ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ທັນວາ ໒໐໒໕

Little Big Town - Your Side Of The Bed ​​


ນັກຮ້ອງ Karen Fairchild ຂອງວົງດົນຕີລູກທົ່ງ Little Big Town ໃນການໃຫ້ສຳພາດ Nashville, Tennessee. 18 ພະຈິກ 2016.
ນັກຮ້ອງ Karen Fairchild ຂອງວົງດົນຕີລູກທົ່ງ Little Big Town ໃນການໃຫ້ສຳພາດ Nashville, Tennessee. 18 ພະຈິກ 2016.
please wait

No media source currently available

0:00 0:13:44 0:00

ສະບາຍດີທ່ານຜູ້ຟັງທີ່ເຄົສລົບ ​ຂະນະນີ້ກໍຍັງຢູ່ໃນຊ່ວງທ້າຍຂອງລະດູບານໃໝ່ຢູ່​ ຊຶ່ງຍັງອີກບໍ່ເທົ່າໃດສັບປະດາ ກໍຈະເຖິງລະດູຮ້ອນແລ້ວ ແຕ່ວ່າອາກາດໃນວໍຊີງຕັນພີ້ ກໍເລີ້ມຮ້ອນແດ່ແລ້ວ ຊຶ່ງໃນນະຄອນຫຼວງຂອງສະຫະລັດກໍຈະມີພວກນັກທ່ອງທ່ຽວ
ເຂົ້າມາຊົມຄວາມງົດງາມຂອງຕຶກອາຄານ ສະຖານທີ່ລັດຖະການຕ່າງໆ ຂອງລັດ
ຖະບານກາງສະຫະລັດຫວັງວ່າທ່ານຜູ້ຟັງຄົງຈະໄດ້ມີໂອກາດມາສຳພັດວິຖີຊີວິດ
ແລະສຶກສາຮີດຄອງປະເພນີຕ່າງໆ ແລະເຂົ້າໃຈເຖິງການປົກຄອງຂອງສະຫະລັດ
ອາເມຣິກາ ເອົາຄ່ຳຄືນນີ້ ກໍຕ້ອງໄປຮັບຟັງເພງສາກົນກັນກ່ອນ ເພາະວ່າທ່ານຜູ້ຟັງ
ຈະໄດ້ຄຸ້ນຫູກັບສຳນຽງພາສາອັງກິດ ແລະຝຶກຝົນໄປນຳ. ຂໍເລີ້ມດ້ວຍເພງທີ່ຕິດອັນດັບ ຢູ່ໃນຂະນະນີ້ ເປັນຜົນງານເງຂອງ Anthony Hamilton​ ໃນບົດເພງ Best Of
Me ເອົາໄປຟັງພ້ອມໆກັນເລີຍ

​ເພງຕໍ່​ໄປເປັນ​ເພງຂອງ Little Big Town ທີ່ຂັບຮ້ອງເພງ Your Side Of The Bed ຊຶ່ງໃນສຳນວນພາສາອັງກິດຂອງຊື່ເພງນີ້ ມີຄວາມໝາຍວ່າ ຂ້ອຍຍັງຈົດຈຳ
ຄວາມຮູ້ສຶກທີ່ເຈົ້າປະຖິ້ມໄວ້ໃຫ້ຄິດຮອດຄິດເຖິງ...ໃຫ້ໂຫຍຫາ..ໃນຕຽງຂ້າງທີ່
ເຈົ້າເຄີຍນອນ...ສິ່ງຂອງຕ່າງໆຂອງເຈົ້າຂອງພວກເຮົາ ແມ່ນຍັງຄືເກົ່າ ເປັນພາບ
ເກົ່າໆທີ່ພາໃຫ້ຂ້ອຍຄິດຮອດຄວາມຊົງຈຳເຫຼົ່ານີ້ ຊຶ່ງຕອນນີ້ ເຈົ້າຢູ່ໄກຈາກທີ່ນີ້ ຈາກ
ຕຽງໜ່ວຍນີ້... ເອົາຂໍມອບໃຫ້ແກ່ທຸກໆທ່ານທີ່ມີຄວາມຊົງຈຳແບບນີ້ Your Side
Of The Bed.

ຂໍ​ອຳລາທ່ານດ້ວຍເພງຄູ່ຂອງ Taylor Swift ກັບ Gary Lightbody ໃນບົດເພງທີ່ມີ
ຄວາມໝາຍວ່າ...ຄັ້ງສຸດທ້າຍ The Last Time. ຂໍໃຫ້ທຸກໆທ່ານນອນຫລັບຝັນດີ
ແລະພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG