ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເພງ ​ອັດ​ຕະປືທີ່​ຮັກ ຮ້ອງປະສານສຽງໂດຍ ອຣຸນແລະ​ສຸຣິຍາ ສຣີສວັສດິ໌


​ເພງ​ອັດ​ຕະປືທີ່​ຮັກ​ ທີ່ບັນຈົງຂີດຂຽນໂດຍທ່ານອະຣຸນ ສຣິສວັສດິ໌ ​ແລະຮຽບຮຽງ​ດົນຕີ​ໂດຍ ທ່ານ​ສຸຣິຍາ ສຣີສວັສດິ໌ ຊຶ່ງທັງ​ສອງ​ສິນລະປິນ​ນ້ອງອ້າຍ ​ແມ່ນ​ຖື​ວ່າ​ ເປັນ​ເສົາ​ຄໍ້າ​ຂອງ​ວົງ​ດົນຕີ ນ້ຳ​ເຜິ້ງ ທີ່​ເຄີຍ​ໂດ່​ງດັງໃນ​ອະດີດ ​ເມື່ອ 3 ທົດ​ສະຫວັດ
​ຜ່ານ​ນາ ​ໃນ​ເຂດ Bay Area ທາງ​ພາກ​ເໜືອ​ຂອງ​ລັດຄາ​ລີ
​ຟໍເນຍ ທີ່​ຫຼາຍໆ​ທ່ານ​ຄຸ້ນ​ເຄີຍດີ.
​ເພງ​ອັດ​ຕະປືທີ່​ຮັກ​ ທີ່ບັນຈົງຂີດຂຽນໂດຍທ່ານອະຣຸນ ສຣິສວັສດິ໌ ​ແລະຮຽບຮຽງ​ດົນຕີ​ໂດຍ ທ່ານ​ສຸຣິຍາ ສຣີສວັສດິ໌ ຊຶ່ງທັງ​ສອງ​ສິນລະປິນ​ນ້ອງອ້າຍ ​ແມ່ນ​ຖື​ວ່າ​ ເປັນ​ເສົາ​ຄໍ້າ​ຂອງ​ວົງ​ດົນຕີ ນ້ຳ​ເຜິ້ງ ທີ່​ເຄີຍ​ໂດ່​ງດັງໃນ​ອະດີດ ​ເມື່ອ 3 ທົດ​ສະຫວັດ ​ຜ່ານ​ນາ ​ໃນ​ເຂດ Bay Area ທາງ​ພາກ​ເໜືອ​ຂອງ​ລັດຄາ​ລີ ​ຟໍເນຍ ທີ່​ຫຼາຍໆ​ທ່ານ​ຄຸ້ນ​ເຄີຍດີ.

ສຳລັບ​ຄ່ຳ​ຄືນ​ວັນ​ອາທິດ​ມື້​ນີ້ ທ່ານຈະ​ໄດ້ຮັບ​ຟັງ​ເພງ​ລາວ ສ່ວນວ່າ​ຈະ​ມີ​ເພງ​ມ່ວນໆ​ໃດ
​ແດ່​ນັ້ນ ກະລຸນາ ​ເຂົ້າ​ມາ​ຟັງ​ພ້ອມໆ​ກັນ​ເລີຍ​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ​
ວີ​ໂອ​ເອ.



ສະບາ​ຍດີ​ທຸກໆທ່ານ ຄ່ຳ​ຄືນ​ນີ້ ວັນນະ​ສອນ ຈະ​ມາ​ຈັດ​ເພງ​ລາວ​ ໃຫ້​ທ່ານ​ຜູ້​ຟັງໄດ້ມ່ວນຊື່ນ
​ນຳກັນ ​ໃນຈຳນວນດັ່ງກ່າວກໍມີເພງ ທີ່​ວັນນະ​ສອນ ຫາ​ກໍ​ໄດ້​ຮັບມາ​ ຢ່າງສົດໆ​ຮ້ອນໆ​ເລີຍ ​
ຊຶ່ງ​ເພງ​ນີ້ ແມ່ນພິ​ເສດ​ສຸດ ກໍເພາະວ່າ​ເປັນ​ເພງ​ທີ່​ຈັດ​ທຳ​ຂຶ້ນມາສະເພາະ​…​ເປັນ​ຜົນງານ​
ບົດ​ປະພັນ​ຂອງທ່ານອຣຸນ ສຣີສວັສດິ໌ ​ແລະຮຽບຮຽງ​ດົນຕີ​ໂດຍ ທ່ານ​ສຸຣິຍາ ສຣີສວັສດິ໌
ຊຶ່ງທັງ​ສອງອ້າຍນ້ອງໄດ້ຮ້ອງປະສານສຽງໃສ່ອາລົມສຸດຂີດ ຈຶ່ງເຮັດໃຫ້ເພງນີ້ຟັງແລ້ວ
ປະທັບໃຈແລະໜ້າເສົ້າຄ້ອຍຕາມເນື້ອເພງໄປ ​ສິນລະປິນ​ນ້ອງອ້າຍ ​ແມ່ນ​ຖື​ວ່າ​
ເປັນ​ເສົາຄໍ້າ​ຂອງ​ວົງ​ດົນຕີ ນ້ຳ​ເຜິ້ງ ວົງ​ດົນຕີ​ໝຸ່ມ ສະມາຊິກ​ຂອງຄອບຄົວສຣີສວັສດິ໌
ທີ່​ເຄີຍ​ໂດ່​ງດັງໃນ​ອະດີດ ​ເມື່ອ 3 ທົດ​ສະຫວັດ​ຜ່ານ​ນາ ​ໃນ​ເຂດ Bay Area ທາງ​ພາກ
​ເໜືອ​ຂອງ​ລັດຄາ​ລີ​ຟໍເນຍ ທີ່​ຫຼາຍໆ​ທ່ານ​ຄຸ້ນ​ເຄີຍ...ເພງ​ອັດ​ຕະປືທີ່​ຮັກ​ ນີ້ ​ໄດ້ບັນຈົງ
ແຕ່ງ​ຂຶ້ນ​ມາ​ເພື່ອ​ເປັນ​ກຳລັງ​ໃຈ ໃຫ້​ແດ່ພີ່ນ້ອງ​ຊາວ​ລາວ ​ທີ່​ປະສົບ​ໄພພິບັດ ​ເຫດ​ຮ້າຍ
ເຂື່ອນ​ແຕກທີ່​ແຂວງ​ອັຕະປຶ ພາກ​ໃຕ້​ຂອງ​ລາວ ຊຶ່ງ​ເຫດການ​ໂສກ​ນາດ​ຕະກຳ​ໄດ້​ຜ່ານ
​ເລີຍ​ມາເປັນເດືອນກວ່າ​ແລ້ວ ​ແຕ່ກໍເປັນເຄາະ​ຊ້ຳ​ກຳ​ຊັດ​ແທ້ໆ ຫຼັງ​ຈາກ​ທີ່​ເຂື່ອນ​ແຕກ​
ແລ້ວ ຊໍ້າຍັງ​ມີ​ຝົນຕົກ​ຢູ່ເລື້ອຍໆຈົນ​ເຮັດ​ໃຫ້ພວກ​ທີ່​ເຄາະ​ຮ້າຍ​ ໄດ້ກັບ​ມາ​ພະຈົນ​ກັບ
ໄພ​ຖືກ​ນ້ຳ​ຖ້ວມອີກ ໃນ​ສູນ​ພັກ​ພາ​ອາ​ໄສ​ຊົ່ວ​ຄາວນັ້ນ. ຈົນ​ເທົ່າ​ເຖິງປັດ​ຈຸ​ບັນ​ນີ້ ​ໄດ້​ມີ
​ຫຼາຍໆ​ອົງການ ຫຼາຍໆໜ່ວຍ​ງານ ​ທັງ​ຈາກ​ຊາວ​ລາວພາຍ​ໃນ​ແລະ​ນອກ ຮວມທັງ​ຊາວ​
ຕ່າງ​ຊາດ ບັນດາປະ​ເທດ​ເພື່ອນ​ບ້ານ​ນຳ ໄດ້​ພາກັນ​ຫຼັ່ງ​ໄຫຼນຳ​ເອົາປັດ​ໄຈຕ່າງໆ​ເຂົ້າ​ໄປ
​ຊ່ອຍ​ເຫຼືອ ​ເພື່ອ​ບັນ​ເທົາ​ທຸກເປັນ​ການ​ຊົ່ວຄາວ ຫວັງ​ວ່າ ນ້ຳ​ໃຈ​ຈາກ​ຊາວລາວ​ແລະ
​ຊາວ​ຕ່າງ​ຊາດ ຈາກ​ທົ່ວທຸກມູມໂລກ ຈະພໍ​ໄດ້​ບັນ​ເທົາ​ແບ່ງປັນ​ຄວາມ​ຂົ່ມ​ຂື່ນເຈັບ​
ປວດ ໃນ​ຊ່ວງ​ທີ່​ປະສົບ​ກັບ​ຄວາມທຸກໄຮ້​ເຂັນໃຈ​ ບ້ານ​ແຕກ​ສະ​ແຫຼກ​ຂາດ ຍາດ​ມິດ
​ເພື່ອນ​ຝູງ ພໍ່​ແມ່​ພີ່ນ້ອງ​ໄດ້​ສູນຫາຍຈົນກວ່າວ່າ​ຈະ ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ເປັນ​ການ​
ຖາວອນຈາກ​ບັນດາ​ບໍ​ລິສັດ​ທີ່ກ່ຽວຂ້ອງ​ແລະຮັບ​ຜິດ​ຊອບ​ເຫຼົ່າ​ນັ້ນ...ວັນນະ​ສອນ
ຈຶ່ງຂໍສົ່ງ​ຄວາມຮູ້ສຶກທີ່​ດີໆ ມາ​ກັບສຽງ​ເພງອັດ​ຕະປືທີ່​ຮັກ ​ ນີ້ເພາະ​ຢ່າງ​ນ້ອຍ ​ສຽງ​ເພງ​
ນີ້ກໍ​ຈະ​ເປັນ​ກຳລັງ​ໃຈ ​ໃຫ້​ພີ່ນ້ອງ​ເຮົາ​ຕໍ່ສູ້​ຕໍ່​ໄປແລະ​ໃຫ້​ພີ່ນ້ອງລາວ​ຮູ້​ວ່າ
ຄົນ​ລາວ ຍັງບໍ່​ຖິ້ມ​ກັນ......

ເພງ​ມ່ວນໆ ຕໍ່​ໄປ​ນີ້ ຈະ​ເປັນ​ເພງ ຊຶ່ງ​ຈະ​ນຳ​ເອົາ​ຮອຍ​ຍິ້ມ​ ຄວາມ​ເບີກບານ ມ່ວນ​ຊື່ນ​ມາ
ສູ່​ທ່ານ​ຜູ້​ຟັງ ​ເປັນ​ເພງທີ່​ປະພັນ​ໂດຍ​ເຈົ້າ​ຄຳ​ຜາຍ​ ກຸນຣະ​ວຸດ ​ໃນ​ບົດ​ເພງ ກຸຫຼາບ​ປາກ​ເຊ
ຊຶ່ງ​ກໍ​ໄດ້​ມີ​ ​ສິນລະປິນຫຼາຍທ່ານ ນຳ​ມາ​ຂັບ​ຮ້ອງ ​ແລະ​ປ່ຽນ​ແປງ​ຊື່​ເປັນ ຫອມກຸຫຼາບ​
ປາກ​ເຊ
ແລະຕ່າງໆ​ນາໆ ​ແຕ່​ວັນນະ​ສອນ​ ​ໄດ້ສອບ​ຖາມຈາກ​ປາກ​ເຈົ້າ​ຄຳ​ຜາຍ ​
ເຈົ້າ​ຂອງ ​ຜູ້​ປະພັນ​ເພງ​ແລ້ວ ແລະບອກມາ​ວ່າ ກຸຫຼາບ​ປາກ​ເຊ ນັ້ນ​ລະ​ຖືກຕ້ອງ​ທີ່​ສຸດ​
ແລ້ວ...​ສະ​ນັ້ນເພງຕໍ່​ໄປ​ນີ້ ຈຶ່ງຂໍ​ໃຫ້ເປັນ​ສຽງຂອງ​ເຈົ້າ​ຂອງ​ບົດ​ປະພັນ ທີ່​ຂັບ​ຮ້ອງ​ໄວ້
ຕອນ​ຍັງ​ເປັນ​ວົງ​ດົນຕີ ແມ່​ຂອງ​ຂຽວ ຫຼື Mekong Vert ຢູ່ ທີ່​ປະ​ເທດ​ຝຣັ່ງ ​ເມື່ອ​ປີ
1989 ພຸ້ນ ເປັນຕາມັກ​ທຳນອງ​ດົນຕີ...ຟັງ​ແລ້ວ​ປະ​ທັບ​ໃຈ ​ແລະ​ພາ​ໃຫ້​ເພີ້​ຝັນ ຄິດ​ເຖິງ
​ເມືອງ​ປາກ​ເຊ. ​ແລະ​ວ່າ​ຊາວ​ປາກ​ເຊ ຊາວ​ອັດ​ຕະປື ທາງພາກໃຕ້​ຂອງ​ລາວ ຈົ່ງ​ຮັກສາ
​ແລະ​ຄົງ​ໄວ້ ​ຊຶ່ງ​ຄວາມສວຍສົດງົດ​ງາມຂອງ​ທຳ​ມະ​ຊາດ ຫ້ວຍຮ່ອງ ພູຜາ ນ້ຳຕົກ ​ໄວ້
​ໃຫ້​ຄົນ​ຮຸ້ນ​ຫຼັງ ​ໄດ້​ເຫັນໄດ້ຊົມ.

​ກ່ອນ​ຈາກ​ກັນໄປ​ໃນ​ວັນ​ນີ້ ວັນນະ​ສອນ ຂໍ​ສົ່ງຄວາມສຸກ​ມາ​ກັບ​ເພງ​ທີ່​ກ່ຽວຂ້ອງ​ກັບ​
ພາກ​ໃຕ້ຂອງ​ລາວ ​ໃຫ້​ທ່ານ​ຜູ້​ຟັງໄດ້​ຮັບ​ຟັງ​ກັນ ​ເປັນ​ຂັບ​ລຳ​ ຈາກ​ພາກ​ໃຕ້​ຂອງ​ລາວ
ດັ່ງ​ທີ່​ພວກ​ເຮົາຊາບ​ກັນ​ນັ້ນ​ລະ​ທີ່​ວ່າ ປະ​ເທດລາວອຸດົມສົມບູນ ​ໄປ​ດ້ວຍ​ສິນລະປະ
ວັດທະນະທຳ ຂັບລຳ​ລາວພື້ນ​ເມືອງ ​ຕັ້ງ​ແຕ່​ເໜືອ​ຈົນເຖິງ​ໃຕ້...​ແລະ​ລຳ​ສີ​ພັນ​ດອນ
​ນີ້ ກໍ​ແມ່ນ​ມູນມໍລະດົກ​ອັນ​ລ້ຳ​ຄ່າຂອງ​ລາວ​...ຊຶ່ງ​ຂັບ​ລຳ​ລາວ​ນີ້ ​ໄດ້​ອະທິບາຍ​ເຖິງ​ທີ​ວ
ທັດ​ທຳ​ມະ​ຊາດ ພູມລຳເນົາທາງ​ພາກ​ໃ​ຕ້ຂອງ​ລາວ ທີ່​ອຸດົມຮັ່ງມີ ພ້ອມ​ທັງ​ວິຖີ​ຊີວິດ​
ຂອງ​ຊາວບ້ານ​ທາງ​ແຖບ​ໃຕ້...ລອງ​ມາ​ຟັງ​ເນື້ອເພງ​ຂອງ​ທອງ​ວອນ ຂັນ​ນະຣາ ສິນ
ລະປິນ​ຈາກ​ອົສ​ເຕຣ​ເລຍ ກັນ​ກ່ອນ ທີ່​ຍັງ​ຄົງ​ຮັກສາ​ເອກກະ​ລັກ​ຂອງຄົນ​ທາງ​ໃຕ້
ທີ່​ໃຊ້​ສຳນຽງ​ຂະໜານ​ແທ້​ຂັບ​ລຳ ​ແບບວ່າ ສີ​ພັນ​ລອນ ໂດຍບໍ່​ປ່ຽນ​ເປັນ​ສີ​ພັນ​ດອນ
ທີ່​ພວກ​ເຮົາ​ເວົ້າ​ກັນ...​ເອົາ​ວັນນະ​ສອນ ​ວ່າ ຂັບ​ລຳ​ລາວ​ນີ້ ​ຈະ​ເຮັດ​ໃຫ້​ຫຼາຍໆ
ທ່ານ​ ​ຄິດ​ເຖິງ​ພາກ​ໃຕ້​ຂອງ​ລາວ ມາຕຸພູມບ້ານ​ເກີດ​ເປັນ​ແນ່​ແທ້. ຂໍໃຫ້ທ່ານຜູ້ຟັງ
ຈົ່ງນອນຫລັບຝັນດີ ແລະພົບກັນໃໝ່ ໃນສັບປະດາໜ້າ.

XS
SM
MD
LG