ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Stuck On You ​ຂັບ​ຮ້ອງ​ໂດຍ Lionel Richie


Lionel Richie ຖ່າຍ​ພາບ​ໃນ​ພິ​ທີງານສຸ​ພາບ​ບຸ​ລຸດ​ແຫ່ງ​ປີ​ຂອງ ​ວາ​ລະ​ສານ (GQ Men of the Year Awards 2015), ລອນດອນ, 8 ກັນ​ຍາ 2015.
Lionel Richie ຖ່າຍ​ພາບ​ໃນ​ພິ​ທີງານສຸ​ພາບ​ບຸ​ລຸດ​ແຫ່ງ​ປີ​ຂອງ ​ວາ​ລະ​ສານ (GQ Men of the Year Awards 2015), ລອນດອນ, 8 ກັນ​ຍາ 2015.

​ໃນຄ່ຳ​ຄືນນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງສາກົນມ່ວນໆ ເປັນ​ເພງ​ຮັກ ທີ່​ວັນ​ນະ​ສອນ​ຈັດ​ຕຽ​ມ​ໄວ້​ກ່ອມ​ທ່ານ ຢ່າ​ລໍ​ຊ້າ​ເລີຍ
ຂໍ​ເຊີນ ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ສບາຍດີ ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນຈະ​ພາ​ທ່ານ​ຜູ້​ຟັງເຂົ້າ​ມາຮັບ​ຟັງ​ເພງ​ສາກົນ ​ຕ້ອງ​ຂໍ​ອະ​ໄພ​ຫຼາຍໆ ທີ່​ໄດ້​ບອກ​ໄປ​ວ່າ ສັບ​ປະ​ດາ​ນີ້​ຈະ​ມາ​ຫຼິ້ນ​ເພງລາວ ແລະ​ເພງ​ຕາມ​ຄຳ​ຂໍ ແຕ່​ຫາ​ກໍ​
ໄດ້​ຮັບ​ລາຍ​ການ​ມາ​ຈາກ​ຂັ້ນ​ເທິງວ່າ ເພງ​ລາວ​ຕ້ອງໃຫ້​ຫຼິ້ນ​ສັບ​ປະ​ດາ​ໜ້າ ຢ່າ​ຟ້າວ​ຄຽດ​ເດີ
ຍັງ​ຮັກ​ກັນ​ເໝືອນ​ເດີມ​ແມ່ນ​ບໍ່ ແລະຖ້າ​ເປັນ​ແຟນລາຍ​ການ​ແລ້ວ ກໍ​ຢ່າ​ຟ້າວ​ນ້ອຍ​ໃຈ ຄັ້ງ​ຕໍ່
​ໄປ​ໄດ້​ຟັງ​ເພງ​ທີ່​ທ່ານ​ຂໍ​ມາ​ແນ່ນອນ ຂໍ​ເຊີນ​ໄປ​ຟັງ​ເພງ​ຫວານ​ກັນ​ກ່ອນ ເພາະ​ວ່າ ພ​ວກ​ເຮົາ ຫາກໍຜ່ານວັນ​ແຫ່ງ​ຄວາມ​ຮັກ​ມາ​ບໍ່​ດົນ​ປານ​ໃດ​…ເຊີນ​ຮັບ​ຟັງ​ໄດ້​ເລີຍ ໃນ​ບົດ​ເພງ
Stuck On You ທີ່​ຂັບ​ຮ້ອງ​ໂດຍ Lionel Richie.

ສ່ວນ​ເພງ Begin Again ຂອງ Taylor Swift ນີ້ ກໍ​ເປັນ​ອີກ​ເພງ​ນຶ່ງ​ທີ່​ມ່ວນ ເໝາ​ະ​ກັບ
​ຊ່ວງ​ນີ້ ພໍ​ດິບ​ພໍ​ດີ. ຢ່າ​ລໍ​ຊ້າ​ …ໄປ​ເຮົາ​ມາ​ຟັງ​ພ້ອມ​ກັນ​ເລີຍ

ເພງ At Last ຂອງ Etta James ນີ້ເປັນ​ແນວ​ເພງ classic ທີ່​ທຸກ​ໆຄົນ​ມັກ ບໍ່​ເຊື່ອ​
ກໍຂໍ​ເຊີນ​ທ່ານ​ເຂົ້າ​ໄປພິ​ສູດດ້ວຍ​ຕົວ​ທ່ານ​ເອງ ຖ້າ​ມັກ​ຫຼື​ບໍ່​ມັກ ​ຈັ່ງ​ໃດ​ກໍ​ຂໍ​ໃຫ້​ຂຽນ​ມາ​
ບອກ​ແດ່ ແລະ​ມັກເພງ​ໃດ​ກໍ​ຂໍ​ໃຫ້​ຂຽນ​ເຂົ້າ​ມາ ສຳ​ລັບສັບ​ປະ​ດາ​ໜ້າ​ແນ່ນອນ ວັນ​ນະ​ສອນ
ຈະ​ມາ​ຫຼິ້ນ​ເພງ​ລາວ ແລະ​ເພງ​ຕາມ​ຄຳ​ຂໍ ເພາະຕິດໜີ້​ໄວ້​ດົນແລ້ວ ບໍ່​ຜິດ​ຫວັງແນ່ນອນ
ພົບ​ກັນ​ໃໝ່​ໃນ​ສະບັບໜ້າ.

XS
SM
MD
LG