ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຸກດາວັນ ສັນຕິພອນ ​- ມົນຮັກບ່າວເມືອງວັງ


ມຸກດາວັນ ສັນຕິພອນ
ມຸກດາວັນ ສັນຕິພອນ

ສບາຍດີ ເອົາມາຟັງເພງ ມ່ວນໆກັນດີກວ່າ ​ກັບສຽງເພງຫວານໆ ຂອງນັກຮ້ອງສາວ​
ສຽງ​ໃສ ມຸກດາວັນ ສັນຕິພອນ ​ທີ່ໄດ້ເຂົ້າສູ່ວົງການເພງຕັ້ງແຕ່ຍັງນ້ອຍພຸ້ນ​ ຂໍມອບເພງ “ມົນຮັກບ່າວເມືອງວັງ” ໃຫ້ແກ່ທ່ານ​ຜູ້​ຟັງ​ທີ່​ຫຼົງ​ຮັກ​ນ້ຳ​ສຽງ​ສາວ​ນ້ອຍ​ຄົນ​ນີ້ ແລະ​ກໍ​ຫວັງ
​ວ່າ ທ່ານ​ກໍ​ຍັງ​ຈະ​ສືບ​ຕໍ່​ຕິດຕາມ​ຜົນງານ​ເພງ​ຂອງ​ນ້ອງ ມຸກດາວັນ ​ແລະ​ສິນລະປິນ​ລາວ ​
ໃນ​ທົ່ວ​ໂລກ ຕໍ່ໆ​ໄປ.

​ເພງ ​ ເມືອງລາວເຮົາກໍລືນາມ ຂອງພາວັນດີ ມີໄຊ ສິນລະປິນລາວໃນຍີ່ປຸ່ນ ​ຕໍ່​ໄປ​ນີ້
ຂໍຈັດ​ໃຫ້ທ່ານ​ຜູ້​ຟັງ​ທີ່​ມີ​ເຊື້ອ​ສາຍ​ລາວ ​ໃນ​ທົ່ວ​ໂລກ ຈົ່ງ​ໄດ້​ຮຽນຮູ້ ​ແລະ​ພູມ​ໃຈ​ໃນ​ຄວາມ​
ມີ​ຮາກ​ເຫ​ງົ້າ ​ເຊື້ອ​ຊາດ​ເຜົ່າ​ພັນ ຂອງ​ຕົວ​ເອງໂດຍສະເພາະຄົນລາວທີ່ກະຈັດກະຈາຍ
ກັນຢູ່ຕ່າງປະເທດ...​ແລະ​ກໍ​ຫວັງ​ວ່າ ເພງ ເມືອງລາວເຮົາກໍລືນາມ ນີ້ ຄົງຈະເຮັດໃຫ້ ທ່ານຄິດເຖິງບ້ານ ບໍ່ຫຼາຍກໍໜ້ອຍ ​ແລະ​ຮັກ​ໃນ​ຄວາມ​ເປັນ​ລາວ ຮັກ​ໃນ​ຄວາມ​ເປັນ​ຕົວ
​ຕົນ​ຂອງ​ຕົວ​ທ່ານ​ເອງ.

​ຂໍອຳ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​ເພງ​ມ່ວນໆ ອີກ​ເພງ​ນຶ່ງ​ທີ່​ໄດ້​ອະທິບາຍ​ເຖິງ​ຄວາມ​ຜູກ​ພັນ​ໃນ
​ສະຖານ​ທີ່​ທີ່ພວກ​ເຮົາ​ເຄີຍອາ​ໄສ ຊຶ່ງ​ເພງ​ນີ້ ປະກາຍ​ຫົງ ວົງ​ພະຈັນ ສິນລະປິນ​ສາວ
ຈາກ ຝຣັ່ງ ທີ່​ຂັບ​ຮ້ອງດ້ວຍ​ອາລົມ​ທີ່ ສົງ​ຄວາມ​ໄນ ບົ່ງ​ບອກ​ເຖິງ​ຄວາມ​ຫຼັງ​ໃນ​ອາ​ດີດ
ດັ່ງ​ຊື່​ຂອງ​ເພງ​ນີ້…ມົກຮັກ​ປາຣີ. ຂໍ​ໃຫ້​ທຸ​ກໆ​ທ່ານ​ນອນ​ລັບ​ຝັນ​ຫວານ.

XS
SM
MD
LG