ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຕຸ້ຍ Bb Gun - ກຸຫຼາບ​ດຳ


ຕຸ້ຍ Bb Gun
ຕຸ້ຍ Bb Gun

ສະບາຍດີທຸກໆ​ທ່ານ ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ມື້​ນີ້ ວັນນະ​ສອນ ຈະມາ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ຕາມ ຈ.ມ. ຫຼືບໍ່ ​ກໍ email ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ.
ຂໍ​ເລີ່​ມດ້ວຍ​ເພງ​ slow rock ​ເປັນ​ເພງ​ຫວານ​ຂອງ​ສິນລະປິນ​ຊາຍ ຕຸ້ຍ Bb gun ຈາກ​ລັດ California ຊຶ່ງ​ເພງ​ນີ້​ຖືກ​ໃຈ​ສາວໆ​ເປັນ​ແນ່​ແທ້ ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ ​ໃນ​ບົດ​ເພງ ກຸຫຼາບ​ດຳ.

ສ່ວນ​ ຈ.ມ. ສະບັບ​ນີ້​ມາ​ຈາກ​ໄກ​ຈາກ​ສປປລາວ ຈາກ ຍາ​ລຸງ ບົວ​ຫອມ ດໍາຣົງ ​ແຟນປະ​ຈໍາ​ລາຍການ​ມາດົ​ນນານ​ເທົ່າ​ກັບ​ອາຍຸ​ຂອງ VOA ​ພະ​ແນ​ກພາສາ​ລາວ ນານ​ກວ່າ 50 ປີ ​ຍາ​ລຸງ ບົວ​ຫອມ ຂໍ​ຟັງເພງ ຄິດ​ຮອດ​ຄວາມ​ຮັກ ວັນນະ​ສອນ ຕ້ອງ​ຂໍ​ຂອບ​ໃຈ​ທີ່​ເປັນແຟນລາຍ
ການ​ຢ່າງ​ໜຽວ​ແໜ້ນ ​ສ່ວນ​ປະຕິທິນ​ປີ 2016 ນີ້ ບໍ່​ຕ້ອງ​ຂໍກໍ​ຈະ​ຈັດ​ສົ່ງ​ໄປ​ໃຫ້​ຢູ່​ແລ້ວ ຖ້າ​ອອກ​ມາ​ເມື່ອໃດ ​ແລ້ວ​ຈະ​ປະກາດ​ໃຫ້​ແຟນລາຍການ​ອີກ​ເທື່ອ​ນຶ່ງ ​ເພງຄິດ​ຮອດ​ຄວາມ​ຮັກ ​ເປັນ​ເພງ​ເກົ່າ ທີ່​ອາຈານ​ຄຳ​ຫຼ້າໜໍ່​ແກ້ວ ໄດ້​ແຕ່ງ​ໄວ້ ​ແລະ​ສະບັບ​ນີ້​ເປັນ​ຂອງ ໄພທູນ ກ່ອງ​ໄຊ​ຍະ​ສິດ ​ຫວັງ​ວ່າ​ຄົງ​ຖືກ​ໃຈຍາ​ລຸງ​ບົວ​ຫອມ​ ແລະ​ແຟນລາຍການ​ທຸກໆທ່ານ.



ຂໍ​ປິດ​ທ້າຍ​ລາຍການ​ດ້ວຍ​ເພງດັງ​ໃນ​ອະດີດ ທີ່​ໄດ້​ມີ​ນັກ​ຮ້ອງ​ຫຼາຍໆ​ທ່ານ​ນຳ​ມາ​ຂັບ​ຮ້ອງ ​ແລະ​ເພງ​ນີ້ ​ແມ່ນ​ນຳ​ມາຮຽບຮຽງແລະ ປະກອບ​ດົນຕີ​ໃໝ່ ​ກໍ​ຍິ່ງ​ເຮັດ​ໃຫ້​ເພງ​ນີ້ໜ້າ​ຟັງ​ຍິ່ງ​ຂຶ້ນ. ຂໍ​ເຊີນ​ໄປ​ຟັງສຽງ​ຂອງ ຈ່ອຍ ທົດ​ສະກັນ ​ໃນ​ບົດ​ເພງ ​ສະລັກ​ຈິດ ​ໄດ້​ເລີຍ. ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG