ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄມ ​ເຊຍ ມົວ - ລຳຕັ່ງ​ຫວາຍ (ຄາຣາໂອເກະ)


ໄມ ​ເຊຍ ມົວ
ໄມ ​ເຊຍ ມົວ
please wait

No media source currently available

0:00 0:13:41 0:00
ລິງໂດຍກົງ

ສະບາຍດີ​ແລະ​ຍິນ​ດີ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກແດນ
​ໄກ​ຂອງ VOA ມື້​ນີ້​ມາ​ແປກ​ໃໝ່ ຂໍ​ຈັດ​ເພງ​ລາວ-ມົ້ງ ທີ່​ເປັນຈັງຫວະ
​ຕັ່ງຫວາຍ ລຳ​ລາວ​ຂະໜານ​ແທ້ ​ແຕ່​ໃສ່​ເນື້ອ​ຮ້ອງ​ທຳນອງ​ພາສາ​ມົ້ງ
ທີ່​ຂັບ​ຮ້ອງ​ໂດຍ​ນັກ​ຮ້ອງ​ສຽງ​ດີ ມີ​ພະ​ລັງ ​ໄມ ​ເຊຍ ມົວ ຂໍ​ຈັດ​ມອບ
​ພິ​ເສດ​ແກ່ປະຊາ​ຄົມ​ລາວ​ມົ້ງ-ອາ​ເມຣິກັນ ໃນ​ລັດ Minnesota
ທີ່​ວັນນະ​ສອນ ​ໄດ້​ມີ​ໂອກາດ​ໄປ​ພົບ​ປະສັງ​ສັນ ​ແລະຮຽນ​ຮູ້ຊຶ່ງກັນ​
ແລະ​ກັນ ​ໃນ​ອາທິດ​ທີ່​ແລ້ວ​ນີ້. ວັນນະ​ສອນ​ຕ້ອງ​ຂໍ​ໂທດດ້ວຍ ທີ່​ອ່ານ
​ພາສາ​ມົ້ງບໍ່​ອອກແລະ​ບໍ່​ເຂົ້າ​ໃຈ ​ເພາະສະ​ນັ້ນ ຖ້າ​ຜູ້​ໃດ​ຮູ້​ຄວາມ​ໝາ​ຍຂອງເພງ​ນີ້ ກະລຸນ​ນາ
​ຂຽນ​ເຂົ້າມາອະທິບາຍໃຫ້ຟັງແດ່ ທີ່ laoservice@voanews.com ຂໍ​ໃຫ້​ມ່ວນ​ຊື່ນ
ກັນທົ່ວຖ້ວນໜ້າທຸກໆທ່ານເລີຍ.

ວັນນະ​ ສອນ​ທັງ​ດີ​ໃຈ​ແລະ​ຕ້ອງ​ຂໍ​ຂອບ​ໃຈທຸກໆ​ຈມ, ທຸກໆ email ທີ່​ຂຽນ​ເຂົ້າ​ມາຫາ
ທາງ​ລາຍການ VOA ຢ່າງ​ມາກ​ມາຍ​ກາຍ​ກອງ ​ ​ແລະ​ໃນ​ປະຈຸ​ບັນ​ນີ້ ພໍທາງສັງ​ຄົມ
ສື່ສານໃນ​ທົ່ວ​ໂລກນີ້ ບໍ່​ວ່າ​ຈະເປັນ facebook, twitter Instagram ​ແລະ app ອື່ນໆ
ຕ່າງໆ​ນາໆ​ ຊຶ່ງກໍໄດ້​ເປີດ​ອອກ​ໃນ​ວົງ​ກວ້າງ ​ແລະ​ເຮັດ​ໃຫ້ການ​ສື່ສານຫາ​ກັນ​ໄດ້ຢ່າງ​
ງ່າຍດາຍ ລວດ​ເລວ ທັນໃຈ ​ເຖິງ​ວ່າ ພວກເຮົາຕ່າງກໍໄດ້​ກະຈາຍ​ກັນ​ຢູ່​ໃນ​ທົ່ວໂລກ
ກໍຕາມຊຶ່ງຂໍ້ຄວາມ​ທີ່​ຂຽນ​ມາ​ທາງ facebook ຈາກ ຣັດຕະນາ ຫຼານ​ສາວ​ຄົນງາມ
ຂອງຍາ​ລຸງ ບົວ​ຫອມ ດຳລົງ​ ຜູ້​ຟັງ​ທີ່​ຄອຍ​ຕິດຕາມ​ມາ​ນານ​ກ່ວາ 50 ປີ ​ແລ້ວຂໍ​ຟັງ​ເພງ “ຢ່າ​ຫ້າມ​ຫົວ​ໃຈ” ຊຶ່ງ ​ເອື້ອຍ​ວັນນະ​ສອນ ກໍ​ຂໍ​ສັນລະເສີນ​ຍາ​ລຸງ​ທີ່​ຄອຍ​ເປັນ​ກຳລັງ​ໃຈ
​ແລະ​ຕິດຕາມ VOA ມາ​ຕະ​ຫຼອດ​ກ່ອນ​ວັນນະ​ສອນ​ເກີດ​ດ້ວຍ​ຊ້ຳ​ ຄົງ​ເປັນ​ສະ​ໄໝ​ທີ່​ລິ
​ເລີ້ມ​ໃໝ່ໆ ​ໃນ​ປີ 1962 ພຸ້ນ​ລະ. ​ເພງ “ຢ່າ​ຫ້າມ​ຫົວ​ໃຈ” ​ ເປັນ​ເພງ​ດັງ​ໃນ​ອະດີດ ທີ່​ມີ​
ຫຼາຍ​ໆຄົນນຳ​ມາ​ຂັບ​ຮ້ອງ ​ແຕ່​ສະ​ບັບນີ້ ​ເປັນ​ຂອງ​ນັກ​ຮ້ອງ​ສາວ​ສຽງ​ໃສ​ ຂະນິດ​ຖາ ສຸພາ​ມິດ.

ສ່ວນ ​ຜູ້​ຟັງ ​ເຈົ້າ​ອິນ​ທະ​ສອນ ກຸນ​ລະ​ວຸດ ຜູ້​ຟັງຊາວ​ຫຼວງ​ພະ​ບາງ​ ຂຽນ facebook
ມາ​ທວງ​ເອື້ອຍ​ວັນນະ​ສອນ​ວ່າ ບໍ່​ໄດ້​ຟັງ​ເພງ​ທີ່​ຂໍມາ​ເລີຍ ​ເອື້ອຍ​ກະ​ຕ້ອງ​ຂໍອະ​ໄພ​ນຳ​ຫຼາຍ​ໆ ເພາະ​ຍັງ​ບໍ່​ທັນ​ໄດ້​ຈັດ​ໃຫ້ ກໍ​ຕ້ອງທະຍອຍ​ຕອບ ຕາມ​ທີ່​ຂຽນ​ເຂົ້າ​ມາ ​ເອົາ​ຄັ້ງ​ນີ້​ໄດ້​ຟັງ​ແນ່ນອນ ຈັດໃຫ້ຕາມ​ຄຳ​ຂໍ ​ເປັນ​ເພງ​ຂອງ ​ຕ້ອມ ​ເຣນ​ໂບ "ຈ.ມ. ສະບັບ​ສຸດ​ທ້າຍ" ​ ເພາະ​ເອື້ອຍວັນນະສອນ ​ບໍ່​ຢາກ​ເປັນ ຈົດໝາຍ​ສະບັບ​ສຸດ​ທ້າຍ​ ​ເພາະສະ​ນັ້ນ​ເອື້ອຍຈຶ່ງຂໍ​ຈັດ​ເພງ​ນີ້​ໃຫ້ແທນ “ພາບ​ແຫ່ງ​ຄວາມ​ຫຼັງ” ​ເປັນເພງຂອງ​ສິນລະປິນທີ່​ນ້ອງ​ໂປດ​ແນ່ນອນ​ຂໍ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ຫວານ.​
XS
SM
MD
LG