ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

"ເຈົ້າກໍລາວ ຂ້ອຍກໍລາວ" - ອະນຸໂລມ ອະນຸລັກ


ອະນຸລັກ ອະນຸໂລມ ກັບ Fan Club.
ອະນຸລັກ ອະນຸໂລມ ກັບ Fan Club.

ຍັງມີຫຼາຍໆ email ຫຼາຍສະບັບແລະຂໍ້ຄວາມທີ່ຂຽນຝາກໄວ້ໃນ VOA's website ຊຶ່ງວັນນະສອນເຈົ້າຂອງລາຍການສຽງເພງຈາກແດນໄກ ກໍຈະພະຍາຍາມທະຍອຍຕອບ ແລະຈັດເພງໃຫ້ຕາມລໍາດັບທີ່ຂຽນເຂົ້າມາ ຄໍ່າຄືນນີ້ກໍເຊັ່ນກັນເພງທີ່ທ່ານຈະໄດ້ຮັບຟັງ ຕໍ່ໄປນີ້ແມ່ນເພງ "ເຈົ້າກໍລາວຂ້ອຍກໍລາວ" ທີ່ວັນນະສອນຈັດສະໜອງໃຫ້ເພາະໄດ້ ຕິດຄ້າງໄວ້ດົນແລ້ວ.

ເພງ: "ເຈົ້າກໍລາວ ຂ້ອຍກໍລາວ" ໂດຍ ອະນຸໂລມ ອະນຸລັກ

ສະບາຍດີທ່ານຜູ້ຟັງທຸກໆທ່ານ ວັນນະສອນດີໃຈໃນ
ທຸກໆຄັ້ງທີ່ໄດ້ມາຈັດເພງໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ
ແລະເພງທີ່ຫາກໍຈົບລົງໄປນັ້ນມີຄວາມໝາຍດີຫຼາຍ
ຟັງຍາມໃດກໍປະທັບໃຈຍາມນັ້ນ ເປັນຜົນງານເພງຂອງ
ສິນລະປິນໜຸ່ມລາວ ອະເມຣິກັນ ຈາກເມືອງ Las
Vegas, ລັດ Nevada ອະນຸໂລມ ອະນຸລັກ ທັງຮ້ອງ
ທັງຫຼິ້ນກິຕ້າເອງ ທັງຍັງແຕ່ເພງນໍາອີກຕ່າງຫາກ.
ເພງນີ້ຈັດໃຫ້ນ້ອງ ເມກ ຣຸ່ງອາຣຸນ ທີ່ຂຽນ email ເຂົ້າມາຂໍຟັງເພງແລະບອກມາວ່າ
ລາຍການ VOA ນີ້ມີຄຸນປະໂຫຍດດີ ຟັງແລ້ວໄດ້ທັງສາຣະແລະຄວາມບັນເທີງ.
ເອົາ...ຫວັງວ່າເພງ"ເຈົ້າກໍລາວ ຂ້ອຍກໍລາວ" ຄົງຈະບໍ່ພາໃຫ້ເມກ ຜິດຫວັງແລະຄົງຈະ
ເຫັນ email ເຂົ້າມາຫາທາງເຮົາອີກ.

ວັນນະສອນຢາກຈະໃຫ້ ທຸກໆທ່ານຜູ້ຟັງໄດ້ມາເຫັນບັນຍາກາດໃນນະຄອນຫຼວງ
Washington, DC ໃນຂະນະນີ້ ເພາະວ່າ ດອກສະກຸຣະທີ່ເປັນສັນຍາລັກຂອງປະເທດ
ຍີ່ປຸນນັ້ນໄດ້ເບັ່ງບານ ສວຍງາມຕະການຕາທີ່ທາງຍີ່ປຸນໄດ້ມອບໃຫ້ ເປັນຂອງຂັວນໃຫ້
ສະຫະລັດເມື່ອ 50 ປີ ມາແລ້ວ ພ້ອມດຽວກັນນີ້ຂໍສົ່ງແຮງໃຈແລະພາວະນາໃຫ້ຊາວ
ຍີ່ປຸນຜູ້ທີ່ປະສົບເພາະຮ້າຍໃນເຫດໂສກນາດຕະກໍາຫວ່າງໝໍ່ໆມານີ້ ຈົ່ງຕັ້ງໃຈ ດູແລ
ແລະຮັກສາສຸຂພາບແລະກໍາລັງໃຈໃຫ້ເຂັ້ມແຂງ ໃຫ້ຄິດວ່າ ຟ້າຫຼັງຝົນກໍຈະສວຍງາມ
ແລະຕາມມາດ້ວຍສາຍຮຸ້ງສີສົດໃສແລະວັນນະສອນກໍຂໍພະວະນາໃຫ້ເປັນເຊັ່ນນັ້ນ.
ສ່ວນເພງ "16 ຈາວໄຕ໋ " ນີ້ເປັນເພງຂອງອ້າຍເພັດສະກຸນ ຈັດໃຫ້ ຖາວອນ ທີ່ຂຽນ
ເຂົ້າມາວ່າ ຢາກຟັງເພງຂອງສິນລະປິນລາວໃນຕ່າງແດນ. ເອົາ...ຟັງແລ້ວກໍຄົງພາໃຫ້|
ຖາວອນ|ຖືກໃຈແລະຂຽນແຂົ້າມາຫາທາງລາຍການອີກ. ຄັ້ງໃໝ່ຈະຫາເພງ ຂອງສິນ
ລະປິນລາວໃນຕ່າງແດນຄົນອື່ນ ມາສະເໜີໃຫ້ຟັງອີກ.

ເພງ: "16 ຈາວໄຕ໋ " ໂດຍ ເພັດສະກຸນ

ວັນນສອນກໍເລີ່ມໄດ້ຮັບພອນປີໃໝ່ຈາກຫຼາຍໆທ່ານທັງໃກ້ແລະໄກ ເພາະໃນຊ່ວງນີ້
ກໍເດືອນເມສາແລ້ວ ອີກບໍ່ດົນກໍຮອດປີໃໝ່ລາວ ຈະຂໍເປີດສາກອວຍພອນກັນຕັ້ງແຕ່ອາທິດນີ້
ເປັນຕົ້ນໄປ ເພາະຢາກຈະໃຫ້ເມສານີ້ເປັນການເລີ່ມຕົ້ນປີໃໝ່ທີ່ເບີກບານມ່ວນຊື່ນ ປະສົບ
ແຕ່ລາບຍົດ, ສັນລະເສີນ, ສຸກຂະພາບແຂງແຮງ ດັ່ງບົດກອນນີ້ ທີ່ເຈົ້າຄໍາຜາຍ ກຸນລະວຸດ
ສົ່ງມາໃຫ້:

ວັນເວລາຍັບຍ່າງຍ້າຍ ລະດູປ່ຽນໝູນວຽນໄປ
ເຈົ້າກະຕ່າຍປີຕົວງາມ ກໍເຕັ້ນຕາມເຂົ້າມາຊ້ອນ
ນໍາເອົາພອນອວຍໄຊໂຊກ ເງິນແລະຄໍາມາໃຫ້ທ່ານ
ສຸຂສໍາຣານແຕ່ພີ່ນ້ອງ ປີ 2554 ນີ້ຕລອດໄປ ດ້ວຍເທີ້ນ.


ແລະຂໍປິດທ້າຍລາຍການດ້ວຍເພງນີ້ "ສະບາຍດີປີໃໝ່" ຂອງ ວັນເພງ ວົງທອງຄໍາ
ສິນລະປິນຈາກສປປລາວ ຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ ສະບາຍດີປີໃໝ່.

ເພງ: "ສະບາຍດີປີໃໝ່" ໂດຍ ວັນເພງ ວົງທອງຄໍາ

XS
SM
MD
LG