ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມກ​ຂະ​ຫຼາ ສະຖາ​ພອນ - “ເຊີນ​ທ່ອງ​ທ່ຽວ​ຫຼວງ​ພະ​ບາງ” (ວີດີໂອ ຄາຣາໂອເກະ)


ເມກຂະຫຼາ ສະຖາພອນ
ເມກຂະຫຼາ ສະຖາພອນ

ເຊີນ​ທ່ອງ​ທ່ຽວ​ຫຼວງ​ພະ​ບາງ - ​ເມກ​ຂະ​ຫຼາ ສະຖາ​ພອນ

ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນແມ່ນ​ເພງ​ເຊີນ​ທ່ອງ​ທ່ຽວ​ຫຼວງພະ​ບາງ​ທີ່​ຂັບ​ຮ້ອງ​ໂດຍ ເມກ​ຂະ
​ຫຼາ ສະຖາ​ພອນ ​ແລະ​ປະພັນ​ໂດຍ ດາວ​ວຽງ ​ບຸດ​ນາໂຄ ຊຶ່ງ​ຈັດ​ໃຫ້ຜູ້​ຟັງ​ ນ້ອງຄູ​ວຽງ ທີ່​
ຂຽນ​ຝາກ​ຂໍ້ຄວາມ​ໄວ້​ວ່າ ຢາກ​ຂໍ​ຟັງ​ເພງ​ທີ່​ກ່ຽວຂ້ອງ​ກັບ​ຫຼວງ​ພະ​ບາງ​ເພງ​ໃດ​ກໍ​ໄດ້​ວ່າ​ຊັ້ນ
​ເພື່ອ​ຈັດ​ໃຫ້​ໝູ່​ເພື່ອນ ທີ່​ບ້ານ​ນາວາ​ງ, ​ເມືອງ​ຮຸນ ​ແຂວງ ອຸດົມ​ໄຊ, ວັນນະ​ສອນ ຫວັງ​ວ່າ
ພວກ​ເພື່ອນໆ​ຂອງ​ຄູ​ວຽງ ຄົງ​ຈະ​ປະ​ທັບ​ໃຈ ທີ່​ນ້ອງ​ຄູ​ວຽງ​ຈັດ​ມອບ​ໃຫ້. ຂໍ​ໃຫ້​ມີຄວາມ
ສຸກ​ແລະ​ຮັກ​ແພງ​ກັນ​ຕະຫຼອດ​ໄປ. ​ແລະ​ເພງ​ຕໍ່​ໄປ​ນີ້ ຂໍ​ຈັດ​ໃຫ້ ຫົງ​ຄໍາ​ຈາກ ພະ​ແນ​ກສຶກສາ
​ເມືອງ​ແປກ​, ແຂວງ​ຊຽງ​ຂວາງ​ທີ່ ຂຽນ email ​ເຂົ້າ​ມາ​ຂໍ​ທຶນ​ການ​ສຶກສາ​ ​ແຕ່​ເສຍ​ດາຍ​ທາງ
VOA ບໍ່​ມີ​ນະ​ໂຍບາຍ​ນີ້ ຈຶ່ງ​ຂໍ​ສົ່ງຂອງ​ທີ່​ລະ​ລຶກ​ໄປ​ໃຫ້​ທາງ​ພະ​ແນ​ກສຶກສາແທນແລ້ວ​ກັນ
ຕ້ອງ​ຂໍ​ທີ່ຢູ່ທີ່​ຈະ​ສົ່ງ​ຂອງ​ໄປ​ໃຫ້ ຝາກ​ມາ​ຕາມ​ email ​ເກົ່າ​ນັ້ນ​ລະ ເອົາ​ກໍ​ຫວັງ​ວ່າ ​ເພງ​ນີ້
ຄົງ​ຈະ​ເຮັດ​ໃຫ້ ຫົງ​ຄໍາ ພ້ອມ​ຄະນະ​ທີ່​ພະ​ແນ​ກສຶກສາ ທີ່​ເມືອງ​ແປ​ກ ຄົງ​ຈະ​ຂຽນ email
​ເຂົ້າ​ມາ​ອີກ. ຂໍ​ມອບ​ເພງ​ຂອງ​ ອຸດອນ ວົງ​ສີ ສິນລະປິນ​ຈາກອອສ​ເຕຣ​ເລຍ​ ໃຫ້​ຟັງ
ຖືກ​ໃຈ​ແນ່ນອນ ​ເພາະ​ເປັນ​ເພງທີ່​ເລົ່າ​ເຖິງ​ຊຽງ​ຂວາງ ດັ່ງ​ຊື່​ຂອງ​ເພງ​ນີ້ “ຊຽງ​ຂວາງ​
ແຫ່ງ​ຄວາມ​ຫຼັງ.”

ເພງ:ຊຽງຂວາງ​ແຫ່ງ​ຄວາມ​ຫຼັງ”​ - ອຸດອນ ວົງ​ສີ

ວັນນະສອນ: ​ເພງທີ່​ຈະ​ຫຼິ້ນ​ໃຫ້ຟັງ​ຕໍ່​ໄປ​ນີ້​ຈັດ​ມອບ​ໃຫ້​ຜູ້​ຟັງ​ທີ່​ຂຽນ​ຂໍ້ຄວາມ​ໄວ້​ໃນ
website ຂອງ VOA ທັງ​ຂອງ ໜຸ່ມ​ຢູ່​ສະຫວັນ, ຄໍາ ວິຣະຈັກ(USA), ສຸກຂີ ປາກ​ເຊ,
Keo Hip, ວິລະ​ກອນ ພົງ​ພະ​ໂຍສິດ. ຕ້ອງ​ຂໍ​ຂອບ​ໃຈ ທຸກໆ​ຄໍາ​ເຫັນ, ທຸກໆ​ຄໍາ​ຕິ​ຊົມ
​ເພາະ​ຈະ​ໄດ້​ພັດທະນາ​ແລະ​ປັບປຸງ ​ແລະ​ແນ່ນອນ ຈັດ​ເພງໃຫ້ຖືກ​ໃຈ, ສ່ວນ​ນ້ອງ​ສົມ​
ເໝາະນັ້ນ ຍັງ​ຕິດ​ຄ້າງ​ຢູ່ ຄັ້ງ​ຕໍ່​ໄປ​ລະ​ກັນ ​ເອົາ​ຂໍ​ເຊີນ​ທຸກໆ​ທ່ານ​ໄປ​ຟັງ​ເພງ ຂອງ​ສຸດທະ​ລິດ
“ນ້ອງ​ຄື​ທຸກ​ສິ່ງ” ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ​ ຂໍ​ໃຫ້​ທຸກໆ​ທ່າ​ນນອນ​ຫຼັບ​ຝັນ​ດີ.

ເພງ: ນ້ອງ​ຄື​ທຸກ​ສິ່ງ (ຫລື ນາງໃນດວງໃຈ)

XS
SM
MD
LG