ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮັກ​ເຈົ້າ - ສັກກີ້ ເມກມໍຣະກົດ & ລີນາ (ວີດີໂອ)


ສັກກີ້ ເມກມໍຣະກົດ
ສັກກີ້ ເມກມໍຣະກົດ
ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​
ລາຍກາ​ນສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ກ່ອນ​ອື່ນ​ຕ້ອງ​
ຂໍ​ຂອບໃຈຫຼາຍ​ໆມາ​ຍັງ​ບັນດາ​ທ່ານ​ຜູ້​ຟັງ​ທີ່​ຄອຍ​ເປັນ​ກໍາລັງ​ໃຈ
​ແລະ​ຕິດຕາມ​ຮັບ​ຟັງ​ລາຍກາ​ນ VOA ຢ່າງ​ສະ​ເໝີ​ຕົ້ນ​
ສະ​ເໝີ​ປາຍ​.

​ເພງ​ ຮັກ​ເຈົ້າ ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ​ຈັດ​ໃຫ້​ນ້ອງ​ສົມ​ເໝາະ
ສາວ​ງາມຈາກ​ສປປ ລາວ ທີ່ເປັນ​ຄູ ຊຶ່ງ​ອອກ​ໄປ​ຊ່ອຍ​ພວກ​ເດັກ
ນ້ອຍ​ຕາມ​ຊົນນະບົດເລື້​ອຍໆ ແຕ່​ກໍ​ຍັງ​ໝັ້ນ​ສົ່ງ​ຂໍ້ຄວາມຜ່ານ
ທາງFacebook ມາຫາເອື້ອຍສະເໝີ ຊຶ່ງເອື້ອຍວັນນະສອນ ຕິດ​ຄ້າງ​ມາ​ດົນແລ້ວ ​ວ່າ​ຈະ
​ຫຼິ້ນ​ເພງ ​ກ່ຽວ​ກັບ​ຄູ​ ເພື່ອມອບໃຫ້ນ້ອງ ​ແທນ​ຄໍ​າຂອບ​ໃຈ​ທີ່​ນ້ອງທີ່​ປະຕິບັດ​ໜ້າ​ທີ່​ເປັນແມ່ພິມ
ຂອງຊາດ ໃຫ້​ພວກເດັກນ້ອຍ​ນັກຮຽນ​ທັງຫຼາຍ ​ເພາະສະ​ນັ້ນ ຈຶ່ງຂໍ​ມ​ອບ​ເພງ "ຮັກ​ເຈົ້າ"
ທີ່ປະພັນ ໂດຍ​ສິນລະປິນ ລາວ-ອາ​ເມຣິກັນ ຄົນເກັ່ງທີ່ມີຫຼາກຫຼາຍຄວາມສາມາດ ໃນ​ລັດ
California, ​ສັກກີ້ ເມກມໍຣະກົດ ຊຶ່ງເພງນີ້ ​ສັກກີ້ ໄດ້ນັກຮ້ອງຍິງສຽງດີ Lina ມາຮ້ອງ
ຮ່ວມ ເຮັດໃຫ້ເພງນີ້ມ່ວນຂຶ້ນເປັນພິເສດ ແລະດີ​ໃຈ​ທີ່​ໄດ້​ເຫັນ​ສິນລະປິນລາວ​ລຸ່ນ​ໃໝ່​
ໃນ​ອາ​ເມຣິກາ​ ຍັງ​ຮັກສາ​ພາສາ​ລາວ​ໄວ້​ໄດ້​ດີ ​ເຖິງ​ແມ່ນ​ວ່າ​ພວກ​ລຸ່ນໃໝ່ລາວ-ອາ​ເມຣິກັນ
ສ່ວນ​ໃຫຍ່​ຈະ​ບໍ່​ຄອຍ​ປາກ​ເວົ້າ​ພາສາ​ລາວ​ໄດ້​ກັນ​ແລ້ວ ຫຼັງ​ຈາກ​ທີ່​ໄດ້​ຟັງ​ເພງ​ທີ່​ຈັດໃຫ້​
ແລ້ວ​ແລ້ວ ກໍຫວັງວ່າ ນ້ອງສົມເໝາະ ຍັງຈະຕິດຕາມຟັງ VOA ຕະຫຼອດໄປ.



"ຂັບທຸ້ມຫຼວງພະບາງ" ສະບັບນີ້​ ມ່ວນເປັນພິເສດ ເພາະວ່າສິນລະປິນໄດ້ນໍາຂັບລໍາ
ລາວພື້ນບ້ານມາເພີ່ມສີສັນ ​ເພີ່ມສຽງດົນຕີອີກຮູບແບບໃໝ່ ໃສ່ກີຕ້າ acoustic ທີ່
ວັນນະສອນວ່າຫຼາຍໆຄົນເດັກນ້ອຍໄວລຸ້ນລາວສະໄໝໃໝ່ສາມາດຮ້ອງໄດ້ຕາມຢ່າງ
ສະບາຍ ເປັນການຮຽບຮຽງ​ແລະ​ຂັບ​ຮ້ອງໂດຍ ເຈເດັນ ເມກມໍຣະກົດ ສິນລະປິນຜູ້
ນ້ອງຂອງ ສັກກີ້ ເມກມໍຣະກົດ ຊຶ່ງ​ວັນນະ​ສອນ​ຂໍ​ສັນລະ​ເສີນ​ແລະ​ຄອຍ​ເປັນ​ກໍາລັງ​ໃຈ​
ໃຫ້​ພີ່ນ້ອງ​ຕະກຸນ ເມກມໍຣະກົດ ສືບ​ຕໍ່​ສ້າງ​ຜົນງານ​ເພງ​ດີໆ​ໃຫ້​ພວກ​ເຮົາໄດ້​ຮັບ​ຟັງ​ກັນ
​ແລະ​ທີ່​ສໍາຄັນ​ໄປ​ກວ່າ​ນີ້…ຄົນ​ລາວ​ຍັງ​ຈະ​ສືບ​ຕໍ່​ມີ ​ພາສາ ວັດ​ທະນະ​ທໍາ​ແລະ​ການ​ດົນຕີ​
ຢູ່​ຄູ່​ກັບ​ພວກ​ເຮົາ​ຕະຫຼອດ​ໄປ ຈົນ​ກວ່າ​ຟ້າດິນ​ສະ​ລາຍ.​ ຂໍ​ເຊີນ​ໄປ​ຟັງ​ ພ້ອມໆ​ກັນ​ເລີຍ.



ກ່ອນ​ອໍາ​ລາ​ທ່ານ​ຜູ້​ຟັງ​ໃນ​ຄໍ່າ​ຄືນ​ນີ້ ວັນນະສອນຂໍ​ໃຫ້​ຄໍ່າ​ຄືນ​ນີ້​ເປັນ​ວັນ​ແຫ່ງ​ຄວາມສຸກ
ມ່ວນ​ຊື່ນ​ຕື່​ມອີກ​ນຶ່ງ​ວັນ ​ໂດຍ​ສະ​ເພາະ​ທ່ານ​ໃດ​ທີ່​ມີ​ແຟນ​ແລ້ວ ຈຶ່ງ​ຈັດ​ເພງນີ້ມອບ​ໃຫ້
ວັນນະສອນ ​ຄິດ​ວ່າ ຜູ້​ໃດ​ໄດ້​ຟັງ​ແລ້ວ​ປະ​ທັບ​ໃຈຢ່າງ​ແນ່ນອນ​ ​ເພາະວ່າ​ເພງ "​ເພາະ​ນ້ອງ​
ຈຶ່ງມີ​ວັນ​ນີ້"
ທີ່ ສັກກີ້ ເມກມໍຣະກົດ ຂັບ​ຮ້ອງ​ແບບ​ໃສ່​ອາລົມ​ສຸດ​ຂີດ​ເໜືອ​ຄໍາ​ບັນລະ​ຍາຍ
ທີ່​ສາມາດ​ບອກ​ໄດ້​ເລີຍ​ວ່າ “ຈັດ​ເຕັມ.” ​ສາວ​ໆຟັງ​ແລ້ວ​ເຄີ້ມ​ໄປ​ເລີຍ. ຂໍໃຫ້ທຸກໆ​ທ່ານ​
ຫຼັບສະບາຍໆ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG