ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫອມ​ກິ່ນ​ຈຳປາ - ລີກ ອຸດົມໄຊ


 ລີກ ອຸດົມໄຊ
ລີກ ອຸດົມໄຊ

ສະບາຍດີ​ ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການສຽງ​ເພງ​ຈາກ​ແດນ​ໄກຂອງ VOA ຄ່ຳ​ຄືນມື້ນີ້ ວັນນະສອນ ຂໍ​ຈັດ​ເພງ ຫອມ​ກິ່ນ​ຈຳປາ ​ທີ່​ຂັບ​ຮ້ອງ​ໂດຍ ລີກ ອຸດົມ​ໄຊ ເພື່ອຈັດ​ໃຫ້​ແຟນ​ລາຍການຈາກ​ຍີ່ປຸ່ນ ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງຜ່ານ​ທາງ Facebook ​ເພງ​ນີ້​ເປັນ​ເພງ​ນຶ່ງ​ທີ່​ມີ​ຄວາມ​ໝາຍ​ດີ ​ແລະ​ວັນນະ​ສອນ​ ເຊື່ອ​ແນ່​ວ່າຫຼາຍໆ​ທ່ານ​ຄົງ​ຈະ​ຢາກ​ກັບ​ໄປ​ດົມ​ກິ່ນ​ດອກ​ຈຳປາ ທີ່​ມາຕຸພູມ​ບ້ານ​ເກີດ​ເປັນ​ແນ່​ແທ້ ດັ່ງ​ທີ່​ເນື້ອໃນ​ຂອງ​ເພງ​ນີ້​... ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ...

ສ່ວນ​ເພງ ຫຼວງພຣະບາງ​ເມື່ອຍາມແລງ ​ທີ່​ຂັບ​ຮ້ອງໂດຍ ມາລີຈັນສຸກ ນີ້ ຈັດ​ໃຫ້​ທ່ານ​ຜູ້​ຟັງ​ທັງຫຼາຍ​ທີ່​ຂຽນ​ຂໍ້ຄວາມ​ໄວ້ ​ໃນ​ website ທີ່ຄອຍ​ຕິດຕາມ​ VOA ສະ​ເໝີ​ມາ ພ້ອມ​ທັງ​ຂຽນ​ຂໍ້ຄວາມ​ຕິ​ຊົມ ຝາກ​ໄວ້ ​ໃນ Facebook Live ​ໃນ​ຂະນະ​ທີ່​ພວກ​ເຮົາ ຈັດ​ທຳລາຍການ​ອອກ​ອາກາດ ສົດ​ໃນ​ທຸກໆ​ວັນ​ອັງຄານ​ແລະ​ວັນ​ພຸດ. ທາງ​ທີ​ມງານ​ພວກ​ເຮົາ ທຸກໆ​ຄົນ​ພະຍາຍາມ​ນຳ​ສິ່ງ​ໃໝ່ໆ ​ແລະ​ຂ່າວ​ຮອບ​ໂລກຫຼ້າ​ສຸດ ມາສະ​ເໜີ​ທ່ານ ຈຶ່ງ​ຂໍ​ຂອບ​ໃຈ​ແລະ ຂໍຈັດເພງ ຫຼວງພຣະບາງ​ເມື່ອຍາມແລງ ມອບ​ໃຫ້ ​ແລະ​ຢ່າ​ລືມ​ຂຽນ​ເຂົ້າ​ມາ​ຫຼາຍໆ ມີ​ຫຍັງ​ກໍ​ບອກ ​ເພາະ​ເຮົາ​ເປັນ​ຄອບຄົວ​ດຽວ​ກັນ​ແລ້ວ.

ຂໍ​ສົ່ງ​ທ່ານ​ຜູ້​ຟັງເ​ຂົ້ານອນ ດ້ວຍ​ເພງ ຮ້ອງ​ເພງ ຂອງ​ວົງ ໜຸ່ມ​ລາວ ​ຊຶ່ງ​ປະຈຸ​ບັນ ​ໄດ້ປ່ຽນ​ຊື່ມາ​ເປັນວົງ ຈິດ​ປັນຍາ ຕາມ​ນາມສະກຸນ ​ທີ່​ມີ 3 ອ້າຍ​ນ້ອງ​ຕະກຸນ ຈິດ​ປັນຍາ ເປັນຜູ້​ຮ້ອງ​ແລະ​ຫຼິ້ນ​ດົນຕີ ​ແລະ​ແຕ່ງເພງນໍາ. ຖ້າທ່ານຜູ້ຟັງມັກ ເພງສິນລະປິນທ່ານໃດເປັນພິເສດ ກໍຂໍໃຫ້ຂຽນມາບອກຈະໄດ້ຈັດໃຫ້ທ່ານຜູ້ຟັງ ໄດ້ຟັງໃຫ້ຊື່ນໃຈ.

XS
SM
MD
LG