ສະບາຍດີທ່ານຜູ້ຟັງ ແລະນັ້ນແມ່ນເພງ ເມືອງລາວເຮົາກໍລືນາມ ຂອງພາວັນດີ ມີໄຊ ສິນລະປິນລາວໃນຍີ່ປຸ່ນ ທີ່ໄດ້ຂັບຮ້ອງເພງທີ່ມີຄວາມໝາຍແລະວັນນະສອນ ຂໍຈັດເພງ ທີ່ມີຄວາມໝາຍດີກ່ຽວກັບປະເທດລາວ ໃຫ້ແກ່ບັນດາແຟນລາຍການສຽງເພງຈາກແດນ ໄກ ທຸກໆທ່ານ ໂດຍສະເພາະຄົນລາວທີ່ກະຈັດກະຈາຍກັນຢູ່ຕ່າງປະເທດ...ເພງ ເມືອງ ລາວ ເຮົາກໍລືນາມ ຂອງພາວັນດີ ມີໄຊ ນີ້ ຄົງຈະເຮັດໃຫ້ທ່ານຄິດເຖິງບ້ານ ບໍ່ຫຼາຍ ກໍໜ້ອຍ ວັນນະສອນ ຂໍມອບເພງທີ່ເປັນເອກະລັກຂອງລາວອີກຕື່ມເພງນຶ່ງໃຫ້ຟັງ ຈາກ ສິບລປິນ ລາວ-ອາເມຣິກັນ ຈາກລັດ California ສັກກີ້ ແກ້ວມໍຣະກົດ ທີ່ເປັນ ນັກຮ້ອງ ນັກສິນ ລະປະນທີ່ມີຄວາມສາມາດ ໄດ້ແຕ່ງເພງ ເຮົາເປັນຄົນລາວ ນີ້ ໄດ້ສົມໃຈໄວ ຣຸ້ນເປັນທີ່ສຸດ ເພາະເປັນຈັ່ງຫວະຮ້ອນແຮງ ຂໍເຊີນໄປຟັງເພງທີ່ມີຄວາມໝາຍດີຂອງ ຄົນລາວ ໃນຈັ່ງ ຫວະ ຣ໊ອກກັນເລີຍ...
ວັນນະສອນ: ສ່ວນທ່ານ ເສດ ໄຊຊະນະ ທີ່ຂຽນຂໍ້ຄວາມໄວ້ໃນ website ຂອງ VOA ນັ້ນ ວັນນະສອນ ຂໍມອບເພງ ເຈົ້າກໍລາວ ຂ້ອຍກໍລາວ ຂອງ ອະນຸລັກ ອະນຸໂລມ ສິລະປິນ ລາວ ຈາກລັດ Nevada ຫວັງວ່າທ່ານເສດ ໄດ້ຮັບຟັງເພງນີ້ແລ້ວ ກໍໃຫ້ຂຽນເຂົ້າ ມາຫາ ທາງເຮົາ ອີກ. ພົບກັນໃໝ່ໃນອາທິດໜ້າ ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.