ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Taylor Swift - Begin Again


ສບາຍດີ ທ່ານ​ແຟນລາຍການສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນ
ຈະ​ພາ​ທ່ານ​ມ່ວນ​ຊື່ນ​ກັບ​ເພງລູກ​ທົ່ງ​ອາ​ເມຣິກັນ ການ​ຟັງ​ດົນຕີ​ນີ້ ມັນ​ເປັນ​ເລື່ອງສ່ວນ​ຕົວ
ເນາະ​ທ່ານ ​ເພາະວ່າ ຄວາມ​ມັກ​ຮັກ​ດົນຕີ ມັນຈະ​ບໍ່​ຄອຍ​ຄື​ກັນ ຕ່າງ​ຄົນ​ຕ່າງ​ມັກ ຕາມ​ແບບ
​ສະບັບ​ຂອງ​ຕົວ​ເອງ ຈະ​ດ້ວຍ​ເຫດຜົນ​ໃດ ກໍ​ຕາມ​ແຕ່ ວັນນະ​ສອນ ກໍຈະຂໍ​ເປັນ​ສ່ວນ​ນຶ່ງ​
ໃນ​ການ​ນຳ​ສະ​ເໜີ​ເພງ​ມ່ວນໆ​ມາ​ຝາກ​ທ່ານ​ຜູ້​ຟັງ ​ ຊຶ່ງ​ຈະມີ​ທັງ​ສາລະ​ແລະການ​ບັນ​ເທີ​ງ
ມາ​ກ່ອມອາລົມ​ທ່ານ ຂໍ​ເຊີນຮັບ​ຟັງ​ເພງ ຂອງ Dylan Scott ກັນ​ກ່ອນ ​ໃນ​ບົດ​ເພງ
Crazy Over Me ​ໄດ້​ເລີຍ.

​ເພງຕໍ່​ໄປເປັນ​ເພງ ຂໍ​ຈັດ​ໃຫ້​ໄວ​ລຸ່ນທຸກໆ​ທ່ານ ທີ່​ມັກ​ຮັກ​ໃນ​ບົດ​ເພງແບບປະສົມ​ປະສານ
ດັ່ງ​ຊຶ່ງ​ຂອງ​ເພງ​ນີ້ ດັ່ງ​ຊື່​ຂອງ​ເພງ​ນີ້ ທີ່​ຂັບ​ຮ້ອງ​ໂດຍ DJ Khaled ທີ່​ຮ້ອງ​ຮ່ວມກັບ Rihana Bryson ​ໃນ​ບົດ​ເພງ Tiller Wild Thoughts.

​ແລະ​ຂໍ​ໃຫ້​ມ່ວນ​ຊື່ນ​ກັບ​ເພງ​ຂອງ​ສິນລະປິນ​ສາວ​ຜົມບລອນ Taylor Swift ຜູ້​ທີ່​ໄດ້​ຮັບ​ຫຼາຍໆລາງວັນ ​ແລະ​ກໍຂໍ​ເຊີນ​ໄປ​ຟັງ​ເພງ ​ຂອງ​ຜູ້ກ່ຽວທີ່​ມີ​ນຳ​ສຽງ​ອ່ອນ​ຫວານ​ ​ໃນ​ບົດ​ເພງ
Begin Again ຊຶ່ງ​ແປ​ເປັນ​ພາສາ​ລາວ​ແບບຫຍໍ້ໆກໍ​ຄື​ວ່າ ​ເລີ່​ມຕົ້ນຄືນ​ໃໝ່ ພົບ​ກັນ​ໃໝ່​
ໃນ​ສັບປະດາ​ໜ້າ.
Taylor Swift - Begin Again

XS
SM
MD
LG