ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​​ລົ​ມໜາວ - ​ຄູນ ສັກດາ


ຄູນ ສັກດາ (ຊ້າຍ), ເຕ ສັກດາ ແລະເອບ ວໍຣະບຸດ
ຄູນ ສັກດາ (ຊ້າຍ), ເຕ ສັກດາ ແລະເອບ ວໍຣະບຸດ
ລິງໂດຍກົງ

ສະບາຍດີ​ແລະ​ກໍ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ໂອ້​ລົມ​ແລະ​ຈັດ​ເພງ​ມ່ວນ​ໃຫ້​ທ່ານ​ຜູ້​ຟັງ​ເຊັ່ນ​ເຄີຍ​ໃນ​ແລງ​ວັນ​ອາທິດ​ແບບ​ສະ​ບາຍໆ​ເປັນ​ກັນ​ເອງ. ຂໍ​ເລີ່​ມດ້ວຍ​ດ້ວຍ​ເພງ​ລົ​ມໜາວ” ບົດ​ປະພັນ​ຂອງ​ເຈົ້າ​ຄຳ​ຜາຍກຸນ​ລະ​ວຸດ ສິນລະປິນ​ຄົນ​ເກັ່ງ ອະດີດຫົວໜ້າ​ວົງ ​ແມ່​ຂອງ​ຂຽວ ຊຶ່ງປະຈຸ​ບັນນີ້​
ອາ​ໄສ​ຢູ່​ປະ​ເທດ​Belgium ແລະ​ໄດ້​ນັກ​ຮ້ອງ​ຄຸນ​ນະພາ​ບຈາກ​ຝຣັ່ງມາ​ຂັບ​ຮ້ອງ ຊຶ່ງ​ຜົນງານ
​ຂອງ​ຜູ້ກ່ຽວ​ໄດ້​ອອກ​ມາ​ສູ່​ສາຍຕາ​ພີ່ນ້ອງ​ຊາວ​ລາວ​ໃນ​ທົ່ວ​ໂລກ…ຂໍ​ເຊີນ​ໄປ​ຟັງ​ເພງ “​ລົ​ມ
ໜາວ
​ໂດຍ ​ຄູນ ສັກດາ ທີ່​ຄູນ ​ຂັບ​ຮ້ອງ​ໄວ້ ​ແລະ​ຄັ້ງ​ໜ້າ​ຈະ​ຈັດ​ເພງ​ຂອງ​ຄູນ​ໃຫ້​ຟັງ​ອີກ. ຫວັງ​ວ່າ ຫຼາຍໆ​ທ່ານ​ຄົງ​ຈະ​ພໍ​ໃຈ​ໃນ​ນໍ້າ​ສຽງ​ຂອງຄູນ ​ແລະ​ເພງ​ນີ້​ຊ່າງ​ເໝາະສົມ ​ເຂົ້າ​ກັບ​ບັນຍາກາດ​ໃນ​ລະດູ​ໃບ​ໄມ້​ລົ່ນ ​ເຫຼືອ​ເກີນ.

ມີ​ຜູ້​ຟັງ​ຫຼາຍໆ​ທ່ານ​ທີ່​ໄດ້​ຂຽນຂໍ້ຄວາມເຂົ້າ​ມາ​ທາງ Facebook ແລະທາງ website ຂອງ
ວີ​ໂອ​ແອ ວ່າ​ມັກ​ຮັກ​ເພງ​ລາວ​ລຸ້ນ​ເກົ່າໆ ກ່ອນ 1975 ​ເພາະ​ເນື້ອ​ໄນ​ຂອງ​ເພງ​ຊ່າງ​ມີ​ຄວາມ​ໝາຍ​ແລະ​ຊາບ​ຊຶ້ງ ຕິດ​ຫູ ຟັງ​ຍາມ​ໃດ ກໍ​ປະ​ທັບ​ໃຈ​ຍາມ​ນັ້ນ ຊຶ່ງ​ກໍ​ແຕກ​ຕ່າງ​ກັບ​ເພງ​ສະ​ໄໝ​ໃໝ່​ນີ້​ ​ແຕ່​ວັນນະ​ສອນ​ວ່າ ມັນ ກໍ​ມ່ວນ​ກັນ​ຄົນ​ລະແບບ...ປ່ຽນ​ແປງ​ໄປ​ຕາມ​ຍຸກ​ສະ​ໄໝ.
ສ່ວນ​ເພງ​ຕໍ່​ໄປ​ນີ້​ ວັນນະ​ສອນ ຂໍ​ຈັດ​ໃຫ້​ທຸກໆທ່ານ​ທີ່​ມັກ​ຮັກ​ເພງ​ລາວ ​ເພງ​ດັງ​ໃນ​ອະດີດ ​
ແລະ​ທີ່​ສຳຄັນ ​ໄດ້​ນັກ​ຮ້ອງ​ສຽງ​ອຳ​ມະຕະ​ຢ່າງ​ອຸດອນ ວົງ​ສີ ສິນລະປິນ​ລາວ​ຈາກ ອົສ​ເຕ​ເລຍ ມາ​ຂັບ​ຮ້ອງ ກໍ​ຍິ່ງ​ເຮັດ​ໃຫ້​ເພງ​ຫວານ​ໃນ​ອະດີດ ກັບ​ມາ​ມີ​ຊີວິດ​ຊີວາ​ຂຶ້ນ​ມາ​ໃໝ່ ​ແລະ​ເຮັດ​ຫຼາຍໆ​ທ່ານ ຍິ່ງ​ຮັກ​ເພງ​ລາວ ​ຂຶ້ນ​ໄປ​ເລື້ອຍໆ…ວ່າ​ບໍ່? ວັນນະ​ສອນ ວ່າ ຫຼັງ​ຈາກ​ທີ່​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ເພງ“ອີ​ກພຽງ​ຄັ້ງ​ດຽວ​”​ ນີ້​ແລ້ວ… ຄົງ​ຈະ​ຮັກ​ອຸດອນ ວົງ​ສີ ສິນລະປິນ​ທ່ານ​ນີ້ ຂຶ້ນ​ໄປ​ອີກ ​ເພາະວ່າ ​ອຸດອນ ​ໄດ້​ຮ້ອງ​ເພງ​ອະມະຕະ​ຂອງ​ລາວນີ້ ​ໄດ້​ຊັດ​ເຈນ ບໍ່​ຜິດ​ພ້ຽນ ​ແບບ​ມີ​ຄຸນ​ນະພາ​ບ​ແລະ​ມ່ວນ​ໜ້າ​ຟັງ.

ເພງ ລາ​ກ່ອນ​ຈາກ ນີ້ ຊຶ່ງເພງນີ້ ມາລາວັນ ດວງພູມີ ເປັນຄົນຂັບຮ້ອງ ກໍ​ເປັນ​ອີກ​ເພງນຶ່ງ
​ທີ່​ເກືອບ​ວ່າ​ຄົນ​ລາວ​ທຸກ​ຄົນ​ຈະ​ຮ້ອງ​ໄດ້ ຊຶ່ງ​ສ່ວນ​ໃຫຍ່​ກໍ​ຈະ​ມັກ​ຮ້ອງ​ກັນ ຕອນ​ອຳ​ລາ​ພາ​ຈາກ ​ເພາະສະ​ນັ້ນ​ວັນນສອນ​ຂໍ​ຝາກ​ເພງ​ນີ້​ແທນຄວາມ​ຄິດ​ຮອດ​ຄິດ​ເຖິງ​ທ່ານ​ຜູ້​ຟັງ​ທຸກໆທ່ານ
ແລະ​ຄັ້ງ​ຕໍ່​ໄປວັນນະຈະສັນຫາເພງເກົ່າໆ ​ມາຈັດໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ. ຂໍ​ໃຫ້​ທຸກໆ
ທ່ານ​ນອນ​ລັບ​ຝັນ​ດີ

XS
SM
MD
LG