ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຸດໃຈ ພູເຮືອງຫົງ: ສຸກສັນວັນເກີດ (ຄາຣາໂອເກະ)


Birthday cake
Birthday cake
ສະບາ​ຍດີ ທຸກໆ​ທ່ານ ກ່ອນ​ອື່ນ​ຂ້າພະ​ເຈົ້າຂໍຈັດ​ເພງ​ອ່ວຍ​ພອນ
​ວັນ​ເກີດ ຍ້ອນ​ຫລັງ​ແກ່​ທ່ານ​ນວນ​ຕາ ​ແກ້ວມະນີ ທີ່ຫາ​ກໍ​ຄົບຮອບ
ວັນ​ເກີດ 49 ປີ​ ເມື່ອ​ວັນສຸກ​ຜ່ານ​ມາ​ນີ້​ເອງ. ຫລານ​ອານຸລັກ​ອີ​ເມລ
ມາ ​ຂໍໃຫ້​ຈັດ​ເພງ​ວັນ​ເກີ​ດ​ມອບໃຫ້​ພໍ່ທີ່​ເຄົາລົບ​ຮັກ​ແລະ​ບູຊາແທນ
​ຄໍາ​ອ່ວຍ​ພອນແດ່ວ່າຊັ້ນ. ປ້າ​ຂໍ​ຈັດ​ເພງ​ ສຸກ​ສັນ​ວັນ​ເກີດ ​ ເວີ​ເຊິ່ນ
​ຂອງສຸດ​ໃຈ ພູ​ເຮືອງ​ຫົງ ​ໃຫ້​ຟັງ​ ຂໍ​ໃຫ້ທ່ານ​ນວນ​ຕາ ຈົ່ງ​ສົມປາດ​
ຖະໜາ​ໃນ​ທຸກ​ສິ່ງທຸກຢ່າງ​ທີ່​ອ່ວຍພອນ​ໃຫ້​ໃນ​ເພງ​ນີ້ ຂ້າພະເຈົ້າ
ເອງ​ກໍ​ເວົ້າ​ບໍ່ເກ່ງ ​ຂໍ​ໃຫ້​ເພງ​ນີ້​ອ່ວຍ​ພອນ​ແທນ​ກໍ​ແລ້ວ​ກັນ Happy
Birthday ຍ້ອນ​ຫລັງ​. ​ຂໍ​ໃຫ້ມີ​ຄວາມສຸກ​ຍິ່ງໆຂຶ້ນ.




ເພງ ​ສຸກ​ສັນ​ວັນ​ເກີດ ​ທີ່​ຜ່ານ​ໄປ​ນັ້ນແມ່ນ​ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ຫລານ​ອານຸລັກ ​ແກ້ວມະນີ
ທີ່​ຂໍ​ມອບ​ໃຫ້ພໍ່​ນວນ​ຕາ ທີ່​ຫາ​ກໍ​ຜ່ານວັນ​ເກີດ​ມາ​ອີກ​ຮອບ​ນຶ່ງ ​ເມື່ອ​ວັນ​ທີ 1 ຜ່ານ​ມາ​ນີ້​ເອງ.
ຖ້າເຂົ້າ​ໃຈ​ບໍ່​ຜິດ ຂະ​ນະ​ນີ້​ຄອບຄົວ​ແກ້ວ​ມະນີຄົງ​ກໍາລັງ​ນັ່ງ​ກິນ​ເຂົ້າ​ແລງ​ກັນ​ຢູ່ ຕາມ​ກິດຈະ
​ວັດ​ປະ​ຈໍາ​ວັນ. ​ໄປ​ລາວ​ເທື່ອ​ໜ້າ ​ຈະ​ໄປ​ຂໍ​ກິນເຂົ້າ​ນໍາ​ເພື່ອ​ຈະ​ໄດ້​ຕິດຕາມ​ຟັງ ​ວີ​ໂອ​ເອ​ໄປ
​ພ້ອມ ເພາະວ່າ​ຢູ່ເຮືອນບໍ່​ມີ​ວິທະຍຸ​ຟັງ. ​ເວົ້າ​ແລ້ວ​ກໍຢາກຫົວເນາະ. ຈັ່ງ​ໃດ ​ມື້​ນີ້​ກໍ​ໄດ້​ເລິ່ມຕົ້ນ
​ດ້ວຍ​ເພງ​ອ່ວຍ​ພອນ​ວັນ​ເກີດ​ແລ້ວ ຂ້າພະ​ເຈົ້າ​ຂໍ​ຈັດ​ຕື່ມ​ອີກ​ເພງ​ນຶ່ງ​ຊະ ອ່ວຍ​ພອນ​ໃຫ້
​ຫລານ​ສາວ​ສອງ​ຄົນ ວອນ​ວາລີ​ກັບ​ຂາວ​ປະ​ເສີດ ທີ່​ຄົບຮອບ​ວັນ​ເກີດ​ໃນ​ອາທິດ​ນີ້​ຄື​ກັນ
ວັນ​ທີ 5 ກັບ​ວັນ​ທີ 10. ​Happy Birthday ທັງ​ສອງ​ຄົນ ​ແລະ​ທ່ານ​ນວນ​ຕາ​ອີກ​ຄັ້ງ​ນຶ່ງ
ພ້ອມ​ກັບທຸກໆ​ທ່ານ ທີ່​ເກີດ​ໃນ​ວັນ​ນີ້ ຫລື​ອາທິດ​ນີ້. ສຸກ​ສັນ​ວັນ​ເກີດ.




ຜ່ານ​ໄປ​ນັ້ນ​ແມ່ນ​ເພງ ​ສຸກ​ສັນ​ວັນ​ເກີດ ຈາ​ກການ​ຂັບ​ຮ້ອງ​ຂອງ ອູ່​ແກ້ວ ​ໄຊ​ຍະ​ວົງ ​ແຕ່ດັ້ງ
​ເດີມ​ແມ່ນ​ຜົນງານ​ຂອງ​ໄຊ ອິນ​ດາ​ວັນ ​ບົດ​ປະພັນ​ຂອງ​ເຈົ້າ​ຄໍາ​ຜາຍ​ ກຸນ​ລະວຸດ. ​ເພງສຸດ
​ທ້າຍ ຂ້າພະ​ເຈົ້າ​ຂໍ​ມອບ​ໃຫ້​ຍາ​ລຸງ​ຄໍາ​ບູ່ ອິນທະ​ປັນຍາ ​ແຟນ​ແທ້​ແລະ​ດັ້ງ​ເດີມຈາກບ້ານ​
ໜອງ​ປາກ​ຊ່ອງ ​ເມືອງອາດ​ສະພັງ​ທອງ ​ແຂວງສະຫວັນ​ນະ​ເຂດ ຂ້າ​ພະ​ເຈົ້າ​ຈື່​ຊື່​ໄດ້ ​ແຕ່​ບໍ່
ເຫັນ​ຂຽນ​ມາ​ໂດ້ນ​ແລ້ວ. ຍາ​ລຸງ​ຄໍາ​ບູ່ຂຽນຈົດໝາຍ​ມາແຕ່​ເດືອນ 12 ​ປີ​ກາຍ​ນີ້ ແຕ່​ຫາ​ກໍມາ​
ຮອດ ຂຽນມາຂໍ​ຟັງ​ເພງ ຫລວງ​ພະ​ບາງ​ທີ່​ຮັກ ຫລື​ ຂັບ​ທຸ້ມຫລວງ​ພະ​ບາງ. ຂະ​ນ້ອຍ
ຂໍ​ຈັດ​ຂັບທຸ້ມໃຫ້​ຟັງກ່ອນ ຖ້າ​ຊອກ​ເຫັນ​ເພງ​ຫລວງ​ພະ​ບາງ​ທີ່​ຮັກ​ ​ແລ້ວ​ຈະ​ຈັດ​ໃຫ້​ຟັງອີກ.
ສ່ວນ​ປະຕິທິນ ​ໄດ້​ສົ່ງ​ໄປ​ໃຫ້​ແລ້ວ ຫວັງ​ວ່າ​ຄົງ​ຈະ​ໄດ້​ຮັບ​ໃນ​ອີກ 2-3 ອາທິດ. ນີ້​ຄື ຂັບທຸ້ມ
ຫລວງ​ພະ​ບາງ ຈາກ​ການ​ຂັບ​ຮ້ອງ​ຂອງ​ຈິດ​ດາຣານີ ທີ່​ຝຣັ່ງ​ເສດ. ຂໍ​ມອບ​ໃຫ້​ທຸກໆທ່ານ
​ທີ່​ກໍາລັງ​ຟັງ​ຢູ່ ພິ​ເສດ​ຊາວ​ເມືອງ​ຫລວງ​ທຸກ​ທ່ານ. ລາ​ຕີ​ສະຫວັດ......

ລິງໂດຍກົງ

XS
SM
MD
LG