ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

5 Second of Summer - She Looks So Perfect


ສິນລະປິນ Luis Fonsi, ຊ້າຍ ແລະ Daddy Yankee ສະແດງໃນພິທີມອບລາງວັນຂອງລາຕິນ ຫຼື Latin Billboard Awards ໃນເມືອງ ໂຄແຣລ ເກໂບລສ໌ (Coral Gables), ລັດ ຟລໍຣີດາ, 27 ເມສາ 2017.

ສະບາຍດີ ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການ​ງສຽງ​ເພງ​ຈາກ​ແດນ​ໄກ​ຂອງ​
ວີ​ໂອ​ເອ​ໃນ​ວັນ​ອາທິດຕົ້ນ​ເດືອນພຶດສະພາ​ມື້​ນີ້ ຊຶ່ງ​ອາກາດ​ໃນ​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ ​
ແມ່ນ​ກຳລັງ​ດີ ມີ​ແດ​ດຕະຫຼອດ​ທັງ​ອາທິດ ຊຶ່ງ​ກໍ​ເໝາະ​ກັບ​ການ​ຜ່ອນຄາຍ ພັກ​ຜ່ອນ​ຢູ່​
ບ້ານ​ໃນ​ວັນ​ສຸດ​ສັບ​ປະດາ​ມື້​ນີ້ ​ເພື່ອ​ຮັບ​ຟັງ​ເພງ​ສາກົນ​ໃໝ່ ນຳ​ກັນ ຂໍ​ເລີ່​ມດ້ວຍ​ເພງ
She Looks So Perfect ຂອງ​ວົງ​ດົນຕີ​ປ໊ອບຣ໊ອກໜຸ່ມ 5 Second of Summer
ທີ່​ວັນນະ​ສອນ​ໝັ້ນ​ໃຈ​ວ່າ​ເພງ​ນີ້ ​ເປັນ​ທີ່​ຊື່ນ​ຊອບ​ຂອງ​ທຸກໆຄົນ ​ເອົາ​ໄປ​ຟັງ​ພ້ອມໆ
ກັນ​ເລີຍ...


ສ່ວນ​ເພງ​ທີສອງເປັນ​ເພງ​ປະສົ​ມປະສານ ທັງ​ພາສາ​ອັງກິດ​ແລະ​ສ​ະເປ​ນ ທີ່​ອອກ​
ແນວ​ໂປ​ໂກຣິ​ໂກ ມີ​ທັງ​ແຣັບນຳ ຊຶ່ງ​ເພງ​ນີ້ຕິດ​ອັນ​ດັບ​ທີ​ນຶ່ງ​ມາ​ນານ​ແລ້ວ ​ແລະ​ກໍ​ມີ​
ຫຼາຍ​ຄົນ​ນຳ​ເອົາ​ໄປ​ຮ້ອງ ພາກັນ​ຖ່າຍ​ລົງ​ໃນ Youtube ​ເຕັມ​ບ້ານ​ເຕັມ​ເມືອງ ທີ່​ສຳຄັນ
​ອີກ​ອັນ​ນຶ່ງ​ກໍ​ຄື​ໄດ້​ນັກ​ຮ້ອງ​ໜຸ່ມ Justin Bieber ທີ່​ມາ​ສ້າງ​ສີສັນ​ແລະ​ຄວາມ​ນິຍົມ
​ໃຫ້​ເພງ​ນີ້​ເປັນ​ທະວີຄູນ ພ້ອມ​ກັບ​ນັກ​ຮ້ອງ​ລາ​ຕິນ Luis Fonsi ​ແລະ​ແຣັບ​ເປີ Daddy
Yankee ...ລໍຖ້າ​ບໍ່​ໄດ້​ແລ້ວ​ລະ ​ໄປ​ຟັງ​ແລະ​ມາ​ເຕັ້ນ​ແນວ​ດົນຕີ​ລາ​ຕິ​ນ ຮ່ອນ​ແອວ
ພ້ອມ​ໆ​ກັນ ​ໃນ​ບົດເພງ Despacito.

ສ່ວນ​ເພງຂອງ Taylor Swift ສິນລະປິນສາວອາ​ເມຣິກັນ ທີ່​ທັງ​ຮ້ອງ ​ທັງ​ຫຼິ້ນ​ດົນຕີ ​
ແລະ​ເປັນ​ນັກ​ແຕ່ງ​ເພງຄົນ​ເກັ່ງ​ຂອງວົງ​ການ​ດົນຕີ​ສະຫະລັດ ຄົນ​ນຶ່ງ ກໍ​ຈະ​ມາ​ກ່ອມ​
ທ່ານ​ດ້ວຍ​ເພງມ່ວນໆ ​ເພື່ອ​ປິດ​ທ້າຍ​ລາຍການ ​ໃນ​ບົດ​ເພງ Blank Spaces ​ເອົາລະ
ຂໍ​ໃຫ້​ທຸກໆທ່ານ​ນອນຫຼັບຝັນ​ດີ ​ແລະ​ພົບກັນ​ໃໝ່​ໃນສັບປະດາໜ້າ ​ແລະ​ອາທິດໜ້າ
ວັນນະ​ສອນ​ຈະ​ຫາ​ເພງ​ເກົ່າໆມ່ວນໆ​ມາ​ຝາກ​ທ່ານ​ຜູ້​ຟັງ​ອີກ ​ໂປດ​ຄອຍ​ຕິດຕາມ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG