ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Live Forever - The Band Perry


ຈາກຊ້າຍຫາຂວາ, ທ້າວ Neil Perry, ນາງ Kimberly Perry ແລະ ທ້າວ Reid Perry, ສິນລະປິນຂອງວົງດົນຕີ The Band Perry, ທີ່ສະແດງຢູ່ເທິງເວທີ ຂອງງານມອບລາງວັນປະຈຳປີ
ຄັ້ງທີ 48 ຂອງເພງລູກທົ່ງອາເມຣິກັນ ຫຼື Annual Academy of Country Music Awards ທີ່ຫ້ອງສະແດງ MGM Grand ໃນນະຄອນ Las Vegas, 7 ເມສາ, 2013.
ຈາກຊ້າຍຫາຂວາ, ທ້າວ Neil Perry, ນາງ Kimberly Perry ແລະ ທ້າວ Reid Perry, ສິນລະປິນຂອງວົງດົນຕີ The Band Perry, ທີ່ສະແດງຢູ່ເທິງເວທີ ຂອງງານມອບລາງວັນປະຈຳປີ ຄັ້ງທີ 48 ຂອງເພງລູກທົ່ງອາເມຣິກັນ ຫຼື Annual Academy of Country Music Awards ທີ່ຫ້ອງສະແດງ MGM Grand ໃນນະຄອນ Las Vegas, 7 ເມສາ, 2013.

ໃນຄ​ຄືນ​ນທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມອາລົມ
ທ່ານຜູ້ຟັງດ້ວຍເພງ ລູກທົ່ງອາ​ເມຣິກັນ ​ສຳ​ຫຼັບ​ທ່ານ​ຜູ້​ຟັງ​ທີ່​ມັກ​ຮັກ​ໃນເພງ​ແບບ​ນີ້ ຂໍເຊີນທ່ານເຂົ້າສູ່ລາຍການໄດ້ນະບັດນີ້.

ສບາຍດີ ທ່ານ​ແຟນລາຍການສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ຄໍ່າ​ຄືນ​ນີ້
ວັນນະ​ສອນຈະ​ພາ​ທ່ານໄປ​ມ່ວນ​ຊື່ນ​ກັບ​ເພງລູກ​ທົ່ງ​ອາ​ເມຣິກັນ ການ​ຟັງ​ດົນຕີ​ນີ້
ມັນ​ເປັນ​ເລື່ອງສ່ວນ​ຕົວໆເນາະ​ທ່ານ ​ເພາະວ່າ ຄວາມ​ມັກ​ຮັກ​ດົນຕີ ມັນຈະ​ບໍ່​ຄອຍ
​ຄື​ກັນ ຕ່າງ​ຄົນ​ຕ່າງ​ມັກ ຕາມ​ແບບ​ສະບັບ​ຂອງ​ຕົວ​ເອງ ຈະ​ດ້ວຍ​ເຫດຜົນ​ໃດ ກໍ​ຕາມ​ແຕ່
ວັນນະ​ສອນ ກໍຈະຂໍ​ເປັນ​ສ່ວນ​ນຶ່ງ ​ໃນ​ການ​ນຳ​ສະ​ເໜີ​ເພງ​ມ່ວນໆ​ມາ​ຝາກ​ ທ່ານຜູ້​ຟັງ ​
ຊຶ່ງ​ຈະມີ​ທັງ​ສາລະ​ແລະການ​ບັນ​ເທີ​ງມາ​ກ່ອມອາລົມ​ທ່ານ ຂໍ​ເຊີນໄປຮັບ​ຟັງເພງຂອງ
Dylan Scott ​ໃນ​ບົດ​ເພງ Crazy Over Me ​ໄດ້​ເລີຍ.

​ວັນນະ​ສອນ​ວ່າ ​ເພງ Live Forever ຂອງວົງດົນຕີສາມພີ່ນ້ອງນາມສະກຸນດຽວກັນ
- The Band Perry ຄົງ​ຈະ​ຖືກ​ໃຈ​ແຟນລາຍການຂອງ​ເຮົາ​ ຜູ້ທີ່​ມັກ​ຮັກ​ໃນ​ບົດ​ເພງ ​
country pop ​ຊື່​ຂອງເພງກໍ​ບອກ​ແລ້ວ​ວ່າຢູ່​ແບບຍືນຍົງ​ ຍາວ​ນານ ຕະຫລອດການ
ຂໍ​ເຊີນໄປຮັບ​ຟັງພ້ອມໆກັນເລີຍ.

ບັດ​ນີ້ ​ເຮົາ​ຂໍອຳ​ລາ​ທ່ານ​ດ້ວຍ​ເພງ​ລູກ​ທົ່ງມ່ວນໆອີກ​ເພງ​ນຶ່ງ…​ເຊີນ​ຮັບ​ຟັງ​ໄດ້…
ໃນ​ບົດ​ເພງ​ທີ່​ມີ​ຄວາມ​ໝາ​ຍ ຖ້າ​ຢາກ​ຈະ​ບອກ​ຄົນ​ທີ່​ທ່ານ​ມີ​ຄວາມ​ໄນ​ໃຫ້​ນັ້ນ​ແລ້ວ
ກໍ​ເປັນ​ການ​ດີ ​ເພ​າະວ່າ ຄົນ​ພິ​ເສດຂອງ​ທ່ານ​ ກໍ​ຈະ​ເຂົ້າ​ໃຈວ່າ ທ່ານ​ຮັກລາວຕາມ​ທີ່​
ລາວ​ເປັນ ​ແບບ​ນີ້​ລະ...ຕາມ​ຄວາມ​ໝາຍ​ຂອງ​ເພງ​ນີ້​ເລີຍ Love You Like That
ທີ່​ຂັບ​ຮ້ອງ​ໂດຍ… Canaan Smith. ຂໍ​ໃຫ້​ທຸກໆທ່ານຈົ່ງນອນ​ລັບ​ຝັນ​ຫວານ ​
ແລະ​ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.​

XS
SM
MD
LG