ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

T.X.O. - ສາຍສຳພັນ


T.X.O.
T.X.O.

ສະບາຍດີ ​ແລະມື້​ນີ້ວັນນະ​ສອນ​ຈະ​ມາ​ຈັດ​ເພງ​ມ່ວນໆ​ ໃຫ້​ທ່ານ​ຜູ້​ຟັງໄດ້​ມ່ວນ​ຊື່ນ​ກັບ
​ເພງ​ລາວ​ມ່ວນໆ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ສໍາ​ຫຼັບ​ແລງ​ວັນ​ອາທິດ​
ສະບາຍໆໃນທ້າຍເດືອນ​ກໍລະກົດ​ນີ້.​ ຂໍ​ເລີ່​ມ ດ້ວຍ​ຜົນງານ​ເພງ​ຂອງ​ກຸ່ມ​ສິນລະປິນ
T.X.O. ທີ່ມີຄວາມໝາຍວ່າ Texas Original ຊຶ່ງ​ເປັນວົງ​ດົນຕີ​ໜ້າ​ໃໝ່ ທີ່​ຫາ​ກໍ​ມີ
​ຜົນງານ​ເພງ​ຊຸດ​ທຳ​ອິດ ​ແລະ​ພວກ​ເຮົາ VOA ກໍ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບ​ເພງ​ຊຸດ​ນີ້
ວັນນະ​ສອນ​ວ່າ ​ແຟນລາຍການ​ສຽງ​ເພງ​ຈາກ​ແດນໄກ​ນີ້ ຊ່າງ​ໂຊກ​ດີ ​ເພາະ​ໄດ້​ຮັບ​ຟັງ
​ເພງ​ດີໆກ່ອນ​ໝູ່ ທາງ​ເຮົາຈຶ່ງຂໍຂອບ​ໃຈ​ໄປ​ຍັງບັນດາ​ສິນລະປິນ​ລາວ​ໃນ​ຕ່າງ​ແດນ
​ທັງຫຼາຍ ທີ່​ຄອຍ​ຕັ້ງ​ໃຈ​ແລະ​ພະຍາຍາມ​ສ້າງ​ຜົນງານ​ເພງ​ດີໆ ມາ​ໃຫ້​ພວກ​ເຮົາ​ໄດ້ຮັບ​ຟັງ
ຢູ່​ສະ​ເມີ. ​ເອົາລະ​ຂໍ​ມອບ​ເພງ ສາຍສຳພັນ ທີ່​ຂັບ​ຮ້ອງ​ໂດຍ​ຫົວໜ້າ​ວົງ ນັກ​ຮ້ອງ​ນຳ
ຂອງ​ວົງ T.X.O. Allen ຈັນທະ​ເສົາ ຫຼື​ວຽງ ໃຫ້​ແກ່​ແຟນ VOA ທີ່​ກຳລັງ​ຮັບ​ຟັງ​
ລາຍການ​ນີ້​ຢູ່.

​ອັນ​ດັບ​ຕໍ່​ໄປ ຂໍ​ຈັດ​ເພງເພື່ອ​ຕອບ​ແທນ​ຄວາມ​ຂອບ​ໃຈ​ແກ່​ບັນດາ​ທ່ານ​ຜູ້​ຟັງ​ທີ່​ຂຽນ​ຂໍ້
ຄວາມ​ໄວ້​ໃນ website ຂອງ​ເຮົາ ອັນ​ມີ​ຫຼາຍໆ​ທ່ານ​ດ້ວຍ​ກັນ ບໍ່​ວ່າ ຈະ​ເປັນ​ທ່ານ
ບົວ​ວອນ ໜ້າ​ຈະ​ເປັນ​ບົວວອນ ​ແຕ່​ຂຽນວ່າ ບອນ​ວອນ ທີ່​ຂຽນ​ວ່າ ມ່ວນ​ຫຼາຍ ຍານາງ
ເບ ອິນ​ສີ​ຊຽງ​ໃໝ່
ຈາກ​ປະ​ເທດ​ຝຣັ່ງ ຜູ້​ຟັງ​ທີ່​ສະໜັບສະໜຸນ​ສິນລະປິນ​ລາວ ຂຽນ​
ບອກ​ມາ​ວ່າ ຂອບ​ໃຈ VOA ທີ່​ໄດ້​ສົ່ງ​ເສີມ​ສິນລະປິນ​ລາວ​ໃນ​ທົ່ວ​ໂລກ ​ເພື່ອໃຫ້
ສືບ​ທອດ​ສິນ​ລະປະ ວັດທະນະທຳ ຜ່ານ​ທາງ​ດົນຕີ ວັນນະ​ສອນ ຈຶ່ງ​ຂໍ​ນຳ​ສະ​ເໜີ
​ຜົນງານເພງຂອງ​ສິນລະປິນ​ລາວ​ທີ່​ເກີດ​ໃຫຍ່​ໃນ​ຕ່າງປະ​ເທດ ອະຣິຍະ ກຸນ​ລະ​ວຸທ
ທີ່​ຂັບ​ຮ້ອງ​ຜົນງານ​ບົດ​ປະພັນ​ຂອງ​ຜູ້​ເປັນ​ລຸງ​ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸທ ​ໃນ​ບົດ​ເພງ
ຝາກ​ຮັກໃນ​ໃຈເຈົ້າ ຜົນງານ​ເພງ​ຊຸດ​ໃໝ່ ​ແລະ​ມີ​ຜົນງານ​ເພງ​ຮ່ວມ​ກັບສິນ​ລະ​ປິນສາວ
ຈາກ​ຝຣັ່ງ ​ເຕ ສັກດາ...ຂໍ​ມອບ​ເພງ​ນີ້ ​ໃຫ້​ແກ່ ທຸກ​ທ່ານ​ທີ່​ກຳລັງ​ຮັບ​ຟັງ​ລາຍການ​ຢູ່​ໃນ
​ຂະນະ​ນີ້ ​ແລະ​ພິ​ເສດສຸດ​ແມ່ນ​ບັນດາທ່ານຜູ້​ຟັງ​ທີ່​ຂຽນ​ຝາກ​ໄວ້ໃນ​ໜ້າ website
ຂອງເຮົາ.

ຂໍ​ອຳ​ລາ​ທ່ານ​ຜູ້​ຟັງດ້ວຍເພງ ລືມ​ບໍ່​ລົງ ​ຂອງ​ສິນລະປິນ​ສາວ​ຈາກ​ກາ​ນາ​ດາ ​ເນ​ຕອາ​ຣີຍ໌
ອຸປະຣະວັນ
ພົບ​ກັນ​ໃໝ່ ​ໃນ​ສະບັບ​ໜ້າ ຂໍ​ໃຫ້​ທຸກໆທ່ານ​ໂຊກດີ.

XS
SM
MD
LG