ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Luke Bryan ​ເຈົ້າ​ຂອງລາງວັນ​ສູງ​ສຸດ​ໃນ​ວົງ​ການ​ເພງ - Entertainer Of The Year 2014 ຈະ​ມາ​ກ່ອມ​ທ່ານຜູ້​ຟັງ ​ໃນ​ເພງ Play It Again


Entertainer of the Year - Luke Bryan
Entertainer of the Year - Luke Bryan

ສບາຍດີ ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນຈະ​ພາ​ທ່ານ​ຜູ້​ຟັງ​ມາຮັບ​ຟັງ​ເພງ​ສາກົນ ລູກ​ທົ່ງ​ອາ​ເມຣິກັນ ຊຶ່ງ​ເພງ​ທີ່​ຈະ​ຫຼິ້ນໃຫ້ຟັງ​ໃນຄ່ຳ​ຄືນ​ນີ້​ເປັນ​ເພງທີ່​ຫາ​ກໍ​ໄດ້​ຮັບ​ລາງວັນ ACMA ທີ່​ຈັດ​ພິທີ​ປະກາດ​ຜົນໄປ​ໃນ​ວັນ​ທີ່ 5 ພະຈິກ​ຜ່ານ​ມາ​ນີ້​ເອງ. ຂໍນຳ​ສະ​ເໜີ​ຜົນງານ​ທີ່​ໄດ້​ຮັບລາງວັນ “ນັກ​ຮ້ອງ​ຄູ່​ແຫ່ງ​ປີ” ຫຼື Vocal Duo Of The year”- Florida Georgia Line ຊຶ່ງເພງ “Dirt” ນີ້ ໜ້າ​ຈະ​ເຮັດ​ໃຫ້​ທ່ານ​ຜູ້​ຟັງ​ມັກ​ເພງ​ແນວລູກ​ທົ່ງ​ອາ​ເມຣິກັນຂຶ້ນອີກ​ຕື່ມ. ​ເຊີນ​ຮັບ​ຟັງ​ໄດ້.


ສ່ວນ​ເພງ “Automaticນີ້​ເປັນຜົນງານ​ເພງ​ຂອງ Miranda Lambert
ທີ່​ໄດ້​ຮັບ​ລາງວັນ Single of the Year ​ ພ້ອມ​ນີ້ Miranda Lambert ກໍ​ໄດ້ຮັບ​ລາງວັນ​ນັກ​ຮ້ອງ​ຍິງຍອດຍ້ຽມ​ແຫ່ງ​ປີ ຫຼື “Female Vocalist Of The Year ນຳ ຊຶ່ງ​ປີ​ນີ້ Miranda Lambert ຄວ້າ​ໄດ້ 3 ລາງວັນ​ໃຫຍ່ໆ ຊຶ່ງ​ສາມີ​ຂອງ​ຜູ້ກ່ຽວ​ກໍ​ໄດ້ ລາງວັນນັກ​ຮ້ອງຊາຍຍອດຍ້ຽມ​ແຫ່ງ​ປີ ນຳ ຊຶ່ງ​ເປັນ​ຄູ່​ສິນລະປິນ​ທີ່​ມີ​ຄວາ​ມສາມາດ​ເປັນ​ຍ້ຽມ.
​ແຕ່​ວັນນະ​ສອນ​ຈະ​ຈັດ​ເພງ ທີ່​ຮ້ອງ​ featuring ກັບ Keith Urban ​ໃນ​ບົດ​ເພງ
"We Were Us" ຊຶ່ງ​ເພງ​ນີ້​ກໍໄດ້​ຮັບ​ລາງວັນ Musical Event of the Year ເຊີນ​ຮັບ​ຟັງ​ໄດ້.

ຂໍ​ມ້ວນ​ທ້າຍດ້ວຍ​ເພງ​ທີ່​ໄດ້​ຮັບ​ລາງວັນ​ສູງ​ສຸດ​ໃນ​ວົງ​ການ​ເພງກໍ​ຄື “Entertainer Of The Year” ທີ່​ປີ​ນີ້ ຕົກ​ເປັນ​ຂອງ​ນັກ​ຮ້ອງ​ທີ່​ຖື​ວ່າ​ຍັງ​ໃໝ່​ຢູ່​ໃນ​ວົງ​ການ​ເພງ​ລູກ​ທົ່ງ Luke Bryan ​ແຕ່​ນ້ຳ​ສຽງ​ລີລາ ຂອງ​ຜູ້ກ່ຽວ​ສຸດ​ຍອດ ​ມີ​ເພງ​ດັງໆ​ຕິດ​ອັນ​ດັບ​ທັງ​ນັ້ນ…​ແຕ່​ມື້​ນີ້ ວັນນະ​ສອນ​ຈະ​ຫຼິ້ນ​ເພງ Play It Again, ຖືກ​ໃຈ​ທ່ານ​ຜູ້​ຟັງ​ແນ່ນອນ. Good Night and have a sweet dream. ​ ​

XS
SM
MD
LG