ເພງທີ່ທ່ານຫາກໍຟັງຈົບລົງໄປນັ້ນ ແມ່ນເພງ Begin Again ຂອງສາວນ້ອຍຄົນເກັ່ງ
ໃນວົງການເພງສະຫະລັດ ທີ່ມີຫຼາຍລາງວັນເປັນເຄື່ອງກາລັນຕີ. Taylor Swift
ເປັນນັກແຕ່ງເພງຕັ້ງແຕ່ອາຍຸ 12 ປີ ພຸ້ນ ແລະດຽວນີ້ ກໍເຕີບໂຕເປັນສາວເຕັມຕົວ
ແລະເພງນີ້ ກໍເປັນອີກເພງນຶ່ງຂອງ Taylor Swift ທີ່ຕິດອັນດັບ.
ຂໍແນະນຳຜົນງານເພງຂອງ Bebe Rexha Feat Florida-Georgia Line -
ໃນບົດເພງ Meant To Be ຊຶ່ງເພງນີ້ ກໍເປັນເພງປະເພດປະສົມປະສານຂອງກຸ່ມດົນຕີ
Florida-Georgia Line ຣ໊ອກລູກທົ່ງ ທີ່ຮ້ອງເພງນີ້ ຄູ່ກັບ Bebe Rexha ຊຶ່ງເຮັດໃຫ້
ເພງນີ້ມ່ວນສະເດາະຫູ ອີກແບບ ຄວາມຈິງແລ້ວເພງນີ້ມີຄວາມໝາຍປະມານວ່າ
“ຟ້າສັ່ງມາ” ກໍຄືວ່າ ຟ້າສັ່ງມາໃຫ້ເປັນແບບນັ້ນ ຄືວ່າ ອັນມັນຈະເກີດ ຈະເປັນ ມັນກໍຕ້ອງ
ເກີດ ກໍຕ້ອງເປັນ ຕາມນັ້ນ.
ສ່ວນເພງ New Rules ປິດທ້າຍລາຍການນີ້ ເປັນເພງຂອງສິນລະປິນສາວຈາກອັງກິດ
Dua Lipa ທີ່ເປັນທັງນາງແບບ ນັກຮ້ອງ ນັກແຕ່ງເພງ ຄວາມສາມາດເກີນຮ້ອຍ...
ຂໍເຊີນໄປຮັບຟັງເພງນີ້ພ້ອມກັນເລີຍ ຊຶ່ງເພງນີ້ແປເປັນພາສາລາວວ່າ ກົດແກນໃໝ່. ສັບປະດາໜ້າ ວັນນະສອນຈະຫາເພງເກົ່າໆມ່ວນໆ ມາຝາກທ່ານຜູ້ຟັງອີກ. ຂໍໃຫ້ທຸກໆທ່ານນອນລັບຝັນຫວານ.