ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ດວງ ດາຣາພອນ: ກະ​ຖິນຫົວ​ໃຈ


ດວງ ດາຣາພອນ: ກະ​ຖິນຫົວ​ໃຈ
ດວງ ດາຣາພອນ: ກະ​ຖິນຫົວ​ໃຈ

ໃນຄໍ່າຄືນນີ້ ວັນນະສອນໄດ້ມາຈັດເພງໃຫ້ຕາມຄໍາຂໍ ໃຫ້ທ່ານຜູ້ຟັງ ໄດ້ຟັງອີກເຊັ່ນເຄີຍ ຄັ້ງນີ້ຄົງຈະເປັນຂອງທ່ານແນ່ນອນ ຂໍເຊີນຮັບຟັງໄດ້ເລີຍໃນລາຍການສຽງເພງຈາກແດນ ໄກຂອງ VOA ອັນດັບຕໍ່ໄປນີ້.

ສະບາ​ຍດີ​ທຸກໆທ່ານ ກັບ​ມາ​ຟັງ
ເພງມ່ວນໆກັບ​ວັນນະ​ສອນ​
ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​
ໄກຂອງ VOA ເຊັ່ນ​ເຄີຍ
ໃນທຸກໆ​ຄໍ່າ​ຄືນ​ວັນ​ອາທິດ ຟັງ​
ເພງ​ໄປ ຜ່ອນຄາຍ​ອາລົມ​ໄປ​.
ຕັ້ງ​ແຕ່​ມີ website ​ເປັນ​ພາສາ​
ລາວ​ນີ້ ກໍ​ໄດ້ມີ​ຫຼາຍ​ໆທ່ານຜູ້​ຟັງ
ຂຽນ​ທັງ​ເປັນ email ແລະ​ຂໍ້
ຄວາມ​ເຂົ້າ​ມາ​ຢ່າງ​ມາກ​ມາຍ
ຂໍ​ຂອບໃຈທີ່​ຍັງ​ຮັກ​ກັນ​ຢ່າງ​ໜຽວ​
ແໜ້ນ ​ແລະ​ກໍ​ຂໍ​ຖື​ໂອກາດ​ນີ້​ ຈັດ
ເພງໃຫ້​ແສງ​ທອງ ​ໂພທິ​ສັກນັກ​
ສຶກສາ ທີ່​ວິທະຍາ​ໄລໄຊ​ສົມບັດ
Technology ​ໄປ​ພ້ອມເລີຍ.
ນ້ອງຂຽນ​ບອກ​ມາ​ວ່າ ຮັບ​ຟັງ VOA ສະ​ເໜີມາ ​ໄດ້​ທັງສາຣະ, ຄວາມ​ຮູ້ແລະ​ບັນ​ເທີ​ງ​ແລະ
ເອື້ອຍ​ວັນນະ​ສອນ​ວ່າ ທັນໃຈ, ທັນ​ເຫດການ, ທັນ​ໂລກອີກ​ຕ່າງຫາກ ພ້ອມ​ນີ້​ ຍັງຂໍ​ຟັງ
ເພງມາ ​ເພງ​ໃດ​ກໍ​ໄດ້​ວ່າ​ຊັ້ນ ໄດ້​ເລີຍເອື້ອຍຈະ​ຕາມ​ໃຈ​ ແລະຕ້ອງ​ຂໍ​ຂອບໃຈທີ່​ນ້ອງ​ຊົມວ່າ
ເອື້ອຍ​ວັນນະ​ສອນ​ຢູ່​ສະຫະລັດ​ມາ​ນານ​ກວ່າ 30 ປີແລ້ວ​ຍັງ​ເວົ້າສໍານຽງ​ຫຼວງ​ພະ​ບາງໄດ້
ດີ ແບບ​ຊັດ​ເຈນ​ເລີຍ ​ເອື້​ອຍວ່າ​ ນ້ອງແສງ​ທອງ​ກໍ​ຄົງເປັນເຊັ່ນ​ນີ້ເຊັ່ນກັນ ຂໍໃຫ້ຕັ້ງໃຈ​ສຶກ
ສາ​ຮໍ່າຮຽນ ເພື່ອ​ທີ່​ຈະ​ໄດ້​ຕໍ່​ເຕີມ​ຄວາມ​ຫວັງ​ໃຫ້​ເປັນ​ຈິງ​ໃນ​ອານາ​ຄົດ​ທີ່​ກໍາລັງ​ລໍຄອຍຢູ່​
ຂ້າງ​ໜ້າ​ນັ້ນ ເອົາ​ຂໍ​ມອບເພງ​ເກົ່າ​ຂອງ​ຄະນະ​ ແມ່​ຂອງ​ຂຽວ ກຸ່ມ​ສິນ​ລະ​ປິນ​ລາວໃນ​ຝຣັ່ງ
ໃຫ້ ​ໃນ​ບົດ​ເພງ ຫຼວງ​ພະ​ບາງ​ແຫ່ງ​ຄວາມ​ຫຼັງ ເພື່ອເປັນກໍາລັງ​ໃຈ​ແລະ​ສົ່ງ​ຄວາມ​ຄິດ
ຮອດ​ຄິດ​ເຖິງໄປ​ໃຫ້ພໍ່ແມ່ທີ່ຫຼວງ​ພະ​ບາງ​ພຸ້ນ.

ເພງ ຫຼວງ​ພະ​ບາງ​ແຫ່ງ​ຄວາມ​ຫຼັງ ໂດຍ ແມ່​ຂອງຂຽວ

ສ່ວນ​ເພງ ກະ​ຖິນຫົວ​ໃຈຂອງ ດວງ ດາຣາພອນ ນີ້ ຂໍ​ຈັດ​ໃຫ້​ຜູ້​ຟັງນິລະນາມ​ທີ່​ຂຽນ​
ຂໍ້ຄວາມ​ໄວ້​ໃນ Website ຂອງ​ເຮົາ ຫວັງ​ວ່າ​ຄົງ​ຈະ​ເຫັນ​ຂຽນ​ເຂົ້າມາ​ອີກ ຈະ​ຈັດໃຫ້ທຸກໆ
ຄັ້ງ​ໄປ ເອົາ​ໄປ​ລໍາວົງກັບ​ເພງ​ ກະ​ຖິນຫົວ​ໃຈ ນໍາກັນ​ເລີຍ ​ເພື່ອ​ຈະ​ໄດ້​ສະບາຍ​ໃຈ.

ເພງ ກະ​ຖິນຫົວ​ໃຈ ໂດຍ ດວງ ດາຣາພອນ

ກ. ວິເສດ
ກ. ວິເສດ

ເພງ "ໄທດໍາລໍາພັນ" ຂອງ ກ. ວິ​ເສດ ເພງ​ດັງ​ໃນ​ອະດີດ​ນີ້ ມີ​ຄົນ​ຂຽນ​ເຂົ້າ​ມາ​ຂໍ​ຟັງ​
ຕະຫຼອດ​ ແລະ​ຄັ້ງ​ນີ້ ນ້ອງສົມເໝາະຂໍ​ຟັງ​ອີກ​ ວັນນະ​ສອນ​ກໍ​ຂໍ​ຝາກ​ຄວາມ​ຮູ້ສຶກ​ທີ່​ດີ,
ຄວາມ​ຮັກ ​ແລະ​ຄວາມຫ່ວງໃຍຂອງ​ນ້ອງ​ສົມ​ເໝາະມາ​ກັບສຽງ​ເພງ​ນີ້​ ເພື່ອຈັດ​ມອບ​ໃຫ້
ພໍ່​ແລະ​ແມ່ທີ່ຢູ່​ທາງ​ກາສີ​ພຸ້ນ ຖ້າ​ນ້ອງ​ຫວ່າງ​ຈາກ​ວຽກ​ງານ​ແລ້ວ​ຄົງ​ຈະ​ກັບ​ໄປ​ຫາ​ເພິ່ນ
ເພື່ອທ່ານທັງ​ສອງ​ຈະ​ດີ​ໃຈ. ຂໍ​ອໍາ​ລາ​ທ່ານ​ໄປ​ກ່ອນ ແລະ​ຂໍ​ໃຫ້ນອນຫລັບຝັນດີ ແລະພົບກັນ
ໃໝ່ໃນສັບປະດາໜ້າ.

ເພງ ໄທ​ດໍາ​ລໍາ​ພັນ ດຍ ກ. ວິ​ເສດ

XS
SM
MD
LG