ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອາລຸນາ ຖາວອນສຸກ - ເພງນີ້...ເພງເຈົ້າ


ອາລຸນາ ຖາວອນສຸກ...ເພງນີ້...ເພງເຈົ້າ
ອາລຸນາ ຖາວອນສຸກ...ເພງນີ້...ເພງເຈົ້າ
ສບາຍດີທ່ານຜູ້ຟັງທີ່ເຄົາລົບ​ ຕາຍ ບຶດດຽວກໍຈະໝົດປີແລ້ວ
ເວລາຊ່າງໝູນວຽນໄປ ຢ່າງບໍ່ລໍຖ້າໃຜເນາະ ວັນນະ​ສອນ​ຫວັງ​ວ່າ
10 ​ເດືອນ​ຜ່ານ​ມາ ​ໃນ​ປີ 2013 ນີ້ ຫຼາຍໆ​ທ່ານຄົງຈະ​ໄດ້​ກະທໍາ
​ໃນ​ສິ່ງ​ທີ່​ວາງ​ແຜນ​ໄວ້ ນັ້ນ​ໄດ້​ສໍາ​ເລັດ​ຜົນ ຈະ​ເຖິງ​ຢ່າງ​ໃດ​ກໍ​ແລ້ວ
ກໍ​ຂໍ​ໃຫ້ happy ມີຄວາມສຸກ ຢ່າງ​ທົ່ວ​ເຖິງ. ຊ່ວງ​ນີ້ ບໍ່​ຄອຍ​ເຫັນ
​ທ່ານ​ຜູ້​ຟັງ​ຂຽນ​ຂໍ້ຄວາມ​ໄວ້ ​ໃນ website ໃນ​ລາຍການສຽງ​ເພງ
​ຈາກ​ແດນ​ໄກ​ຂອງ VOA ເລີຍ​ ​ຫວັງວ່າ​ຄົງ​ຈະ​ເບື່ອ​ກັນ​ເທື່ອ​ເນາະ
ໃນ​ອາທິດ​ແລ້ວ​ນີ້ ວັນນະ​ສອນ​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ງານ​ພົບ​ປະ
​ສັງ​ສັນຂອງ​ຄະນະແພດລາວທົ່ວ​ໂລກ ​ເພາະສະ​ນັ້ນວັນນະ​ສອນ
ຈຶ່ງ​ຂໍ​ມອບ​ເພງ​ນີ້ ​ໃຫ້​ແກ່​ຄະນະ​ແພດ​ລາວ​ທຸກໆ​ທ່ານ ທີ່​ໄດ້​ມີ​
ໂອກາດ​ຈັດ​ງານ​ຄັ້ງ​ທີ່ 2 ຂຶ້ນ ທີ່ Las Vegas ​ໂດຍ​ສະ​ເພາະ​
ບັນດາ​ທີ່​ປຶກສາ​ແລະ​ຄະນະ​ຈັດ​ທໍາ ທີ່​ໄດ້​ຈັດ​ງານ​ຄັ້ງ​ທີ 2 ຂຶ້ນ
​ໄດ້​ຮັບ​ຜົນ​ສໍ​າ​ເລັດ​ຢ່າງ​ໜ້າ​ພູມ​ໃຈແລະ​ອາທິດ​ໜ້າ​ ວັນນະ​ສອນ
ຈະ​ນໍາ​ການ​ສໍາພາດ​ຂອງ​ຜູ້​ທີ່​ເປັນ​ຫົວ​ຈັກ​ຫົວ​ແຮງ​ຂອງ​ຄະນະ​
ແພດ​ລາວ​ທົ່ວ​ທະວີ​ບ ​ມາ​ໃຫ້​ທ່ານ​ຜູ້​ຟັງ ໄດ້​ຮັບ​ຟັງ​ກັນ ​ໃນ​ລາຍການ​ຊີວິດ​ຊາວ​ລາວ​
ໃນສັບປະດາ​ໜ້າ ​ໃນ​ລາຍການ ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ. ​ເນື້ອ​ຫາ​ສາ​ລະຂອງ​
ເພງ​ນີ້ ຂອງ​ສິນລະປິນ​ສາວ ຄົນ​ເກັ່ງ Aluna ​ໄດ້​ແຕ່ງ​ຂຶ້ນ ທັງ​ເນື້ອ​ຮ້ອງ​ທໍານອງ​ ຊວນ​
ໃຫ້​ໜ້າ​ຟັງ…​ເພາະວ່າ ເພງ​ນີ້ ​ເພງ​ເຈົ້າ.







ວັນ​ອາທິດ​ນີ້ ຂໍ​ປ່ຽນ​ບັນຍາກາດ ມາ​ຈັດ​ເພງ ປ໊ອບ ​ເພື່ອ​ເອົາໃຈ​ໄວ​ລຸ້ນ ວັນນະ​ສອນ
ຈຶ່ງຂໍ​ແນະ​ນໍາສິນລະປິນໜຸ່ມ Fresh ຈາກ​ຄ້າຍ​ເພງ Lao Pride Records ທີ່​ຮ້ອງ​
ເພງ“ບຸລຸດ​ທີ 3” ຊຶ່ງ​ເພງ​ນີ້ ຄົງ​ຖືກ​ໃຈ ຄົນ​ມື 2 ຫຼື ມື 1 ​ແນ່ນອນ…​ເພາະວ່າ ວັນນະ
​ສອນ ຄົງ​ຈະ​ບໍ່​ຢາ​ກ​ເປັນ “ບຸລຸດ​ທີ 3” ຢ່າງ​ແນ່​ແທ້ ​ເຊີນ​ຮັບ​ຟັງ​ໄດ້…​ເອົາ​ໄປ​ຟັງພ້ອມໆ
​ກັນ​ເລີຍ​ວ່າບຸລຸດ​ທີ 3 ຈະ​ມີ​ຄວາມ​ຮູ້ສຶກ​ແບບ​ໃດ.



ສ່ວນ​ເພງ ປິດ​ທ້າຍ​ລາຍການ​ນີ້ ຕ້ອງຂໍ​ຍົກ​ໂປ້ ​ແຖມກ້ອຍ ​ເພາະວ່າ ​ເປັນ​ເພງ​ທີ່​ເອົາ​ໃຈ
​ໜຸ່ມໆ​ສາວໆ ທີ່​ມີ​ເນື້ອ​ຫາ​ໜ້າ​ຟັງ​ແລະ​ມີ​ຄວາມ​ໝາຍ​ດີ ດົນຕີ​ ຈະ​ອອກ​ແນວ R&B
(Rymthm and Blues) ​ແລະ​ມີການຮ້ອງ ​rap ປະສົມ​ປະສານ ​ໃນ​ບົດ​ເພງ “Till
The End”
ທີ່​ມີ​ຄວາມ​ໝາຍວ່າ “ຊົ່ວ​ຟ່າດິນ​ສະ​ລາຍ” ທີ່​ຂັບຮ້ອງ​ໂດຍ Bullet ຈາກ
ຄ້າຍ​ເພງ Lao Pride Records ​ເຊັ່ນ​ກັນ ​ແລະ​ປະຈຸ​ບັນ​ນີ້ ​ໃນວົງ​ການ​ເພງ​ລາວ ກໍ​ໄດ້​ມີ
ຫຼາ​ກຫຼາຍ​ສີສັນ ສ້າງເພງ​ແນວໃໝ່ໆ ໃຫ້​ພວກ​ເຮົາ​ໄດ້​ຮັບ​ຟັງ​ກັນ. ວັນນະ​ສອນ
ພ້ອມ​ດ້ວຍ​ຄະນະ​ຂອງ VOA ຂໍ​ເອົາ​ໃຈ​ຊ່ວຍແລະ​ເປັນ​ກໍາ​ລັງ​ໃຈ​ໃຫ້​ສິນລະປິນ​ທຸກໆທ່ານ
​ທີ່​ຮ້ອງ​ເພງ​ແລະ​ສະນັບ​ສະ​ໜູນເພງລາວ ບໍ່​ວ່າ​ຈະ​ຢູ່​ສະຖານ​ທີ່​ໃດໆ​ໃນ​ໂລກ. ​ແລະ​ກໍ​ຢ່າ​
ລືມ​ຂຽນ​ຈ.ມ. ມາບອກ​ວັນນະ​ສອນ​ແດ່​ ວ່າ​ຢາກ​ຟັງ​ເພງ​ຫຍັງ ຂໍ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ.
XS
SM
MD
LG