ​ທີ່​ມີ​ເພງ​ມ່ວນໆ ​ແລະ​ເປັນ​ເພງ​ຊົນ​ເຜົ່າ​ທີ່​ບໍ່​ແມ່ນ​ພາສາ​ລາວ ກໍຂໍ​ສົ່ງ​ຂໍ້ຄວາມ​ມາ​ຫາ​ພວກ​ເຮົາ​ດ້ວຍ.

ວັນນະ​ສອນ ຕອງ​ຂໍ​ປະໄພ​ດວຍ ທ​ບອກ​ໄປໃນ​ສັບປະດາ​ແລ້ວ​ວ່າ ​ເພງເຊ​ໂປ​ນລຳ​ລຶກ ​ຂັບ ຮ້ອງ​ ໂດຍ​ຄຳ​ເຕີມ ຊານຸ​ບານ ຈິງໆ​ແລ້ວ​ແມ່ນ​ເພງຂອງທ່ານ​ບຸນ​ທ່ຽງ​ ມະນີ​ວົງ ​ ໂອກາດໜ້າ ເຮົາຈະນຳເອົາເພງຂອງທ່ານ ຄຳ​ເຕີມ ຊານຸ​ບານ ມາມອບໃຫ້ທ່ານຜູ້ຟັງທີ່ຂໍມາ ຂໍ​ມອບ ​ລຳ​ຕັ່ງ​ຫວາຍ ຂອງ ທອງ​ມີ ພົມມາ ເພື່ອ​ສົ່ງ​ທ່ານ​ຜູ້​ຟັງ​ເຂົ້າ​ນອນ.

ລິງໂດຍກົງ

XS
SM
MD
LG