ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Stay ຂັບຮ້ອງໂດຍ Rihanna feature Mikky Ekko


Rihanna ໃນງານລາງວັນ Grammy Awards ປະຈຳປີ ຄັ້ງທີ 57 ທີ່ສູນກາງ Staples, ໃນ Los Angeles, California, 8 ກຸມພາ 2015.
Rihanna ໃນງານລາງວັນ Grammy Awards ປະຈຳປີ ຄັ້ງທີ 57 ທີ່ສູນກາງ Staples, ໃນ Los Angeles, California, 8 ກຸມພາ 2015.

ສຳລັບລາຍການສຽງເພງຈາກແດນໄກຂອງ VOA ໃນຄ​ຄືນ​ນ​ ວັນນະ​ສອນຈະມາ
ກ່ອມອາລົມທ່ານຜູ້ຟັງດ້ວຍເພງສາກົນ​ອີກ​ເຊັ່ນ​ເຄີຍ ​ຂໍເລີ່​ມຕົ້ນດ້ວຍ​ເພງ​ຂອງ​ນັກ​
ຮ້ອງ​ສຸດ sexy ທີ່​ພໍ​ວັນນະສອນ ​ເອີຍ​ຊື່​ຂຶ້ນ​ມາ ທຸກ​ຄົນ ກໍ​ຄົງ​ຈະ​ຮ້ອງ​ອອກ​ມາ​ເປັນ
ສຽງ​ດຽວ​ກັນ​ວ່າ ອໍ...ແມ່ນ​ແລ້ວ ​ແມ່ນ Rihanna ທີ່​ເປັນ​ນັກ​ຮ້ອງ​ຜີວ​ຄ້ຳ​ອອກ​ນ້ຳຕານ
​ອ່ອນ ທີ່​ຮ້ອງ​ເພງ Stay ​feature ກັບ Mikky Ekko ໄດ້​ຊຶ້ງ​ແບບ​ກິນ​ໃຈ​ໄປ​ເລີຍ ​ເປັນ​ເພງ​
ເສົ້າ​ທີ່​ບັນ​ລະ​ຍາຍ​ແລະ​ຄ່ຳ​ຄວນ​ເຖິງ​ຄົນ​ຮັກ ​ແບບ​ວ່າ​ ຢາກ​ໃຫ້ຢູ່...ຢ່າ​ໄດ້​ຈາກ​ໄປ​ເລີຍ.
ຂໍ​ເຊີນ​ໄປ​ມ່ວນກັບ​ເພງ​ນີ້ ພ້ອມໆ​ກັນ​ເລີຍ.
ເພງ: Stay ໂດຍ Rihanna feature ກັບ Mikky Ekko

ສ່ວນ​ເພງມ່ວນໆ ສະນຸກ​ສະ​ໜານອັນ​ດັບ​ຕໍ່​ໄປ​ນີ້ ຂໍ​ມອບ​ໃຫ້​ເປັນ​ການ​ພັກຜ່ອນ​ຢ່ອນ​ໃຈ
ຂອງ​ທ່ານ​ຜູ້​ຟັງ​ທັງຫຼາຍ ​ເປັນ​ເພງ​ຂອງ​ກຸ່ມ​ນັກ​ຮ້ອງ​ທາງ​ພາກ​ໃຕ້​ຂອງ​ສະຫະລັດ ໃນລັດ
ທີ່ມີຊາຍແດນຕິດກັນ ຊຶ່ງນັ້ນ ກໍເປັນທີ່ມາຂອງວົງດົນຕີ Florida Georgia Line
ໃນບົດເພງ Cruise ແລະຖ້າຢາກຮູ້ວ່າ ມ່ວນຂະໜາດໃດນັ້ນ ກໍຄົງຕ້ອງໄດ້ໄປຄົ້ນຫາ
ເບິ່ງວີດີໂອທາງ Youtube ດ້ວຍຕົວເອງ ແລ້ວຢ່າລືມຂຽນບອກມາວ່າ ເພງນັ້ນ ມ່ວນບໍ່.
ເພງ: Cruise ໂດຍ Florida Georgia Line

​ບັດນີ້ ຂໍອໍາລາທ່ານໄປພ້ອມກັບ​ເພງຂອງ Blake Shelton ທີ່ຮ້ອງ feature ກັບ
Ashley Monroe ທີ່ມີຊື່ວ່າ Lonely Tonight ທີ່​ແປເປັນພາສາລາວແບບງ່າຍໆວ່າ
ຄ່ຳຄືນທີ່ດຽວດາຍ ແລະກໍຫວັງວ່າ ທ່ານຜູ້ຟັງຄົງບໍ່ໄດ້ ຫງອຍເຫງົາເປົ່າປ່ຽວຢູ່ຄົນດຽວ
ແລະຄັ້ງຕໍ່ໄປ ຖ້າທ່ານຜູ້ຟັງຢາກຟັງເພງໃດ ກໍຂໍໃຫ້ຂຽນເຂົ້າມາຫາທາງເຮົາ. ຂໍໃຫ້
ທຸກໆທ່ານຈົ່ງນອນລັບຝັນຫວານ.​
ເພງ: Lonely Tonight ໂດຍ Blake Shelton feature ກັບ Ashley Monroe

XS
SM
MD
LG