ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ດາວ ສີວິ​ໄລ ຮ້ອງເພງ “ບໍ່​ຈ້​າງ​ໃຫ້​ງຶດ” ຕອບ ເພງ “​ຈ້​າງກະບໍ່​ງຶດ” ຂອງ ປຸກ​ກີ້​ເງິນ​ລ້​ານ


 ດາວ ສີວິ​ໄລ
ດາວ ສີວິ​ໄລ

ສບາຍດີແລະກັບມາພົບກັນເຊັ່ນເຄີຍໃນລາຍການສຽງເພງຈາກ
ແດນໄກ ຄ່ຳຄືນນີ້ ​ເພງ ບໍ່​ຈ້​າງ​ໃຫ້​ງຶດ ນີ້ ທີ່​ຂັບ​ຂ້ອງ​ໂດຍ ດາວ
ສີວິ​ໄລ
​ເປັນ​ເພງ​ທຳນອງ​ແນວ​ປະ​ຊົດ​ປະຊັນ ​ເປັນ​ເພງຜູ້​ຊາຍ​ທີ່
​ຮ້ອງ​ຕອບ ​ເພງ ​ຈ້​າງກະບໍ່​ງຶດ ຂອງ​ສິນລະປິນສາວ ປຸກ​ກີ້
​ເງິນ​ລ້​ານ
ທີ່​ເປັນ​ເພງ​ແນວ​ໜ້າ​ຮັກ ກໍ​ຂໍ​ມອບ​ໃຫ້​ໜຸ່ມໆ​ທັງຫຼາຍ
​ແລະ​ວ່າ ຄວາມ​ຮັກ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ຊຶ່ງ​ກັນ​ແລະ​ກັນ​ນັ້ນ
ບໍ່​ແມ່ນ​ການ​ເອົາ​ລັດ​ເອົາ​ປຽບ ປະ​ຊົດ​ປະຊັນ​ກັນ​ ແຕ່​ຢ່າງ​ໃດ
​ແລະ​ຫວັງ​ວ່າ ໜຸ່ມໆ​ທີ່​ໄດ້ຮັບ​ຟັງ​ເພງ​ນີ້ ຄົງ​ຈະ​ເຂົ້າ​ໃຈ​ແລະ​ເຫັນ​ໃຈ ຍອມຮັບ​ຜິດ​ກ່ອນ ຍອມ​ງໍ້​ກ່ອນ ​ໃນ​ທີ່​ສຸດ ຝ່າຍ​ຍິງ​ກໍ​ຈະ​ມາ​ງໍ້​ແລະ​ຄືນ​ດີ​ເອງ ​ນັ້ນ​ລະ ບໍ່​ເຊື່ອ ກໍ​ຂໍ​ໃຫ້​ລອງ​ປະຕິບັດ​ເບິ່ງວ່າ ຜົນຈະ​ອອກ​ມາ​ດີ​ບໍ່ ​ແລ້ວ​ກໍ​ຢ່າ​ລືມ​ຂຽນ​ບອກ​ໃຫ້​ເອື້ອຍຟັງ​ແດ່​ວ່າ ມັນ​ເຮັດໄດ້​ແທ້ໆ ​ເອົາ​ໄປ​ຟັງພ້ອມໆ​ກັນ​ເລີຍ.

ສ່ວນ​ເພງ​ “ຮັກສາ​ວ​ໂພນ​ໂຮງ​” ນີ້ ຈັດ​ໃຫ້​ຜູ້​ຟັງ​ທີ່​ມີນາມ​ແຝງວ່າ “​ເວີນ999” ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ “​ໂພນ​ໂຮງຍາມ​ຈາກ​” ​ແຕ່​ເສ​ຍດາຍ​ ທາງ​ເຮົາ​ບໍ່​ມີ​ເພງ​ນີ້ ຈຶ່ງ​ຂໍ​ຈັດ​ເພງ “ຮັກສາ​ວ​ໂພນ​ໂຮງ​” ທີ່​ຂັບ​ຮ້ອງ​ໂດຍ ດວງ ດາຣາພອນ ​ແທນ ຫວັງ​ວ່າ​ຄົງ​ບໍ່​ວ່າ​ກັນ ​ແລະ​ກໍ​ຈະ​ພະຍາ
ຍາມ​ຫາ​ເພງ​ທີ່​ນ້ອງ​ຂໍ​ມາ​ນັ້ນ ຈັດ​ໃຫ້​ຟັງ​ໃນ​ໂອກາດ​ຕໍ່​ໄປ.

ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ ດ້ວຍເພງນີ້ “ລົມ​ໜາວ” ຂອງ ຕຸກ​ຕາ ສຸກ​ສະຫວັນ ສິນລະປິນ​ສາວ​ສຽງ
ຫວານຈາກ ສປປ ລາວ ຊຶ່ງຊ່າງ​ປະຈວບ​ເໝາະ​ກັບ​ບັນຍາກາດໃນນະຄອນຫຼວງ ວໍຊິງຕັນ
ດີຊີ​ ທີ່ຂ້ອນ​ຂ້າງ​ໜາວ ​ແລະ​ວ່າ ສປປ ລາວ ​ໃນ​ບາງ​ພາກ ກໍ​ຄົງໜາວ​ເຊັ່ນ​ກັນ ກໍ​ຂໍ​ໃຫ້​ຮັກສາ
ສຸກຂະພາບ ​ຢ່າ​ໄດ້​ເຈັບ​ປ່ວຍ ​ເພາະ​ຈະ​ໄດ້​ກັບ​ມາ​ຟັງ​ເພງຮ່ວມ​ກັນ​ອີກ ​ໃນ​ສັບປະດາ​ໜ້າ.

XS
SM
MD
LG