ທ່ານຜູ້ຟັງທີ່ເຄົາລົບ ລາຍການສຽງເພງຈາກແດນໄກ ຂອງວີໂອເອ ໃນແລງ
ວັນອາທິດ ມື້ນີ້ ວັນນະສອນ ຈະມາຈັດເພງໃຫ້ຕາມຄຳຂໍຂອງທ່ານຜູ້ຟັງ ສ່ວນວ່າ
ຈະມີເພງໃດແດ່ນັ້ນ ຂໍເຊີນທ່ານເຂົ້າສູ່ລາຍການຂອງເຮົາໄດ້ນະບັດນີ້.
ສະບາຍດີທຸກໆທ່ານ ກໍກັບມາພົບກັນອີກ ໃນລາຍການສຽງເພງຈາກແດນໄກ
ຂອງ VOA ໃນຄໍ່າຄືນວັນອາທິດມື້ນີ້ ພິເສດແດ່ ກໍເພາະວ່າວັນນະສອນຈະໄດ້
ມາຈັດເພງໃຫ້ຕາມຕຳຂໍຂອງທ່ານຜູ້ຟັງ. ຊ່ວງນີ້ ກໍຍັງຖືວ່າ ເປັນຊ່ວງຂອງວິກິດ
ການໃນເມືອງສະໜາມໄຊ ແຂວງອັດຕະປື ພາກໃຕ້ຂອງລາວ ທີ່ຖືກກະທົບຢ່າງ
ໜັກສຸດ ໃນປະວັດສາດຂອງລາວ ຂອງເຂື່ອນແຕກ ທີ່ໄດ້ເຮັດໃຫ້ຜູ້ຄົນເສຍ
ຊີວິດຫຼາຍສິບຄົນ ແລະຍັງຫາຍສາຍສູນ ຈຳນວນນັບຮ້ອຍ ຊຶ່ງທາງເຮົາ ໄດ້ສົ່ງ
ຂວັນກຳລັງໃຈໄປກັບສຽງເພງຫົວໃຈເປື້ອນຕົມ ທີ່ແຕ່ງໂດຍ ສິນລະປິນ ຕີ໋ ອຸດາ
ໄລ ແລະເປັນການຮ້ອງຮ່ວມຂອງບັນດາສິນລະປິນລາວ ປະກອບເຂົ້າ ໃນການ
ສະແດງດົນຕີການກຸສົນ ຊື່ວ່າ ຮວມພະລັງນ້ຳໃຈ ສົ່ງໄປອັດຕະປື ເພື່ອຫາລາຍ
ໄດ້ຊ່ອຍພີ່ນ້ອງລາວ ພວກປະສົບໄພ ເປັນເພງເສົ້າ ແຕ່ປະທັບໃຈສຸດຊຶ້ງ.
ເພງທີ່ຈະຈັດໃຫ້ຕໍ່ໄປນີ້ ເປັນຂໍ້ຄວາມທີ່ີທ່ານໄອຍະສິດ ສັນຕິໄຊ ຜູ້ຟັງຈາກນະຄອນ
ຊີແອເຕີລ ລັດວໍຊິງຕັນ ຂຽນບອກມາວ່າ ຟັງວິທະຍຸວີໂອເອທຸກມື້ ກ່ອນນອນ ຂໍຟັງ
ເພງນ້ຳສອງສີ ແດ່ ເອົາໄປຟັງເພງຂອງ ບຸນເຫຼືອ ວາລິເດດ ພ້ອມໆກັນເລີຍ ແລະວ່າ
ທ່ານໄອຍະສິດ ຄົງຈະຍັງສືບຕໍ່ຕິດຕາມວີໂອເອ ຢູ່ຕໍ່ໄປ ຕາບນານເທົ່ານານ.
ສ່ວນເພງເຊໂປນລຳລຶກ ຕໍ່ໄປນີ້ ຈັດໃຫ້ທ່ານ ຄຳໃບ ຄຳພູມີ ທີ່ຂຽນເຂົ້າມາຜ່ານທາງ
ເຟສບຸກ ວັນນະສອນ ຂໍຈັດໃຫ້ເລີຍ ເປັນເພງຂອງນັກຮ້ອງສຽງຫວານນ້ອງ ສິລິພອນ
ສີປະເສີດ ຈາກຄ້າຍຢູນາ ສປປ ລາວ ຫວັງວ່າ ທ່ານຄຳໄບ ຄົງຈະຂຽນເຂົ້າມາຫາ
ທາງເຮົາອີກ ຫຼັງຈາກທີ່ໄດ້ຮັບຟັງເພງນີ້ແລ້ວ.
ຕໍ່ໄປຂໍຈັດເພງຄິດຮອດເມືອງລາວ ຂອງນັກຮ້ອງໂຊກໄຊ ໂຊກອຳນວຍ ໃຫ້ນ້ອງ
ແສງຈັນ ພັນທະນົງ ກ່ອນປິດທ້າຍລາຍການ... ຊຶ່ງນ້ອງ ແສງຈັນ ໄດ້ຂຽນເຂົ້າມາຫາ
ທາງເຮົາ ໄດ້ຫຼາຍສັບປະດາແລ້ວ ແຕ່ເຮົາຫາກໍມາຈັດໃຫ້ເນື່ອງຈາກວ່າ ທາງເຮົາ
ສາມາດຈັດເພງລາວໄດ້ພຽງແຕ່ນຶ່ງສັບປະດາຕໍ່ເດືອນ ຫວັງວ່າ ເພງນີ້ ຄົງຈະເຮັດໃຫ້
ນ້ອງ ແສງຈັນ ຫາຍຄວາມຄິດເຖິງບ້ານ ເພາະວ່າ ໄດ້ໄປເຮັດວຽກ ຢູ່ທີ່ອື່ນ. ພ້ອມນີ້
ກໍຂໍສົ່ງແຮງໃຈ ໄປຍັງພໍ່ແມ່ພີ່ນ້ອງຊາວອັດຕະປື ດ້ວຍ...ຂໍໃຫ້ສູ້ໆເດີ ລອດເອົາຊີວິດ
ມາໄດ້ ກໍຖືວ່າຜ່ານພົ້ນສິ່ງຮ້າຍໆຂອງຊີວິດມາແລ້ວ ແລະຕໍ່ໄປຂໍໃຫ້ເຂັ້ມແຂງແລະ
ຮັບມືກັບຊີວິດທີ່ດີຂຶ້ນໃນອະນາຄົດດ້ວຍເຖີດຈາກທີມງານວີໂອເອ. ພົບກັນໃໝ່
ໃນສັບປະດາໜ້າ ແລະຂໍໃຫ້ທຸກໆທ່ານນອນຫລັບຝັນຫວານ.