ສະບາຍດີທຸກໆທ່ານ ວັນນະສອນຫວັງຢ່າງຍິ່ງວ່າທຸກໆທ່ານສະບາຍດີ ພ້ອມດ້ວຍພາລະໜ້າທີ່ ອາກາດໃນນະຄອນຫຼວງວໍຊີງຕັນ ກໍກຳລັງເຢັນສະບາຍ ມີຝົນຕົກແດ່ເລັກນ້ອຍ ກໍຍ່າງເຂົ້າລະດູໃບໄມ້ລົ່ນແລ້ວນີ້ນ່າ... ອີກຈັກໜ່ອຍໃບໄມ້ ກໍຈະປ່ຽນສີ ຕາມລະດູການ ສວຍງາມເປັນທີ່ສຸດ ວັນນະສອນ ຈະຖ່າຍຮູບມາຝາກໃຫ້ທ່ານຜູ້ຟັງໄດ້ເບິ່ງໃນ website ຂອງເຮົາທີ່ lao.voanews.com ເອົາມາມ່ວນຊື່ນກັບວັນນະສອນໃນລາຍການສຽງເພງຈາກແດນໄກຂອງ VOA ກັນດີກວ່າ ວ່າຄ່ຳຄືນນີ້ ຈະເປັນເພງຂອງໃຜ ແລະຂໍມາຈາກໃສນັ້ນຂໍເຊີນເຂົ້າໄປຟັງພ້ອມໆກັນເລີຍ...ໃຫ້ຟັງໄປ ແລະຄິດເອົາເອງວ່າເພງນີ້ແມ່ນເພງຫຍັງ...
ທີ່ທ່ານຟັງຈົບລົງໄປນັ້ນແມ່ນເພງ ນ້ຳເຊລົ້ນຝັ່ງ ທີ່ປະພັນແລະຂັບຮ້ອງໂດຍ ສ. ອາຄົມ
ທີ່ຜູ້ຟັງທ່ານ ຄຳແສນ ຈາກໂປແລນ ທີ່ຂຽນຜ່ານທາງ Facebook ຂໍຟັງເພງນີ້ ເພື່ອມອບໃຫ້ຜູ້ຄົນທີ່ເຄີຍອາໄສຢູ່ແຄມຝັ່ງເຊໂດນທັງຫຼາຍທີ່ໄດ້ພັດພາກຈາກບ້ານເກີດເມືອງນອນຂອງຕົນມາຢູ່ປະເທດອື່ນ ແຕ່ຄວາມເປັນລາວນັ້ນ ຍັງມີຢ່າງເຕັມປຽບ...ແບບນ້ຳເຊລົ້ນຝັ່ງເລີຍ.
ສ່ວນເພງ ຄອຍເຈົ້າກັບຮັງ ທີ່ປະພັນໂດຍ ດຣ. ບຸບຜາ ອ່ອນມະນີ ແລະ ຂັບຮ້ອງ ສຸດໃຈ
ພູເຮືອງຫົງ ນີ້ ໄດ້ຄວາມກະລຸນາຈາກຍາເອື້ອຍດາຣາ ບັກຄຳ ອະດີດຫົວໜ້າຜະແນກ
ພາສາລາວ ສົ່ງມາໃຫ້ ກໍຕ້ອງຂໍຂອບໃຈໃນຄວາມມີນ້ຳໃຈແລະຍັງຄ່ອຍຕິດຕາມໃຫ້ຄວາມຄິດເຫັນທີ່ດີໆ ສົ່ງມາໃຫ້ສະເໝີມາ. ຂໍເຊີນໄປຟັງເພງ “ຄອຍເຈົ້າກັບຮັງ” ພ້ອມໆກັນເລີຍ.
ສ່ວນເພງສຸດທ້າຍນີ້ ຂໍຈັດມອບໃຫ້ທ່ານແສງສະຫວັດ ຣາຊາສັກ ທີ່ມັກຮັກໃນແພງ
ຫວານ ເພງອະມະຕະຂອງລາວໃນອະດີດ ທີ່ໝັ່ນຂຽນເຂົ້າມາຂໍຟັງເພງພວກນີ້ແລະວ່າ
ຈະເປັນຂອງສິນລະປິນທ່ານໃດກໍໄດ້...ຂໍມອບເພງດັງໃນອະດີໃຫ້ທ່ານແສງສະຫວັດ
ໄດ້ຟັງຊື່ນໃຈໄປເລີຍ…ຂໍມອບເພງ ບາງທີ ຂອງອາຈານ ວໍຣະເດດ ດິທະວົງ ເພື່ອສົ່ງທ່ານຜູ້ຟັງເຂົ້ານອນ ແລະຂໍໃຫ້ທຸກໆ ທ່ານນອນຫຼັບຝັນດີ ພົບກັນໃໝ່ໃນສັບປະດາໜ້າ.