ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

All I Have To Do Is Dream ຂັບ​ຮ້ອງ​ໂດຍ Everly Brothers


​ນັກ​ຮ້ອງ Everly Brothers ແລະ ​ນັກ​ຮ້ອງ Tom Petty ລົງ​ນາມ ໃນ​ສະ​ຖານ​ທີ່​ສ​ແດງ​ລາຍ​ເຊັນ ຂອງ​ບັນດາ​ຣາ​ອາ​ເມ​ຣິ​ກັນ​ທັງ​ຫຼາຍ ​ທີ່ Walk Of Fame
​ນັກ​ຮ້ອງ Everly Brothers ແລະ ​ນັກ​ຮ້ອງ Tom Petty ລົງ​ນາມ ໃນ​ສະ​ຖານ​ທີ່​ສ​ແດງ​ລາຍ​ເຊັນ ຂອງ​ບັນດາ​ຣາ​ອາ​ເມ​ຣິ​ກັນ​ທັງ​ຫຼາຍ ​ທີ່ Walk Of Fame

​ໃນຄ່ຳ​ຄືນນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງສາກົນມ່ວນໆ ເປັນ​ເພງ​ສຸດຍອດ​ອະ​ມະ​ຕະ ທີ່​ຍັງ​ໂດ່ງ​ດັງ​ແລະ​ຍັງ​ເປັນ​ທີ່​ຊື່ນ
​ຊອບ​ຂອງ​ນັກ​ຟັງ​ເພງ​ຫຼາຍໆ​ທ່ານ ບໍ່​ເຊື່ອ​ກໍ​ລອງ​ເຂົ້າໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ສະບາ​ຍດີ​ທຸກໆທ່ານ ກັບ​ມາ​ຟັງ​ເພງມ່ວນໆກັບ​ວັນນະ​ສອນອີກ​ໃນ​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ຂອງ VOA ໃນ​ວັນ​ທີ 31 ທ້າຍ​ເດືອນ​ມີ​ນາ​ມື້​ນີ້ ​ວັນນະ​ສອນ ຈະ​ພາ​ທ່ານ
​ຜູ້​ຟັງ ຢ້ອນກັບຄືນ​ໄປ​ຟັງ​ເພງດັງ​ໃນ​ອະ​ດີດ ທີ່​ວັນ​ນະ​ສອນ​ຄິດ​ວ່າ ຫຼາຍໆ​ທ່ານ​ຄົງ​ຄິດ
​ຮອດ​ເພງ​ພວກ​ນີ້ ​ຂໍ​ເລີ້ມ​ດ້ວຍ​ເພງ ສຸດຍອດ​ອະ​ມະ​ຕະ ໃນ​ບົດ​ເພງ​ All I Have To
Do Is Dream
ຂອງ Everly Brothers ຊຶ່ງ​ວັນ​ນະ​ສອນ ຄິດ​ວ່າ ພໍ​ໄດ້​ຮັບ​ຟັງ​ເພງ
​ນີ້​ແລ້ວ ຄົງ​ພາ​ໃຫ້​ທ່ານ​ຜູ້​ຟັງ​ຄິດ​ເຖິງ​ອະ​ດີດ ເປັນ​ແນ່​ແທ້. ມາ​ເລີຍ​ມາ​ຟັງ​ເພງ​ເພື່ອ​ຫວນ
​ຄືນ​ອະ​ດີດ​ພ້ອມໆ​ກັນ​ເລີຍ.

ສ່ວນ​ເພງ​ທີ 2 ເປັນ​ເພງ​ສຸດຍອດ​ອະ​ມະ​ຕະ ອີກ​ເພງ​ນຶ່ງ ເປັນ​ເພງ​ທີ່​ມາ​ໂດ່ງ​ດັງ​ຍິ່ງ​ຂຶ້ນ​
ຫຼັງ​ຈາກ​ທີ່ ໄດ້​ມາ​ສ້າງ​ເປັນ​ພາບ​ພະ​ຍົນ​ແລ້ວ ທີ່​ໄດ້​ນັກ​ຮ້ອງ​ຜີວ​ຄ້ຳ ເຊັ່ນ Whitney
Houston
ນຳ​ເອົາ​ເພງ I Will Always Love You ​ທີ່​ຕົ້ນ​ສະ​ບັບ​ເປັນ​ຂອງ​ລາ​ຊີ​ນີ​
ລູກ​ທົ່ງ Dolly Parton ມາ​ຂັບ​ຮ້ອງ​ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຮູບ​ເງົາ ເລື້ອງ Body
Guard
ເຮັດ​ໃຫ້​ເພງ​ນີ້​ດັງ​ເປັນ​ບັ້ງພຸ​ແຕກ​ເລີຍ...ເອົາ​ຂໍ​ມອບໃຫ້​ແຟນໆ ທີ່​ມັກ​ຮັກ
Whitney Houston ທັງ​ຫຼາຍ.​

​ເພງແນວ classic ເຊັ່ນ Somewhere Out There ທີ່​ຂັບ​ຮ້ອງ​ໂດຍ James Ingram
& Linda Ronstadt
ນີ້ ກໍ​ເປັນ​ເພງ​ແນວ classic ເພງ​ປະ​ກອບ​ຮູບ​ເງົາກາ​ຕູນ ໜູ​ແມວ
ທີ່​ມີ​ຊື່​ວ່າ An American Tail - There Are No Cats in America ທີ່ເລົ່າ​ເລື້ອງ
​ລາວຂອງ​ໝູ​ນ້ອຍ​ທີ່​ໄດ້​ອົບ​ພະ​ຍົບ​ເຂົ້າ​ມາ​ຍັງສະ​ຫະ​ລັດ ແລະໜູ​ຕົວ​ນີ້​ກໍ​ເຊື່ອ​ວ່າ ໃນ​ສະ​ຫະ
​ລັດອາ​ເມ​ຣິ​ກາ ນັ້ນແມ່ນ​ບໍ່​ມີ​ແມວ ຕາມ​ທີ່​ຜູ້​ຄົນ​ບອກ​ໄວ້…ແຕ່​ກັບ​ມີ​ເລື້ອງວຸ້ນໆ ອຸບ​ປະ​ສັກ​
ອື່ນໆ​ອີກມາກ​ມາຍ ຫຼາຍກວ່າ ແມວ​ທີ່​ເປັນ​ສັດ​ຕູ​ຂອງ​ໜູ​ນັ້ນ ພ້ອມ​ທັງ​ໂອ​ກາດ​ທີ່​ໄດ້​ຮັບ
​ໃນ​ປະ​ເທດ​ໃໝ່ ປຽບ​ດັ່ງ​ພວກ​ຜູ້​ຄົນ​ທີ່​ຫຼັ່ງ​ໄຫຼອົບ​ພະ​ຍົບ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ຕັ້ງ​ແຕ່​
ສະ​ໄໝ​ໃດໆ ຈົນ​ເທົ່າ​ເຖິງ​ທຸກວັນ​ນີ້ ຊຶ່ງ​ພວກ​ເຂົາ​ເຫຼົ່າ​ນັ້ນ ກໍ​ມີ​ທັງການ​ຮຽນ​ຮູ້​ຫຼາກ​ຫຼາຍ​
ປ​ະສົບ​ການ ທັງ​ຄວາມ​ລຳ​ບາກ ຄວາມ​ປະ​ຈົນ​ໄພ ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະ​ພາບ​ການຝຶກ
​ຫັດ​ພາ​ສາໃໝ່ ​ມີ​ທັງສິດ​ເສ​ລີ​ພາບ ​ແລະໂອກາດ ການສຶກ​ສາ​ແລະ​ອະ​ນາ​ຄົດ ຕ່າງໆນາໆ.
ເອົາ​ຂໍ​ໃຫ້​ຟັງ​ເພງ​ນີ້​ໄປ​ກ່ອນ ​ແລ້ວ​ຄ່ອຍໆຈິນ​ຕະ​ນາ​ການ​ໄປ​ເຫັນ​ພາບ​ຂອງ​ໜູ​ຕົວ​ນ້ອຍ
​ທີ່​ເດີນ​ທາງ​ມາ​ຈາກ​ຢູ​ໂຣບ ສູ່​ສະ​ຫະ​ລັດອາ​ເມ​ຣິ​ກາ ເພື່ອ​ສຳ​ພັດ​ດ້ວຍ​ຕົວ​ເອງ. ຂໍໃຫ້ນອນ
ຫລັບຝັນດີແລະພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG