ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

The Sun Will Shine Again - Alexandra ​ແລະ​ແຊມ ອິນທະຣະພິທັກ


Alexandra - Sam
Alexandra - Sam

ສະບາຍດີ​ທຸກໆທ່ານ ​ວັນນະ​ສອນ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງ​ໃຫ້​ແຟນ
​ລາຍການ​ສຽງ​ເພງ​ຈາກ​ ແດນ​ໄກຂອງ VOA ​ໃນ​ທຸກທຄ່ຳ​ຄືນ​ຂອງ​
ວັນ​ອາທິດ ພໍ​ໄດ້​ຈັດ​ເພງ​ຂອງ​ໄກສີ ວັງ​ເວີນ​ໂຂງ ອອກ​ໄປ​ໃນ​ອາທິດ
​ແລ້ວ​ນີ້ ກໍ​ໄດ້​ມີ​ແຟນລາຍການ ທ່ານ​ສຸຣິຍາ ຈາກ​ກາ​ນາ​ດາ ​ໄດ້​ຂຽນ​
ຂໍ້ຄວາມ​ໄວ້​ໃນ facebook ວ່າ ມັກ​ຮັກ ​ໃນ​ນ້ຳ​ສຽງ​ຂອງ​ສິນລະປິນ
ຄົນ​ນີ້​ ເພາະ​ສະ​ນັ້ນ ວັນນະ​ສອນ​ຈຶ່ງ​ຂໍ​ຈັດ​ມອບ​ໃຫ້​ທ່ານ ສຸຣິຍາ
ທີ່​ຄອຍສົ່ງຄວາມ​ຮູ້ສຶກ​ທີ່​ດີ​ແລະ​ເປັນ​ກຳລັງ​ໃຈ​ໃຫ້​ສະ​ເໝີ​ມາ ​ແລະ​ທີ່​
ສຳຄັນ​ໄປ ກວ່າ​ນັ້ນ ກໍ​ຫວັງ​ຢ່າງ​ຍິ່ງ​ວ່າ ທ່ານ​ສຸຣິຍາຈະ​ໄ​ດ້​ແຕ່ງ​ກອນ​ມ່ວນໆ ​ໃຫ້​ທາງ VOA ອີກ ​ເພື່ອ​ຈະ​ໄດ້​ສົ່ງ​ຄວາມສຸກ​ໃຫ້​ທຸກໆ​ຄົນ​ລາວ ​ໃນ​ທົ່ວ​ໂລກ ​ເອົາ​ໄປ​ຟັງ​ເພງ​ຊຶ້ງໆ​ນຳ​ກັນ​ເລີຍ ຂອງ​ໄກສີ ວັງ​ເວີນ​ໂຂງ ​ໃນ​ບົດ​ເພງ “​ໃຜ​ມີ​ໃຈ​ຮັກ​ແທ້” ທີ່​ເປັນ​ບົດ​ປະພັນ ຂອງ​ອາຈານ ສ. ​ແສງ​ສິຣິວັນ…

ສ່ວນ​ຂໍ້ຄວາມ​ຂອງ​ນ້ອງ​ສໍ​ລະ​ສິນ ທີ່​ຂຽນ​ເຂົ້າ​ມາ​ທາງ facebook ​ເຊັ່ນ​ກັນນັ້ນ ກໍ​ໄດ້​ຂຽນ
ບອກ​ມາ​ວ່າ ຢາກຕິດຕາມ ຢາກ​ຮັບ​ຟັງ ລາຍການ VOA ວ່າ​ຊັ້ນ ເພາະສະ​ນັ້ນ ​ເອື້ອຍ ວັນນະ​ສອນ ຈຶ່ງ​ຂໍ​ຂອບ​ໃຈ ​ແລະ​ຂໍ​ຈັດ​ເພງ​ "The Sun Will Shine Again" ນີ້ ມອບ​ໃຫ້​ນ້ອງສໍ​ລະ​ສິນ ​ເປັນ​ເພງ​ທີ່​ຂັບ​ຮ້ອງ​ໂດຍ​ສິນລະປິນ​ຄົນ​ເກັ່ງ​ຈາກ ສປປ ລາວ Alexandra ທິດາ​ວັນ ບຸນ​ຊ່ວຍ ​ແລະ​ແຊມ ອິນທະຣະພິທັກ ທີ່​ຮ້ອງ​ເປັນພາສາ​ອັງກິດ ທີ່​ມີ​ຄວາມ​ໝາ​ຍດີ ​ທີ່​ຄອຍ​ເປັນ​ກຳລັງ​ໃຈ ແບບ​ວ່າ​ໃຫ້​ກ້າວ​ເດີນ​ໄປ​ຂ້າງ​ໜ້າ ​ເທື່ອລະ​ກ້າວ​ ໃນ​ແຕ່​ລະ​ມື້ ​ເພາະວ່າ​ພະ​ອາທິດ​ຈະ​ກັບ​ຄືນມາ​ປະກາຍ​ແສງ​ອີກ​ຄັ້ງ​.


ສ່ວນເພງ​ສຸດ​ທ້າຍ​ນີ້ ຂໍ​ມອບ​ໃຫ້​ນ້ອງ ທິບພະສອນ ຫຼວງອາໄພ ຈາກນະຄອນຫຼວງວຽງຈັນ ທີ່ຂຽນເຂົ້າມາທາງ facebook ວ່າ ຕິດຕາມຟັງ VOA ຢູ່​ສະ​ເໝີ​ມາ​ວ່າ​ຊັ້ນ. ຈຶ່ງ​ຂໍ​ມອບ​ເພງ​ແນວສະບາຍໆ​ ຂອງ​ນ້ອງ​ກະຕ່າຍ ຂຸນ​ຄຳ ທີ່​ຮ້ອງ​ກັບ ​ແພ ​ໃນ​ບົດ​ເພງ “ຕະຫຼອດ​ໄປ” ໃຫ້​ນ້ອງ​ທິບພະ​ສອນ​ ໄດ້​ຟັງ ​ແລະ​ໃຫ້​ຂຽນ​ຂໍ້ຄວາມ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ.

ຂໍ​ໃຫ້​ທຸກໆທ່ານ ​ນອນ​ຫຼັບ​ຝັນ​ຫວານ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG