ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເພງ I'm Not Gonna Miss You ຂອງ ​Glen Campbell ​ເປັນເພງທີ່ຫາຟັງໄດ້ຍາກ ຫວັງວ່າທ່ານຜູ້ຟັງ ຄົງຈະຖືກໃຈ


ດາລາ ນັກ​ຮ້ອງ ນັກ​ສິນ​ລະ​ປິນ Glen Campbell ​ໃນ​ການສະ​ແດງ ປີ 1987.
ດາລາ ນັກ​ຮ້ອງ ນັກ​ສິນ​ລະ​ປິນ Glen Campbell ​ໃນ​ການສະ​ແດງ ປີ 1987.

​ຄ​ຄືນ​ນ​ ວັນນະ​ສອນ ຈະມາກ່ອມອາລົມທ່ານຜູ້ຟັງດ້ວຍເພງ​ລູກ​ທົ່ງ​ສາ​ກົນ​ແບບ classic
ຂໍ​ເຊີນຮັບ​ຟັງ​ເພງ​ມ່ວນໆ ​ໃນລາຍການສຽງເພງຈາກແດນໄກຂອງວີ​ໂອ​ເອ ​ໄດ້.


ສະບາຍ​ດີທຸກໆ​ທ່ານ​ ກັບ​ມາ​ພົບ​ກັນ​ອີກ​ຕາມ​ເຄີຍ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ
ວີ​ໂອ​ເອ ຫວັງ​ວ່າທ່ານ​ຜູ້​ຟັງ​ຄົງ​ໄດ້ບັນລຸເປົ້າໝາຍຂອງ​ປີ 2018 ທີ່ທ່ານ​ໄດ້​ຕັ້ງ​ໄວ້​ແດ່​ແລ້ວ ​
ເບິ່ງ​ແມ໋ະ ບຶດ​ດຽວ ກໍ​ກາຍ​ເຄິ່ງປີ​ມາ​ແລ້ວ ກໍ​ຄົງ​ຍັງ​ອີກ 5 ​ເດືອນກໍ​ຈະ​ໝົດ​ປີ.​ ​ຫຼັງຈາກ​ທີ່​ໄດ້
​ສະ​ເໜີ​ເພງ​ລາວ ​ເຮົາ​ເປັນ​ຄົນ​ລາວ ຜົນງານ​ເພງ​ຂອງ​ສິນລະປິນ​ຄຸນ​ນະພາ​ບ ສັກ​ກີ້ ​ເມ​ກມໍ
ຣະກົດ ຈາກ​ລັດ​ຄາ​ລີ​ຟໍ​ເນຍ ​ໄປ​ແລ້ວ ກໍ​ໄດ້​ມີ​ຜູ້​ຟັງ​ ອາ​ເລັກ​ຊີ ​ໄຊ​ຍະ​ວົງ ​ຂຽນ​ເຂົ້າ​ມາບອກ​
ວ່າ ບົດເພັງນີ້ຟັງແລ້ວຮູ້ສຶກດີຫລາຍ...ມັກຫຼາຍເດີ...ກໍ​ຕ້ອງ​ຂໍ​ຂອບ​ໃຈ​ນ້ອງ ອາ​ເລັກ​ຊີ
​ໄຊ​ຍະ​ວົງ ​ຫຼາຍໆ ທີ່​ເຂົ້າ​ມາ​ຕິດຕາມ​ຮັບ​ຟັງ ແລະສະ​ແດງ​ອອກ​ຊຶ່ງ​ຄວາມ​ຄິດ​ເຫັນ ສະ​ນັ້ນ
​ເອື້ອຍ​ວັນນະ​ສອນ ​ ຈຶ່ງຂໍ​ຂອບ​ໃຈ ແລະຂໍຕອບ​ແທນ​ດ້ວຍ​ການຈັດ​ເພງ​ແນວ classic
ມາ​ໃຫ້​ຟັງ​ເປັນ​ເພງ​ທີ່​ກ່ຽວຂ້ອງ​ກັບ​ຄຸນ​ງາມ​ຄວາມ​ດີ ຄວາມ​ງົດ​ງາມ​ຂອງແມ່ຍິງ ​ເພງ​ນີ້​
ຊ່າງ​ມີ​ຄວາມ​ໝາຍທີ່​ຖືກ​ໃຈ​ສາວໆ​ແນ່ນອນ ​ແບບ​ວ່າ ​ເຈົ້າ​ເປັນນາງ​ໃນ​ດວງ​ໃຈ... ທີ່​ຂັບ​
ຮ້ອງ​ໂດຍ Kenny Roger​s ໃນ​ບົດ​ເພງ…Lady.

ສ່ວນ​ເພງ​ຕໍ່​ໄປ​ນີ້ ຂໍ​ສະ​ເໜີ​ເພງ​ແນວ classic ທີ່​ຫຼາຍ​ໆ​ທ່ານ​ບໍ່​ສູ້​ຈະ​ໄດ້​ຍິນ​ເພງ​ພວກ​ນີ້
ສະ​ນັ້ນ ວັນນະ​ສອນ ຈຶ່ງ​ຕັ້ງ​ໃຈຊອກ​ຫາ​ເອົາ​ເພງ​ທີ່​ຫາ​ຟັງ​ໄດ້​ຍາກ​ມາ​ຝາກ​ທ່ານ​ຜູ້​ຟັງ ​
ໂດຍ​ສະ​ເພາະ​ບັນດາຜູ້​ຟັງ​ທີ່​ມັກ​ໃນ​ແນວ​ເພງ classic ພວກ​ນີ້ ​ແລະ​ແນ່ນອນ​ເພງ​ນີ້
Hello Goodbye ຂອງ​ວົງ The Beatles ຊຶ່ງ​ເປັນວົງ​ດົນຕີ ​ຂັວນ​ໃຈ​ຂອງ​ຜູ້​ຟັງ​ທັງ​ໂລກ
...​ຄັ້ງ​ຕໍ່​ໄປ ທາງ​ເຮົາ ກໍ​ຈະ​ຫາ​ເພງ​ແນວ classic ມາ​ຝາກ​ທ່ານ​ຜູ້​ຟັງ​ອີກ.

​ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​ເພງລູກ​ທົ່ງ classic - I'm Not Gonna Miss You ທີ່​ຂັບ​ຮ້ອງ
​ໂດຍ Glen Campbell ນັກ​ຮ້ອງ ນັກ​ດົນຕີ ນັກ​ແຕ່ງເພງ ​ແລະຜູ້​ປະກາດ​ຂ່າວທີ່​ເຄີຍ​ສ້າງ​
ຊື່​ສຽງ​ໂດ່​ງດັງ​ມາ​ກ່ອນ​ແລ້ວ ​ໃນ​ຊຸມ​ປີ 1960 – 1970 ພຸ້ນ ​ແລະ​ກໍ​ຫວັງ​ຢ່າງ​ຍິ່ງ​ວ່າ ທ່ານ​ຜູ້
​ຟັງ ຄົງ​ຈະ​ເຂົ້າ​ມາ​ຕິດ​ຕາມ​ຮັບ​ຟັງ​ລາຍການ ຂອງ​ພວກ​ເຮົາ​ອີກ​ ຂໍໃຫ້ທຸກທ່ານນອນຫຼັບ
ຝັນຫວານ ພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

XS
SM
MD
LG