ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພິທັກ ​ເສີມຣາຊ - ສອງຝັ່ງ​ຂອງ


ພິທັກ ເສີມຣາຊ
ພິທັກ ເສີມຣາຊ
ສະບາ​ຍດີທຸກໆ​ທ່ານ ​ເພງທີ່​ສໍາຄັນ​ຍິ່ງ​ແລະ​ຜູກ​ພັນ​ຂອງ​ຜູ້​ຄົນ
ເຊື້ອສາຍ​ດຽວ​ກັນ​ທັງສອງ​ຝາກ​ຝັ່ງ​ແມ່​ນໍ້າຂອງ​ນີ້ ຈັດ​ໃຫ້ທ່ານ
​ສໍາຣອງ ປຣະກອບ​ຈິດ ຜູ້​ຟັງຈາກ ຈັງຫວັດອະ​ຍຸ​ທະຍາ
ປະ​ເທດ​ໄທ ທີ່​ຂຽນ​ບອກ​ມາ​ວ່າ ມັກ​ຟັງ​ເພງ​ລາວ​ແລະ​ກໍ​ເຂົ້າ​ໃຈ
​ເພາະ​ເວົ້າ​ພາສາ​ລາວ​ອີສານ​ໄດ້ ​ແລະ​ອີກ​ປະການ​ນຶ່ງ ກໍ​ຢາກ
​ອ່ານ​ພາສາ​ລາວ ຈາກ​ເນື້ອ​ເພງ ທີ່​ເປັນ​ວີ​ດີໂອນັ້ນ ບອກ​ຂອບ​ໃຈ​
ທີ່​ເຮັດ​ໃຫ້​ຮຽນ​ພາສາ​ລາວ​ຈາກ​ເພງ ​ແລະ​ຂໍ​ຟັງ​ເພງ​ກ່ຽວກັບ​
ລໍາ​ນໍ້າຂອງ ​ເພາະສະ​ນັ້ນ​ວັນນະ​ສອນ ຈຶ່ງຂໍ​ມອບ​ເພງສອງ
ຝັ່ງ​ຂອງ
ທີ່​ຮັບ​ຮ້ອງ​ໂດຍ ພິທັກ ​ເສີມຣາຊ ວັນນະ​ສອນ​ຄິດ
​ວ່າ ໜ້າ​ຈະ​ເປັນ​ຄົນ​ສັນຊາດ​ໄທ​ແລະ​ມີ​ເຊື້ອ​ສາຍ​ລາວ ​ເພາະວ່າ
​ເວລາ​ຮ້ອງ​ເພງ​ໄດ້​ອອກ​ສໍາ​ນຽນ​ລາວ​ຊັດ​ເຈນ ຈຶ່ງຂໍ​ຖື​ໂອກາດ​ນີ້
ຈັດ​ມອບໃຫ້​ທຸກໆ​ຄົນ​ລາວ​ທີ່​ອາ​ໄສ​ຢູ່​ຕາມ​ສອງ​ຝາກ​ຝັ່ງ​ແມ່​ນໍ້າ
ຂອງທຸກ​ຖ້ວນ​ໜ້າ.




ວັນນະ​ສອນ ຄິດ​ວ່າ ​ໄດ້​ຟັງ​ເພງ​ສອງ​ຝັ່ງຂອງ​ແລ້ວ ຢາກ​ກັບ​ໄປນັ່ງຕາກ​ລົ​ມຊົມ​ດາວ
ຢູ່​ຫາດ​ດອນ​ຈັນ​ພຸ້ນ. ​ເອົາ​ຂໍຈັດ​ເພງ​ຕໍ່​ໄປ​ເລີຍ ​ໃຫ້​ລັດຕະນາ ມາ​ໄລ​ເພັດ ຈາກ​ບ້ານ​
ຊຽງ​ແມນ ​ເມືອງ​ຈອມ​ເພັດ ​ແຂວງ​ຫຼວງ​ພະ​ບາງ ທີ່​ບອກ​ມາ​ວ່າ ຕິດຕາມ​ຮັບ​ຟັງ VOA
ມາ​ຕະຫຼອດຂໍ​ຟັງ​ເພງ​ທີ່​ກ່ຽວຂ້ອງກັບ​ຊຽງແມ​ນພູ​ທ້າວ-ພູ​ນາງ ວ່າ​ຊັ້ນ ​ແຕ່​ໜ້າເສຍ​ດາຍ
​ທີ່​ທາງ​ເຮົາ ບໍ່​ມີ​ເພງ​ນີ້ ຈຶ່ງ​ຂໍ​ຈັດ​ເພງ​ຄູ່ "ກ້ຽວ​ສາວ​ແຄມ​ງື່ມ" ຂອງ ​ຄົມ​ສັນ ​ແລະ​ອອຍ​ໃຈ
ມາ​ໄລ​ຮັກ ​ໃຫ້​ຟັງ​ໄປກ່ອນ ​ແລະ​ໂອກາດ​ໜ້າ​ຈະ​ຈັດ​ເພງໃຫ້​ຕາມ​ໃຈນ້ອງ.



ສ່ວນ​ເພງ​ສຸດ​ທ້າຍ​ນີ້ ​ຂໍ​ມອບ​ໃຫ້​ແກ່​ທຸກໆທ່ານ​ທີ່​ມັກ​ຮັກ​ໃນ​ສຽງ​ເພງ​ອໍາ​ມະຕະ​ຂອງ​ລາວ
ທີ່​ຂັບ​ຮ້ອງໂດຍ ບົວ​ເງິນ ຊາ​ພູ​ວົງ​ ໃນ​ບົດ​ເພງ…​ເຖິງ​ຈະ​ບໍ່ບອກຊື່ ກໍ​ຄົງ​ຈະ​ຮູ້​ແລ້ວ
ວ່າ​ເພງ​ນີ້​ ແມ່ນ​ເພງ​ຫຍັງ​ ແລະ​ຂໍໃຫ້ທຸກໆທ່ານ​ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG