ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕ້ອມ ເຣນໂບ - ຄົນ​ທີ່​ຫວັງ​ດີ


ຕ້ອມ ເຣນໂບ
ຕ້ອມ ເຣນໂບ

ສະບາຍດີແລະ​ຍິນ​ດີ ຕ້ອນຮັບ​ທຸກໆທ່ານ​ເຂົ້າ​ສູ່​ບັນຍາກາດ​ສະບາຍ​ໆ ຟັງ​ເພງ​ລາວ
ຕາມ​ຄໍາ​ຂໍ​ທີ່​ມ່ວນໆ​ໃນ​ຄໍ່າ​ຄືນ​ວັນ​ອາທິດ​ນີ້ ຊຶ່ງ​ຂໍ້ຄວາມ​ທຳ​ອິດ​ນີ້ ຈາກ​ນ້ອງ ຕຸ່ຍ ​ເລົາ
ທີ່​ຂຽນ​ເຂົ້າ​ມາທາງ Facebook ຂໍ​ຟັງ​ເພງ ຄວາມ​ໃນ​ໃຈ ຂອງ​ ຕ້ອມ ​ເຣນ​ໂບ
ແລະ​ນ້ອງ​ຕຸ່ຍ ຍັງບອກ​ມາອີກ​ວ່າ ຕິດຕາມ​ຮັບ​ຟັງ​ລາຍການ VOA ມາ​ຕະຫຼອດ
ສະ​ນັ້ນ​ເອື້​ອຍວັນນະ​ສອນ ຈຶ່ງ​ຂໍ​ຈັດ​ເພງ​ ຄົນ​ທີ່​ຫວັງ​ດີ ທີ່​ເປັນ​ເພງ​ລາວ ໃຫ້ຕາມ​ທີ່​
ນ້ອງ​ຂໍ​ຟັງມາ ​ແທນ​ຄຳ​ຂອບ​ໃຈພ້ອມ​ດຽວ​ກັນ​ນີ້ ກໍ​ຂໍ​ມອບ​ໃຫ້​ແຟນ​ລາຍການ​ທຸກໆ​
ທ່ານ​ທີ່​ມັກ​ຮັກ​ຜົນງານ​ເພງຂອງ​ ຕ້ອມ ​ເຣນ​ໂບ. ຂໍ​ເຊີນໄປ​ຟັງ​ເພງ ຄົນ​ທີ່​ຫວັງ​ດີ
​ພ້ອມໆ​ກັນ​ເລີຍແລະ

​ສ່ວນ​ເພງ​ທີ່​ສອງ​ນີ້ ຈັດ​ໃຫ້ ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ ຫອມ​ກິ່ນ​ຈຳປາ ຂອງ​ລີກ
ອຸດົມ​ໄຊ
ຕ້ອງ​ຂໍອະ​ໄພ​ນຳ​ຫຼາຍໆ ທີ່​ຂຽນ​ຊື່​ຜູ້​ຂໍ​ໄວ້ ​ແຕ່​ຫາ​ບໍ່ພໍ້ ເພາະ​ບາງ​ຄັ້ງ ການ​ຂຽນ
​ຂໍ​ຟັງ​ເພງ​ໃນໜ້າ Facebook ສ່ວນ​ຕົວ ​ແລະ​ມັນກໍ​ມີ​ຂໍ້ຄົນ​ຂຽນ​ເຂົ້າ​ມາ​ເລື້ອຍໆ
ຈົນ​ທັບ​ຖົມ​ອັນ​ເກົ່າ​ໄປ ຈົນ​ຫາ​ບໍ່​ພໍ້…ທາງ​ທີ່​ດີ ​ເທື່ອ​ໜ້າ​ກໍ​ຂໍໃຫ້​ຂຽນຂໍ​ຄວາມ​ໄວ້​ໃນ
​ໜ້າ ລາຍການ​ດົນຕີ ທາງ Facebook ຂອງ VOA ​ຈະ​ເປັນ​ການ​ດີກ​ວ່າ ​ເພາະວ່າ ​
ຈະ​ກັບ​ເຂົ້າ​ໄປ​ຫາ​ໄດ້ງ່າຍກວ່າ ​ເມື່ອ​ໃດ​ກໍ​ໄດ້. ​ເອົາ​ຂໍ​ໃຫ້ເພງ ຫອມ​ກິ່ນ​ຈຳປາ ນີ້
​ຄົງ​ຈະເຮັດໃຫ້ຫຼາຍໆ​ທ່ານ​ຜູ້​ຟັງ​ຄິດ​ເຖິງ​ບ້ານ​ແລະ​ຢາກ​ກັບ​ໄ​ປດົມ​ກິ່ນ​ດອກ​ຈຳປາ
ອີກ​ໃນ​ບ້ານ​ເກົ່າ​ເມືອງ​ຫຼັງພຸ້ນ.

ສ່ວນ​ເພງ​ສຸດ​ທ້າຍ​ນີ້ ຂໍ​ຈັດ​ໃຫ້​ບັນດາ​ນ້ອງໆ​ໄວ​ລຸ້ນມັກ​ຮັກ​ໃນເພງ​ປ໊ອປ ​ເພາະສະ​ນັ້ນ
ວັນນະ​ສອນ ຈຶ່ງ​ຂໍ​ມອບ​ເພງ​ທີ່​ມາ​ແຮງ​ຢູ່​ໃນ​ຂະນະ​ນີ້ ຂໍ​ເຊີນ​ໄປ​ພິສູດ ພ້ອມໆກັນ​ເລີຍ ​
ແລະ​ວ່າ ພໍ​ໄດ້​ຍິນ​ເພງ​ນີ້​ແລ້ວ ​ເອື້ອຍ​ວັນນະ​ສອນ​ວ່າ ຄົງ​ຈະ​ຮ້ອງ​ເປັນ​ສຽງ​ດຽວ​ກັນ
ວ່າ…ອໍ… ກໍ​ເພງ Despacito ທີ່​ນຳ​ມາ Remix ​ໃໝ່ ທີ່​ຂັບ​ຮ້ອງ​ໂດຍ Luis Fonsi
& Daddy Yankee Feat Justin
Biebe ຂໍ​ໃຫ້​ມ່ວນໆ​ກັບ​ເພງ​ນີ້ ກໍ​ແລ້ວ​ກັນ
ແລະ​ຄັ້ງ​ຕໍ່​ໄປ ​ທາງ​ເຮົາ​ຈະ​ຄ່ອຍ​ທະຍອຍ​ຈັດ​ເພງ​ສາກົນ​ມາ​ຫຼິ້ນ​ໃຫ້​ທ່ານ​ຜູ້​ຟັງ​ ​ໄດ້​ຮັບ
​ຟັງ​ເພງ ເພື່ອ​ເອົາ​ໃຈ​ຄົນ​ທີ່​ມັກ​ຮັກ​ເພງ​ສາ​ກົນ ​ແຖມ​ພວກ​ນ້ອງໆ​ທີ່​ສົນ​ໃຈ​ຮຽນ​ພາສາ
ອັງກິດ ​ແລະ​ອອກ​ສຳນຽງ​ພາສາ​ອັງກິດ ກໍ​ຈະ​ໄດ້​ຮຽນ​ຮ້ອງ​ຕາມ ​ແລະ​ຝຶກ​ຫັດ​ອອກ​
ສຳນຽງ​ພາສາ​ອັງກິດໃຫ້ຖືກຕ້ອງ…ຫັດ​ຟັງ​ເອົາ​ໄວ້ ​ແລ້ວ​ມັນ​ກໍ​ຈະ​ເຂົ້າ​ຫູ ​ ​ຟັງ​ສຳນຽງ
​ໄດ້​ງ່າຍ​ຂຶ້ນ ​ແລະ​ໃນ​ທີ່​ສຸດ ກໍ​ຈະ​ເວົ້າ​ພາສາ​ອັງກິດ​ໄດ້…ບໍ່​ເຊື່ອ​ກໍ​ລອງ​ຫັດ​ຕາມ​ເບິ່ງ.
ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.

XS
SM
MD
LG